Homeຂ່າວພາຍ​ໃນອິນ​ເດຍ ພົບ​ສົບ​ຄົນ​ຕາຍ 102 ສົບ ລອຍ​ອືດ​ໃນ​ແມ່​ນ້ຳ​ຄົງ​ຄາ!

ອິນ​ເດຍ ພົບ​ສົບ​ຄົນ​ຕາຍ 102 ສົບ ລອຍ​ອືດ​ໃນ​ແມ່​ນ້ຳ​ຄົງ​ຄາ!

Published on

EyWwB5WU57MYnKOuFNAPJQrVRORuPoiBwUWPyKfBU4LdfwrBnkX4eo

ຊາວ​ບ້ານ​ອິນ​ເດຍ ພົບ​ສົບ​ຈຳ​ນວນ​ຫລວງ​ຫລາຍ ເຖິງ 102 ສົບ ລອຍ​ໃນ​ແມ່​ນ້ຳ​ຄົງ​ຄາ ດ້ານ​ເຈົ້າ​ໜ້າ​ທີ່​ອິນ​ເດຍ ເລັ່ງ​ສືບ​ສວນ​ຫາ​ທີ່​ມາ ເຖິງ​ແມ່ນ​ວ່າ​ສົບ​ຈະ​ເໜົ່າ​ເປື່ອຍ​ຈົນ​ບໍ່​ສາ​ມາດ​ລະ​ບຸ​ຕົວ​ຕົນ​ໄດ້.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 15 ມັງ​ກອນ​ນີ້​ວ່າ ເຈົ້າ​ໜ້າ​ທີ່​ອິນ​ເດຍ ກຳ​ລັງ​ເລັ່ງ​ສືບ​ສວນ​ຫາ​ທີ່​ມາ​ຂອງ​ສົບ ຈຳ​ນວນ 102 ສົບ ໂດຍ​ສ່ວນ​ໃຫຍ່​ແມ່ນ​ເປັນ​ເດັກ​ນ້ອຍ ທີ່​ຖືກ​ພົບ​ລອຍ​ຢູ່​ໃນ​ແມ່​ນ້ຳ​ຄົງ​ຄາ ທາງ​ພາກ​ເໜືອ​ຂອງ​ປະ​ເທດ ໂດຍ​ເຈົ້າ​ໜ້າ​ທີ່​ບໍ່​ຄິດ​ວ່າ​ຈະ​ກ່ຽວ​ຂ້ອງ​ກັບ​ເຫດ​ອາ​ຊະ​ຍາ​ກຳ​ໃດໆ, ແຕ່​ອາດ​ເປັນ​ການ​ປະ​ກອບ​ພິ​ທີ​ສົບ ດ້ວຍ​ການ​ລອຍ​ນ້ຳ​ຫລາຍ​ກ່​ວາ ເພາະ​ຕາມ​ປະ​ເພ​ນີ​ຂອງ​ຊາວ​ຮິນ​ດູ ຈະ​ບໍ່​ເຜົາ​ສົບ​ຜູ້​ຍິງ​ທີ່​ຍັງ​ບໍ່​ທັນ​ໄດ້​ແຕ່ງດອງ ແລະ ຄົນ​ທຸກ​ຍາກ​ອີກ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ອິນ​ເດຍ ກໍ​ບໍ່​ມີ​ເງິນ​ພຽງ​ພໍ​ສຳ​ລັບ​ການ​ຈັດ​ພິ​ທີ​ເຜົາ​ສົບ​ຍາດ​ພີ່​ນ້ອງ​ຂອ​ງ​ຕົນ​ອີກ​ດ້ວຍ.

ທ່ານ ຊາ​ອຸມ​ຢາ ອາ​ການ​ວັນ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ປົກ​ຄອງ​ເຂດ​ອຸນ​ເນົາ ໃນ​ລັດ​ອຸຕະ​ລະ​ຣະ​ປະ​ເທດ ທາງ​ພາກ​ເໜືອ​ຂອງ​ອິນ​ເດຍ​ກ່າວ​ວ່າ ມີ​ຜູ້​ພົບ​ສົບ​ຈຳ​ນວນ​ 102 ສົບ​ລອຍ​ຢູ່​ໃນ​ແມ່​ນ້ຳ​ສາ​ຂາ​ຂອງ​ແມ່​ນ້ຳ​ຄົງ​ຄາ ໃກ້​ກັບ​ໝູ່​ບ້ານ​ປາ​ຣິ​ຍານ ໃນ​ມື້​ວັນ​ອັງ​ຄານ​ທີ 13 ມັງ​ກອນ​ຜ່ານ​ມາ ໂດຍ​ສົບ​ທີ່​ພົບ​ແມ່ນ​ຢູ່​ໃນ​ສະ​ພາບ​ເໜົ່າ​ເປື່ອຍ ເກີນ​ກ່​ວາ​ທີ່​ຈະ​ຊັນ​ນະ​ສູດ ຫລື ລະ​ບຸ​ຮູບ​ປະ​ພັນ​ໄດ້, ແຕ່​ເຈົ້າ​ໜ້າ​ທີ່​ກຳ​ລັງ​ດຳ​ເນີນ​ການກວດ​ສອບ​ດີ​ເອັນ​ເອ ເພື່ອ​ຊອກ​ຫາ​ທີ່​ມາ​ຂອງ​ສົບ ແລະ ສົບ​ເຫລົ່າ​ນີ້​ຈະ​ຖືກ​ນຳ​ໄປ​ຝັງ ເພື່ອ​ຫລີກ​ລ່ຽງ​ການ​ເກີດ​ໂລກ​ລະ​ບາດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...