spot_img
Homeຂ່າວພາຍ​ໃນນັກທ່ອງທ່ຽວຈົ່ມ ຄ່າເຂົ້າຊົມຄອນພະເພັງແພງ !!

ນັກທ່ອງທ່ຽວຈົ່ມ ຄ່າເຂົ້າຊົມຄອນພະເພັງແພງ !!

Published on

10898219_650237535086738_3030061971939404005_n

ວັນທີ 7 ມັງກອນ 2015 ນັກທ່ອງທ່ຽວທ່ານໜຶ່ງທີ່ບໍ່ປະສົງອອກນາມ ໄດ້ໃຫ້ຂ່າວກັບນັກຂ່າວພວກເຮົາວ່າ ລາຄາປີ້ເຂົ້າຊົມນ້ຳຕົກຕາດ ຄອນພະເພັງແພງຂຶ້ນຫຼາຍ ເກີນທີ່ມັນຄວນຈະເປັນ, ໃນຂະນະທີ່ປະຊາຊົນບ້ານທ່າຄໍ້ ທີ່ຢູ່ໃກ້ຄຽງນັ້ນ ກໍເວົ້າວ່າ ລາຄາປີ້ເຂົ້າຊົມນ້ຳຕົກຕາດຄອນພະເພັງ ໄດ້ແພງຂຶ້ນຕັ້ງແຕ່ປີໃໝ່ເປັນຕົ້ນມາ ເຊັ່ນ

ລາຄາປີ້ເຂົ້າຊົມເມື່ອເດືອນທັນວາ 2014 ຄົນລາວ 10,000 ກີບ/ຄົນ ແລະ ຄົນຕ່າງປະເທດ 25,000 ກີບ/ຄົນ.

ລາຄາປີ້ເຂົ້າຊົມ ນັບແຕ່ເດືອນມັງກອນ 2015 ເປັນຕົ້ນມາ ຄົນລາວຂຶ້ນເປັນ 20,000 ກີບ/ຄົນ ແລະ ຄົນຕ່າງປະເທດ 55,000 ກີບ/ຄົນ (ຕາມຮູບປະກອບ).

ການຂຶ້ນລາຄາສຳລັບຄົນລາວແມ່ນ ທົບເຄິ່ງ (100%) ແລະ ຄົນຕ່າງປະເທດຂຶ້ນຫຼາຍກວ່າ 100%  (125%). ປະຊາຊົນຄິດວ່າ ສະຖານທີ່ແຫ່ງນີ້ຄືຊັບສົມບັດ ຂອງພີ່ນ້ອງຮ່ວມຊາດ ແລະ ເປັນຊົມບັດຂອງໂລກ ຈຶ່ງຄວນເກັບຄ່າເຂົ້າຊົມໃຫ້ເໝາະສົມ ທັງນີ້ກໍເພື່ອດຶງດູດນັກທ່ອງທ່ຽວ ໃຫ້ຫຼາຍຂຶ້ນ ແລະສ້າງຄວາມສຸກຄວາມພາກພູມໃຈ ແກ່ນັກທ່ອງທ່ຽວທີ່ມີໂອກາດມາ ສຳຜັດ .

ກ່ອນໜ້ານັ້ນລັດເຮັດ ປະຊາຊົນທ້ອງຖິ່ນສາມາດເຂົ້າໄປຂາຍເຄື່ອງ ທີ່ຕົນມີໃຫ້ນັກທ່ອງທ່ຽວໄດ້ ແຕ່ຫຼັງໆມານີ້ຄົນທ້ອງຖິ່ນເລີ່ມໜ້ອຍລົງ ເພາະເກັບຄ່າເຂົ້າຊົມແພງ ແລະ ເລີ່ມສະແດງອາການຜູກຂາດຫຼາຍຂຶນ ເຮັດໃຫ້ປະຊາຊົນເສຍສິດໃນການ ເຂົ້າໄປຄ້າ-ຂາຍໃນເຂດດັ່ງກ່າວ ຄືບໍ່ສາມາດເຂົ້າໄປທຳມາຄ້າຂາຍໄດ້ ຄືດັ່ງແຕ່ກ່ອນແລ້ວ.

1502497_650237525086739_2510956815159289128_n

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...