spot_img
Homeວັນນະກຳບົດກະວີກອນ " ງາມຍ້ອນແຕ່ງ "

ກອນ ” ງາມຍ້ອນແຕ່ງ “

Published on

download

                                        “ງາມ​ຍ້ອນ​ແຕ່ງ”

​   ໄກ່​ທີ່​ມີ​ປີກ​ເຫຼື້ອມ                           ຂົນ​ລຽບຫາງ​ຍາວ
ງາມ​ເດັ່ນ​ແວວ​ວາວສີ                            ​ແຕ້​ງລາຍ​ຊອນ​ຊ້ອນ
ຍ້ອນ​ຂົນ​ແປງ​ຊົງ​ໄວ້                            ຄວາມ​ງາມ​ເລີຍ​ເດັ່ນ
ຂົນ​ໄກ່​ເປັນ​ເຄື່ອງ​ເອ້                            ງາມ​ໄດ້​ດັ່ງໝາຍ

ຄົນ​ແຕ່ງ​ກາຍ​ໃສ່​ເສື້ອ                           ​ໂຕ​ໃໝ່​ແຊມ​ສີ
ງາມ​ຄົນ​ມີ​ຜືນ​ແພ                                ​ໄກ່​ງາມ​ຂົນ​ຊ້ອນ
ຍ້ອນ​ມີ​ແຫວນ​ມີ​ສ້ອຍ                            ຄວາມ​ງາມ​ສາຍ​ອ​ອກ
ແຕ່ງ​ນອກ​​ໂດ​ຍ​ເຄື່ອງ​ເອ້                         ດີ​ລ້ວນ​ຄ່າ​ຄຳ

​ແຕ່ງ​ຜິວ​ໂດຍ​ເຄື່ອງ​ແປ້ງ                   ​ເສີມ​ໃສ່​ສີ​ໃສ
ກາຍ​ສ່ອງ​ງາມ​ປານ​ອິນ                          ​ແຕ່ງ​ຂຽນເຄີຍ​ເວົ້າ
ແຕ່ງ​ຕື່ມ​ໃຈ​ເຮົາ​ໃຫ້                                 ຄວາມ​ງາມ​ເກີນ​ໄກ່
ໃຈ​ແຕ່ງ​ເຕີມ​ເດັ່ນ​​ໄດ້                                ງາມ​ຊ້ອນ​ເຊື່ອງ​ໃນ

​ແຕ່ງ​ກາຍ​ງາມ​ນອກ​ແຈ້ງ       ​            ໃຈ​ແຕ່ງ​ງາມ​ໃນ
ໃຫ້​ມີ​ງາມ​ທາງ​ໃຈ                                ທ່ານ​ທຳ​ເອງ​ໄດ້
ງາມ​ນິ້ວມື​ງາມ​ຍ້ອນ                             ງາມ​ຜົນ​ຂອງ​ວຽກ
ດີ​ເດັ່ນ​ເຕີມ​ແຕ່ງ​ແຕ້ມ                            ຄົນ​ໃຫ້​ໂດ່​ງດັ່ງ

ຄື​ດັ່ງດວງ​ດອກ​ດົ້ວ                         ມີ​ກີບ​ສີ​ໃສ
ດວງ​ໃດ​ມີ​ຄວາມ​ຫອມ                           ຄ່າ​ສູງ​ເສີມ​ຊ້ອນ
ບຸບຜາ​ມີ​ສີ​ເອ້                                      ຫລາຍ​ສີດູອາດ
ຜາກົດ​ເຫັນ​ຮູບ​ແຈ້ງ                                ງາມ​ໄດ້​ຈາກ​ຕາ

ທັງ​ດອກ​ງາມ​ກີບ​ກ້ານ         ​            ໃນ​ນອກ​ສົມບູນ
ງາມ​ດອກ​ທັງ​ຫອມ​ຫວນ                          ​ເດັ່ນ​ຄວນ​ຍໍ​ຍ້ອງ
ທັງ​ກິ່ນ​ທັງ​ສີ​ພ້ອມ                                ​ເກີນ​ພໍ​ພາ​ເດັ່ນ
ຫອມ​ກັບ​ງາມ​ຄູ​ຂ້າງ                                ກາຍ​ພ້ອມ​ພໍ່າ​ໃຈ ​ແທ້​ແລ້ວ

>>ຂອບໃຈ http://lanxanglpb.weebly.com/

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...