Homeຂ່າວພາຍ​ໃນປະທານປະເທດ ລົງຊຸກຍູ້ການຜະລິດ ຢູ່ເມືອງສີສັດຕະນາກ ແລະ ຫາດຊາຍຟອງ

ປະທານປະເທດ ລົງຊຸກຍູ້ການຜະລິດ ຢູ່ເມືອງສີສັດຕະນາກ ແລະ ຫາດຊາຍຟອງ

Published on

mr.choum

 

ຂປລ. ໃນຕອນເຊົ້າວັນທີ 14 ມັງກອນ 2015 ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ການຜະລິດ ຢູ່ເມືອງສີສັດຕະນາກ ແລະ ຫາດຊາຍຟອງ ນະຄອນຫລວງວຽງຈັນ ໂດຍມີທ່ານເຈົ້າຄອງ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ບັນດາທ່ານລັດຖະມົນຕີວ່າການ, ຊ່ວຍວ່າການ, ທ່ານເຈົ້າເມືອງ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເຄື່ອນໄຫວ.

ໂອກາດຢ້ຽມຢາມເມືອງຫາດຊາຍຟອງ ທ່ານປະທານປະເທດ ແລະ ຄະນະ ໄດ້ຢ້ຽມຢາມຟາມກະສິກຳ ພັນເພັດ ການກະເສດ ແລະ ໄດ້ຮັບຟັງການ ລາຍງານຈາກທ່ານ ທອງສະຫວັນ ມີບຸນ ປະທານບໍລິສັດ ພັນເພັດກະສິກຳ ຈໍາກັດ ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ກ່ຽວກັບການເຄື່ອນໄຫວຂອງບໍລິສັດ ເຊິ່ງ ຈຸດປະສົງຕົ້ນຕໍແມ່ນສົ່ງເສີມການປູກເຂົ້າ ເປັນແນວພັນລຸ້ນ 3 ເຂົ້າບໍລິໂພກ ແລະ ລ້ຽງສັດເປັນສິນຄ້າ ຕອບ ສະໜອງຕະຫລາດພາຍໃນ ແລະ ຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄື ນະໂບຍາຍຂອງອຳນາດການປົກຄອງ ນະຄອນຫລວງວຽງຈັນ, ປະກອບສ່ວນ ເຂົ້າໃນການຜະລິດ ເພື່ອຄໍ້າ ປະກັນສະບຽງອາຫານ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ພາຍໃນເມືອງ ກໍຄື ໃນຂອບ ເຂດນະຄອນ ຫລວງວຽງຈັນ ທັງໄດ້ຊຸກຍູ້ຊາວນາ ໃນເຂດເມືອງຫາດຊາຍຟອງ ປູກເຂົ້າຕາມນະໂຍບາຍຂອງ ພັກ ແລະ ລັດ ໃນຮູບແບບ 2 ບວກ 3 ເຊິ່ງເຫັນໄດ້ວ່າ ໄດ້ຜົນສຳເລັດເປັນກ້າວໆມາ.

ມາຮອດລະດູນາປີ 2013-2014 ທາງບໍລິສັດ ໄດ້ຈັດຕັ້ງກຸ່ມຊາວນາເຮັດການຜະລິດກະສິກໍາ ໂດຍ ສະເພາະແມ່ນ ການປູກເຂົ້າ ດ້ວຍກົນຈັກ ສາມາດຈັດຕັ້ງປະຕິບັດໄດ້ 8 ກຸ່ມ ມີຈຳນວນຄອບຄົວທັງໝົດ 300 ຄອບຄົວ, ໄດ້ສົ່ງເສີມປະຊາຊົນປູກເຂົ້າ ໃນເນື້ອທີ່ 700 ເຮັກຕາ, ໃນນັ້ນໄດ້ນໍາໃຊ້ ກົນຈັກຄົບຊຸດ 280 ເຮັກຕາ. ສ່ວນ 420 ເຮັກຕາ ແມ່ນໄດ້ຕອບສະໜອງທາງດ້ານປັດໃຈການຜະລິດ ເປັນຕົ້ນແມ່ນ: ການກຽມດິນ ເມັດພັນ, ຝຸ່ນຊີວະພາບ ແລະ ຝຸ່ນເຄມີ. ໄດ້ຊຸກຍູ້ ແລະ ສົ່ງເສີມປະຊາຊົນ ໂດຍນຳໃຊ້ນະໂຍບາຍ ຮູບແບບ ເດີມ 2 ບວກ 3 ແລະ ນໍາໃຊ້ກົນຈັກທັນສະໄໝເຂົ້າໃນການຜະລິດ ແບບຄົບວົງຈອນ ເຊິ່ງມີເຄື່ອງຈັກຕົກກ້າ 1 ເຄື່ອງ, ລົດໄຖຕຽມດິນ 5 ຄັນ, ເຄື່ອງປັກດໍາ, ເຄື່ອງເກັບກ່ຽວຜົນຜະລິດ, ເຄື່ອງຈັກອັກເຟືອງ ແລະ ລາຕາກ ໂດຍການນຳໃຊ້ແຮງງານຄົນເຂົ້າມາຊ່ວຍ ພຽງ 10% ແລະ ປະຊາຊົນແມ່ນສາມາດມີຜົນກຳໄລ ບໍ່ຫລຸດ 30%.

ໂອກາດດຽວກັນນີ້ ທ່ານປະທານປະເທດ ແລະ ຄະນະ ຍັງໄດ້ລົງຢ້ຽມຢາມໂຮງງານຜະລິດປາແດກ ທີ່ບ້ານຈອມເພັດ ເມືອງສີສັດຕະນາກ ນະຄອນຫລວງ ວຽງຈັນ ແລະ ຟາມກາບຊ້ອນ ພັດທະນາການກະເສດ ຄົບວົງຈອນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ອີກດ້ວຍ.

 

ແຫລ່ງ​ຂ່າວ: ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...