Homeຂ່າວຕ່າງປະເທດແຜ່ນດິນໄຫວ 6.0 ຢູ່ນິວຊີແລນ ຍັງບໍ່ມີລາຍງານຄວາມເສຍຫາຍ

ແຜ່ນດິນໄຫວ 6.0 ຢູ່ນິວຊີແລນ ຍັງບໍ່ມີລາຍງານຄວາມເສຍຫາຍ

Published on

558000000147401

 

ສຳນັກຂ່າວຕ່າງປະເທດ ລາຍງານໃນມື້ນີ້ (6 ມັງກອນ) ວ່າ ເກີດເຫດແຜ່ນດິນໄຫວ ຂະໜາດ 6.0 ຣິກເຕີ້ ໃນຕອນເຊົ້າ

ຂອງມື້ນີ້ ເວລາ 06:48 ໂມງ ຕາມເວລາໃນທ້ອງຖິ່ນຂອງນິວຊີແລນ (0:48 ໂມງ ຕາມເວລາໃນປະເທດລາວ) ໃນເຂດທີ່

ມີຜູ້ຄົນອາໄສຢູ່ເບົາບາງ ຫ່າງໄປທາງຕາເວັນຕົກ ປະມານ 100​ ກິໂລແມັດ ຈາກເມືອງໄຄຣເຊີດ (Christchurch) ຂອງ

ປະເທດນິວຊີແລນ ໂດຍເບື້ອງຕົ້ນສາມາດວັດແທກແຮງສັ່ນສະເທືອນໄດ້ເຖິງ 6.4 ຣິກເຕີ ກ່ອນທີ່ຈະປັບຕົວເລກຄ່ອຍ

ລົງມາເປັນ 6.0 ຣິກເຕີໃນພາຍຫລັງ ໂດຍສູນກາງຂອງແຜ່ນດິນໄຫວຄັ້ງນີ້ ເລິກລົງໄປໃຕ້ພື້ນດິນປະມານ 10 ກິໂລແມັດ

ແລະ ຮອດປັດຈຸບັນນີ້ ແມ່ນຍັງບໍ່ທັນມີລາຍງານເຖິງຄວາມເສຍຫາຍຕ່າງໆເທື່ອ.

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...