Homeຂ່າວພາຍ​ໃນຄາດຄະເນລາຄານໍ້າມັນຈະສືບຕໍ່ຫຼຸດລົງ!

ຄາດຄະເນລາຄານໍ້າມັນຈະສືບຕໍ່ຫຼຸດລົງ!

Published on

oil

 

ວິທະຍຸສາກົນແຫ່ງປະ ເທດຈີນລາຍງານວ່າ: ຫວ່າງບໍ່ດົນມານີ້, ກຸ່ມທະນາຄານໂລກ ໄດ້ເປີດເຜີຍບົດລາຍງານຄວາມ ຫວັງເສດຖະກິດໂລກສະບັບຫຼ້າສຸດ, ໂດຍໄດ້ຄາດຄະເນວ່າ ໃນປີ 2015 ນີ້, ທ່າອ່ຽງທີ່ລາຄາ ນ້ຳມັນເຊື້ອໄຟ ໃນຕະຫຼາດສາ ກົນຢູ່ໃນລະດັບຕ່ຳນັ້ນຈະສືບຕໍ່ເປັນໄປຢ່າງຕໍ່ເນື່ອງ, ແຕ່ຖ້າ ຫາກມີການຄ້ຳປະກັນດ້ານ ການເຕີບໂຕຂອງໂລກທີ່ແຂງ ແຮງກວ່າ ເກົ່າ, ລາຄານ້ຳມັນ ເຊື້ອໄຟຢູ່ໃນລະດັບຕ່ຳຈະນຳ ເອົາຜົນປະໂຫຍດທີ່ໃຫຍ່ຫຼວງ ມາໃຫ້ແກ່ປະເທດທີ່ນຳເຂົ້ານ້ຳ ມັນເຊື້ອໄຟ ໂດຍສະເພາະໃນ ປະເທດທີ່ພວມພັດທະນາ.
ຍ້ອນໄດ້ຮັບຜົນກະທົບ ຈາກລາຄານ້ຳມັນເຊື້ອໄຟທີ່ ຕົກຕ່ຳລົງຢ່າງຕໍ່ເນື່ອງ, ທະນາ ຄານໂລກຊີ້ອອກວ່າ: ດ້ານໜຶ່ງ ເວົ້າສຳລັບປະເທດທີ່ນຳເຂົ້າ ນ້ຳມັນເຊື້ອໄຟຫຼາຍປະເທດ ແລ້ວ, ລາຄານ້ຳມັນເຊື້ອໄຟ ຕົກຕ່ຳລົງຈະມີຜົນດີຕໍ່ການຊຸກ ຍູ້ການເຕີບໂຕ ແລະ ຫຼຸຸດຄວາມ ກົດດັນຈາກສະພາບເງິນເຟີ້ ພາຍນອກ ແລະ ການເງິນໃຫ້ ໜ້ອຍລົງ, ແຕ່ວ່າ: ໃນອີກດ້ານ ໜຶ່ງ, ສະພາບລາຄານ້ຳມັນເຊື້ອ ໄຟຫຼຸຸດລົງຢ່າງຕໍ່ເນື່ອງໄດ້ເປັນ ສິ່ງທ້າທາຍທີ່ໜັກໜ່ວງຕໍ່ປະ ເທດທີ່ສົ່ງອອກນ້ຳມັນເຊື້ອໄຟ ທີ່ສຳຄັນ, ປະເທດເຫຼົ່ານີ້ຈະໄດ້ ຮັບຜົນກະທົບຈາກອະນາຄົດ ຂອງການເຕີບໂຕ ແລະ ສະ ພາບດ້ານການເງິນລວມທັງ ລາຍຮັບລາຍຈ່າຍ ພາຍ ນອກ ທີ່ຫຼຸຸດລົງ.

 

ແຫລ່ງ​ຂ່າວ: ໜັງ​ສື​ພິມ​ປະ​ຊາ​ຊົນ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...