spot_img
Homeວັນນະກຳບົດກະວີບົດກອນ "ອັນຕະລາຍໄພສັງຄົມ"

ບົດກອນ “ອັນຕະລາຍໄພສັງຄົມ”

Published on

่่

                                “ອັນຕະລາຍໄພ​ສັງຄົມ”

​      ໄພ​ສັງຄົມ​ຍຸກ​ນີ້                                 ມີ​ຫຼາກ​ຫຼາຍປະການ
ໃນ​ນັ້ນ​ແສນ​ກັນດານ                                ​ແມ່ນ​ໄພ​ສິນ​ຈ້າງ
ໄພ​ນີ້ພາ​ເພ​ມ້າງ                                       ນິຕິ​ທຳ​ທຸກ​ຢ່າງ
ກົດໝາຍ​ວາງ​ອອກ​ແລ້ວ                            ​ເປັນ​ເຈ້ຍ​ເສດ​ເຫຼື​ອ

ຖືກ​ທຸບ​ເຖືອ​ຍິກ​ຍັ້ນ                           ຍີ​ຍໍ່າ​ທຳລາຍ
ເຮັດ​ໃຫ້​ກາຍ​ເປັນໝັນ                               ຂາດ​ຄວາມ​ເຄັມ​ກ້າ
ຫລາຍ​ຄະດີ​ຄາ​ຄ້າງ                                   ກາງ​ຄັນ​ອ່າງ​ຍ່າງ
ບາງ​ເທື່ອ​ຍັງ​ຕ່າວ​ປີ້ນ                               ດຳ​ແຫຼ້ພັດ​ວ່າ​ຂາວ

ມັນ​ເຖິງ​ຄາວ​ຕ່າວ​ຕ້ານ        ​                        ໄພ​​ໃໝ່​ຕົວ​ຍົງ
ຈົ່ງ​ພ້ອມ​ພາກັນ​ເຜີຍ                                ພິດ​ໄພ​ສິນ​ຈ້າງ
ຊອກ​ຫາ​ໂຕ​ການ​ສ້າງ                               ສິນ​ບົນ​ອຸບາດ
ແລ້ວ​ປະກາດ​ປ່າວ​ໂປ້ງ                              ປະຈານ​ໜ້າ​ຕໍ່​ສານ

ອີກ​ປະການ​ໜຶ່ງ​ນັ້ນ                          ຜູ້​ຮັບ​ສິນ​ບົນ
ກໍ່​ແມ່ນ​ຄົນ​ໂລ​ເລ                                   ຊົ່ວ​ຊາມ​ນາມ​ຮ້າຍ
ກົດໝາຍລາວ​ລະບຸ​ໄວ້                           ​ໃຫ້​ທຳ​ການ​ລົງ​ໂທດ
ທັງ​ຜູ້​ຮັບ​ແລະ​ຜູ້​ໃຫ້                                 ສິນ​ຈ້າງ​ພິດ​ໄພ

ມັນ​ຈຳ​ເປັນ​ຕ້ອງ​ໄດ້                           ລົງ​ໂທດ​ທັງ​ສອງ
ສົມ​ດັ່ງ​ຄວາມ​ຄອຍ​ຄອງ                          ທົ່ວ​ປະຊາ​ຊາວບ້ານ
ເຮັດ​ໃຫ້​ຝູງ​ໂຈນ​ຢ້ານ                                ຢຸດ​ເຊົາ​ຈອບ​ອ່ອຍ
ເຊົາ​ສຳອອຍ​ຊື້ຈ້າງ                 ​                ເມືອງ​ບ້ານ​ຈິ່ງ​ຈະ​ເລີ​ນ

ລາວ​ຈຶ່ງ​ເດີນ​ດຸ່ງ​ດັ້ນ                           ຖືກ​ຮ່ອມ​ທາງໝາຍ
ຈຶ່ງສະ​ສາຍ​ສາງ​ສີ                                ​ເດັ່ນ​ຄື​ຈັນ​ແຈ້ງ
ຈຶ່ງ​ບໍ່​ມີ​ບົກ​​ແຫ້ງ                                    ຈິດ​ໃຈ​ຮັກ​ຊາດ
ຈຶ່ງ​ສາມາດ​ກອບ​ກູ້                                 ຊູ​ຊວ້ານ​ຊື່​ລາວ ​ແທ້​ແລ້ວ

>>ຂອບໃຈ http://lanxanglpb.weebly.com/

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...