Homeຂ່າວພາຍ​ໃນຜົນການແຂ່ງຂັນເທນນິສ "ກາຕາຣ໌ ເອັກຊ໌ຊອນໂມບິລ ໂອເພັນ".

ຜົນການແຂ່ງຂັນເທນນິສ “ກາຕາຣ໌ ເອັກຊ໌ຊອນໂມບິລ ໂອເພັນ”.

Published on

930085

“ ໂນວັດ ຍໍໂຄວິຊ ” ຜົນງານຍັງສຸດຍອດ ຫຼັງຈາກເອົາຊະນະ ເຊີຣ໌ເກ ສະຕາຄອຟສະກີ 2 ແຊັດລວດ ລິ່ວ 8 ຄົນສຸດທ້າຍຫວດ ກາຕາຣ໌ ເອັກຊ໌ຊອນໂມບິລ ໂອເພັນ.

ການແຂ່ງຂັນເທນນິສ ເອທີພີ ເວີລດ໌ ທົວຣ໌ ລາຍການ ກາຕາຣ໌ ເອັກຊ໌ຊອນໂມບິລ ໂອເພັນ ຊຶ່ງເງິນລາງວັນລວມ 1.2 ລ້ານດອລລາຣ໌ ສະຫະລັດ ທີ່ກຸງໂດຮາ ປະເທດກາຕາຣ໌ ເມື່ອວັນພຸດທີ່ 7 ມັງກອນ ທີ່ຜ່ານມາເປັນການແຂ່ງຂັນໃນປະເພດຊາຍດຽວຮອບ 16 ຄົນສຸດທ້າຍ ໂນວັດ ຍໍໂຄວິຊ ນັກຕີມື 1 ຂອງໂລກຈາກເຊີຣ໌ເບຍ ຟອມຍັງຮ້ອນແຮງບໍ່ເລີກຫຼັງໄລ່ເອົ່າຊະນະ ເຊີຣ໌ເກ ສະຕາຄອຟສະກີ ຈາກຢູເຄນ ໄປຢ່າງສະບາຍ 2 ແຊັດລວດ 6-2, 6-1 ລອຍຜ່ານເຂົ້າໄປຫຼິ້ນໃນຮອບກ່ອນຮອງສະນະເລີດຕໍ່ໄປໄດ້ສໍາເລັດ.

ສ່ວນໂທມັສ ເບີຣ໌ດິໍຊ ເຕັງ 3 ຈາກເຊັກ ກໍ່ທໍາຜົນງານໄດ້ດີບໍ່ໜ້ອຍ ເມື່ອ ໄລ່ເອົາຊະນະ ບລາຊ ຄາຟຊິຊ ຈາກ ສະໂລວາເນຍ ໄປຂາດລອຍ 2 ແຊັດລວດ 6-1, 6-2 ຂະນະທີ່ ດາບິດ ເຟຣ໌ເຣຣ໌ ມື 4 ຈາກສະເປນ ຜ່ານເຂົ້າຮອບຕໍ່ໄປໄດ້ສໍາເລັດຫຼັງເອົາຊະນະ ເຟຣ໌ນານໂດ ເບຣ໌ດາສໂກ ເພື່ອນຮ່ວມຊາດໄປໄດ້ 2 ແຊັດລວດ 6-3, 6-2.

ຜົນຄູອຶ່ນໆ ອີໂວ ຄາຣ໌ໂລວິຊ (ໂຄເອເຊຍ, ມື7) ຊະນະ ນິໂຄລາຊວິລີ (ຈໍຣ໌ເຈຍ) 7-6 (7-6), 6-3, ອິວານ ໂດດິກ (ໂຄເອເຊຍ) ຊະນະ ມິຊາເອລ ແບຣ໌ເຣີຣ໌ (ເຢຍລະມັນ) 7-6,(7-1), 6-2 , ດັສຕິນ ບຣາວນ໌ (ເຢຍລະມັນ) ຊະນະ ຍານ ເລນນາຣ໌ດ ສະຕຣຸຟຟ໌ (ເຢຍລະມັນ 7-6(11-9), 6-4, ອັນເຄຼຍສ ເຊປປີ (ອີຕາລີ) ຊະນະ ຊູເອົາ ຊູຊາ (ບຣາຊີລ) 7-5, 6-2.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...