Homeຂ່າວພາຍ​ໃນຜົນເທນນິສ ໃນສຶກ "ເທນນິສ ຮອປແມນຄັພ" ທີ່ "ອອສເຕຣເລຍ"

ຜົນເທນນິສ ໃນສຶກ “ເທນນິສ ຮອປແມນຄັພ” ທີ່ “ອອສເຕຣເລຍ”

Published on

930090

ໂປແລນດ໌ ຟອມຍັງແຮງ ຫຼັງເຊືອດເອົາຊະນະ ສະຫະຣາຊອານາຈັກ 2-1 ຣັບເບີຣ໌ ຕວ້າໄຊ 2 ແມັດຈ໌ລວດ ໃນສຶກເທນນິສ ຮອປແມນຄັພ

ການແຂ່ງຂັນເທນນິສ ທີມປະສົມຊີງແຊ່ມໂລກ ຮອປແມນຄັພ 2015 ທີ່ ເພີຣ໌ທ ອາຣີນ່າ ໃນເມືອງເພີຣ໌ທ ປະເທດ ອອສເຕຣເລຍ ເມື່ອວັນພຸດ ວັນທີ 7 ທີ່ຜ່ານມາ ໂດຍໃນຊ່ວງເຊົ້າເປັນການແຂ່ງຂັນໃນຮອບແບ່ງກຸ່ມ B ຜົນປະກົດວ່າ ໂປແລນດ໌ ທໍາຜົນງານໄດ້ສຸດຍອດຫຼັງເອົາຊະນະ ສະຫະຣາຊອານາຈັກ ໄປໄດ້ 2-1 ຣັບເບີຣ໌ ເຮັດມໃຫ້ໂປແລນດ໌ ມີສະຖິຕິຊະນະ 2 ນັດລວດ ສ່ວນສະຫະຣາຊອານາຈັກ ຊະນະ 1 ເສຍ 1. ໂດຍປະເພດຍິງດຽວ ອັກເນຍຊະກາ ຣັດວານສະກາ (ໂປແລນດ໌) ຊະນະ ຮີເທີຣ໌ ວັດສັນ (ສະຫະຣາຊອານາຈັກ) 2 ແຊັດລວດ 6-3, 6-1 ຂະນະທີ່ປະເພດຊາຍດຽວ ແອນດີ ເມີຣ໌ເຣຍ (ສະຫະຣາຊອານາຈັກ) ຊະນະ ເຈີຣ໌ຊີ ຍາໂນວິຊ (ໂປແລນດ໌) 2 ແຊັດລວດ 6-2, 6-4 ແລະ ໃນປະເພດຄູ່ປະສົມ ຣັດວານສະກາ ກັບ ຍາໂນວິຊ (ໂປແລນດ໌) ຊະນະ ວັນສັນ ກັບ ເມີຣ໌ເຣຍ (ສະຫະຣາຊອານາຈັກ) 2 ແຊັດລວດ 6-4, 6-4.

ສ່ວນໃນຊ່ວງຄໍ່າ ຝຣັງ ແຊ່ມເກົ່າ ຍັງຮັກສາຄວາມຫວັງໃນການຜ່ານເຂົ້າສູ່ຮອບຊີງຊະນະເລີດເອົາໄວ້ໄດ້ ຫຼັງຈາກເອົາຊະນະ ອອສເຕຣເລຍ ເຈົ້າຖິ່ນ 2-1 ຣັບເບີຣ໌ ທໍາສະຖິຕິຊະນະ 1 ເສຍ 1.  ສ່ວນ ອອສເຕຣເລຍ ເສຍ 2 ນັດລວດຕົດຮອບແນ່ນອນແລ້ວ ໂດຍປະເພດຍິງດ່ຽວ ອະລິເຊ ກໍຣ໌ເນຕ໌ (ຝຣັງ) ຊະນະ ເຄຊີຍ໌ ເດລລັຄກົວ (ອອສເຕຣເລຍ) 2-1 ແຊັດ 4-6 7-5 6-1. ປະເພດຊາຍດ່ຽວ ມາຣິນໂກ ມາໂຕເຊວິຊ (ອອສເຕຣເລຍ) ຊະນະ ເບີຣ໌ນົວຕ໌ ແປຣ໌ (ຝຣັງ) 2-1 ແຊັດ 2-6 6-4 6-2 ແລະ ປະເພດຄູ່ປະສົມ ກໍຣ໌ເນຕ໌ ກັບ ແປຣ໌ (ຝຣັງ) ຊະນະ ເດລລັຄກົວ ກັບ ມາໂຕ ເຊວິຊ (ອອສເຕຣເລຍ) 2 ແຊັດລວດ 7-6(7-3), 7-5.

.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...