Homeຂ່າວຕ່າງປະເທດຫິ​ມະ​ຕົກ​ຄັ້ງ​ທຳ​ອິດໃນ​ຮອບ​ປີ ​ຢູ່​ແຂວງລາວ​ກາຍ ​ປະ​ເທດຫວຽດ​ນາມ

ຫິ​ມະ​ຕົກ​ຄັ້ງ​ທຳ​ອິດໃນ​ຮອບ​ປີ ​ຢູ່​ແຂວງລາວ​ກາຍ ​ປະ​ເທດຫວຽດ​ນາມ

Published on

558000000362905

 

ນັກ​ທ່ອງ​ທ່ຽວ​ຫລາຍ​ພັນ​ຄົນ​ໃນ​ເມືອງ​ຊາ​ປາ ​ແຂວງ​ລາວ​ກາຍ ທາງ​ພາກ​ເໜືອ​ຂອງ​ຫວຽດ​ນາມ ໄດ້​ສຳ​ຜັດ​ກັບ​ຫິ​ມະ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​ນີ້ ຫລັງ​ຫິ​ມະ​ຕົກ​ໃນ​ມື້​ວັນ​ເສົາ​ 10 ມັງ​ກອນ​ຜ່ານ​ມາ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານໃນ​ວັນ​ທີ 11 ມັງ​ກອນ​ຜ່ານ​ມາ​ນີ້​ວ່າ ຫິ​ມະ​ໄດ້​ເລີ່ມ​ຕົກ​ລົງ​ມາ​ໃນ​ຕອນ​ທ່ຽງ​ຄືນ​ມື້​ວັນ​ສຸກ​ທີ 9 ມັງ​ກອນ ໃນ​ຂະ​ນະ​ທີ່​ອຸນ​ຫະ​ພູມ​ໃນ​ເມືອງ​ດັ່ງ​ກ່າວ​ຫລຸດ​ລົງ​ຕ່ຳ 0 ອົງ​ສາ ທັງ​ຢູ່​ໃນ​ເຂດ​ເມືອງ​ຊາ​ປາ ແລະ ເມືອງ​ບ໊າດ​ສາດ ບໍ​ລິ​ເວນ​ດຽວ​ກັນ​ທີ່​ມີ​ຫິ​ມະ​ຕົກ​ໜັກ​ ໃນ​ເດືອນ​ທັນ​ວາ ປີ 2013.

​ຫິ​ມະ​ໄດ້​ປົກ​ຄຸມ​ຖ​ະ​ໜົນ​ຫົນ​ທາງ ແລະ ຫລັງ​ຄາ​ເຮືອນ​ຂອງ​ປະ​ຊ​າ​ຊົນ ຍອດ​ໄມ້​ໃບ​ຫຍ້າ ແລະ ບາງ​ແຫ່ງ​ກໍ​ປ​ົກ​ຄຸມ​ທົ່ວ​ບໍ​ລິ​ເວນ​ເປີ້ນ​ພູຂອງ​ແຫລ່ງ​ທ່ອງ​ທ່ຽວ​ຫລາຍ​ແຫ່ງ​ໃນ​ເມືອງ​ຊາ​ປາ ເຮັດ​ໃຫ້​ບາງ​ບ່ອນ​ຕ້ອງ​ຢຸດ​ປິດ​ໃຫ້​ບໍ​ລິ​ການ ເນື່ອງ​ຈາກ​ຫິ​ມະ​ຕົກ​ໜັກ ແລະ ຍິ່ງ​ໄກ​ອອກ​ຈາກ​ເຂດ​ເມືອງ ເຂົ້າ​ໄປ​ໃນ​ພູ​ສູງ​ເທົ່າ​ໃດ ຫິ​ມະ​ກໍ​ຍິ່ງ​ປົກ​ຄຸມ​ໜາ​ຫລາຍ​ຍິ່ງ​ຂຶ້ນ ຕັ້ງ​ແຕ່​ຕອນ​ເຊົ້າ​ຂອງວັນ​ເສົາ​ທີ 10 ມັງ​ກອນ​ຜ່ານ​ມາ​ນີ້.

 

558000000362901

558000000362904

558000000362907

558000000362908

558000000362909

558000000362912

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...