Homeຂ່າວຕ່າງປະເທດພາບທໍາອິດ ຊາກສ່ວນຫາງຂອງສາຍການບິນແອຣ໌ເອເຊຍ ທ່ຽວບິນ QZ8501

ພາບທໍາອິດ ຊາກສ່ວນຫາງຂອງສາຍການບິນແອຣ໌ເອເຊຍ ທ່ຽວບິນ QZ8501

Published on

news01-1

ສໍານັກຂ່າວຕ່າງປະເທດລາຍງານວ່າ ທາງການອິນໂດເນເຊຍ ເປີດເພີຍຢ່າງບໍ່ເປັນທາງການວ່າ ໄດ້ຄົ້ນພົບວັດຖຸທີ່ ໜ້າຈະເປັນຊາກເຄື່ອງ ບິນສາຍການບິນແອຣ໌ເອເຊຍ ທ່ຽວບິນ QZ8501 ຊຶ່ງປະສົບເຫດຕົກ ແລະ ຈົມນໍ້າໃນທະເລຊາວາ ເມື່ອວັນທີ 28 ທັນວາ ທີ່ຜ່າມາ ຫຼັງຈາກປະຕິບັດການຄົ້ນຫາຜູ້ຫຼອກຊີວິດ ແລະ ເຄື່ອງບິນຜ່ານມາ 10 ວັນ.

ຫຼັ້ງຈາກຄວາມພະຍາຍາມຢ່ອນອຸປະກອນທີ່ໃຊ້ໃນການເກັບກູ້ຊາກເຄື່ອງບິນລົງໄປ ໃນຈຸດທີ່ຄົ້ນພົບສາກ ຫ່າງຈາກຝັ່ງເກາະບໍຣ໌ນຽວ 90 ໄມລ໌ທະເລ ຢູ່ຫຼາຍຄັ້ງຫຼ້າສຸດເຈົ້າໜ້າທີ່ຢືນຢັນວ່າສາມາດຄົ້ນພົບຊາກເຄື່ອງ ບິນແອຣ໌ເອເຊຍ ທ່ຽວບິນ QZ8501 ໃນສ່ວນຂອງຫາງເຄື່ອງບິນ ກ້ອງໃຕ້ນໍ້າທີ່ິຕິດຢູ່ອຸປະກອນໄດ້ສົ່ງພາບກັບມາຫາເຈົ້າໜ້າທີ່ ເປີດເຜີຍໃຫ້ເຫັນ ໂລໂກ້ ແອຣ໌ເອເຊຍ ຢ່າງຊັດເຈັນ.

ທັງນີ້ເຈົ້າໜ້າທີ່ຍັງພະຍາຍາມຈະເກັບກູ້ຊາກເຄື່ອງບິນຂຶ້ນມາທາມກາງປັດໄຈສ່ຽງ ແລະ ອຸປະກອນຕ່າງໆ ໂດຍສະເພາະສະພາບອາກາດ  ທີ່ປັ່ນປ່ວນ ໄດ້ທຸກຊົ່ວໂມງ ຊຶ່ງຊາດສ່ວນຫາງຂອງເຄື່ອງບິນຂະເັປນກະແຈສໍາຄັນໃນການໄຂປິດສະໜາ ຂອງເຫດການໃນຄັ້ງນີ້ ເນື່ອງຈາກເປັນຈຸດທີ່ບັນຈຸກ໋ອງດໍາເອົາໄວ້ ໂດຍທາງການອິນໂດເນເຊຍ ໜ້າຈະມີການຖະແຫຼງຊີ້ແຈງກ່ຽວກັບການພົບໃນຄັ້ງນີ້ຢ່າງເປັນທາງການອີກຄັ້ງໜຶ່ງ.

ສ່ວນປະຕິບັດການຄົ້ນຫາຜູ້ຫຼອດຊີວິດຈາກເຫດການ ທ່ຽວບິນ QZ8501 ຜ່ານໄປ 10 ວັນ ຍັງບໍ່ພົບຜູ້ຫຼອດຊີວິດແຕ່ຢ່າງໃດ, ຂະນະທີ່ຕົວເລກສົບຜູ້ເສບຊີວິດ ຫຼ້າສຸດແມ່ນກູ້ໄດ້ແລ້ວ 41 ສົບຊຶ່ງທະຍອຍລໍາລຽງກັບເມືອງ ສຸຣາບາຍາຢ່າງຕໍ່ເນື່ອງ ເພື່ອພີສູດ ເອກະລັກບຸກຄົນ ແລະ ສົ່ງມອບໃຫ້ຍາດພີ້ນ້ອງຕໍ່ໄປ.

B6ubxWQCQAAc-l5B6ubxRrCYAEJ0cLB6ubxSwCEAMxP-4

>>http://news.sanook.com/1726993/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...