Homeຂ່າວພາຍ​ໃນຫົງແດງ ຈະໄດ້ ລາເວຊຊີ ມາເສີມທີມຄ່າຕົວພຽງ 8 ລ້ານປອນດ໌

ຫົງແດງ ຈະໄດ້ ລາເວຊຊີ ມາເສີມທີມຄ່າຕົວພຽງ 8 ລ້ານປອນດ໌

Published on

fd

ຫົງແດງ ລີເວີຣ໌ພູລ ອາດຈ່າຍເງິນພຽງເລັກຫນ້ອຍ ກໍ່ຈະໄດ້ຕົວເອເຊເກລ ລາເວຊຊີ  ຂອງ ປາຣີສ ແຊງຕ໌ – ແຊຣ໌ກແມງ ມາເສີມທີມ ໃນຊ່ວງເດືອນມັງກອນນີ້

ສື່ຂອງເກາະອັງກິດ ລາຍງານຂ່າວວ່າ ຫົງແດງ ລີເວີຣ໌ພູລ ສະໂມສອນຂວັນໃຈມະຫາຊົນແຫ່ງສຶກພຣີເມຍຣ໌ລີກ ມີແວວໄດ້ທີ່ຈະໄດ້ຕົວຂອງ ເອເຊເກລ ລາເວຊຊີ ດາວຍິງໂຕສໍາຮອງຂອງ ປາຣີສ ແຊງຕ໌-ແຊຣ໌ກແມງ ມະຫາສດຖີແຫ່ງລີກ ເອີງຝຣັງ ມາເສີມທີມໃນຊ່ວງເດືອນ ມັງກອນນີ້ ດ້ວຍຄ່າຕົວພຽງ 8 ລ້ານປອນເທົ້ານັ້ນ.

ກອງໜ້າຊາວອາເຈນຕີນາ ອາຍຸ 29 ປີ ເລີ່ມບໍ່ມີຄວາມສຸກກັບຊີວິດໃນການແຂ່ງຂັນໃນຝຣັງ ຫຼັງຈາກຕົກເປັນໂຕສໍາຮອງຕະຫຼອດ  ກ່ອນໜ້ານີ້ມີຂ່າວວ່າ ເຈົ້າໂຕຈະບໍ່ຕໍ່ສັນຍາສະບັບໃຫມ່ ທີ່ກໍາລັງໝົດລົງໃນຊ່ວງປິ 2016 ນີ້ເຮັດໃຫ້ ເປແອສເຊ ຕ້ອງຫັນມາຟັງຄໍາສະເໜີຂອງ ຫົງແດງ ເພາະບໍ່ຢາກປ່ອຍຕົວເອງອອກໄປຈາກທີມຟຣີໆ ຫຼັງຈາກໝົດສັນຍາ.

>>http://sport.sanook.com/tag/ข่าวกีฬา/all/topview/today/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...