Homeຂ່າວຕ່າງປະເທດອິນໂດເນເຊຍສໍ້ຖອນໃບອະນຸຍາດດໍາເນີນທຸລະກິດຂອງແອຣ໌ເອເຊຍ

ອິນໂດເນເຊຍສໍ້ຖອນໃບອະນຸຍາດດໍາເນີນທຸລະກິດຂອງແອຣ໌ເອເຊຍ

Published on

 อินโดนีเซีย ส่อถอนใบอนุญาตทำธุรกิจแอร์เอเชีย

ອິນໂດເນເຊຍສໍ່ຖອນໃບອະນຸຍາດດໍາເນີນທຸລະກິດແອຣ໌ເອເຊຍ ພ້ອມສອບສວນທ່ຽວບິນທັງໝົດຕັ້ງແຕ່ 5​ມັງກອນ ເປັນຕົ້ນໄປ ຫຼັງຄາດວ່າອາດຈະມີການ ຜິດສັນຍາຂຶ້ນ
ເມື່ອວັນທີ 3 ມັງກອນ 2014 ນາຍ ໂຈໂກ ມູຣັຕໂມໂຈ ຮັກສາການອະທິການບໍລີກົມການບິນ ອິນໂດເນເຊຍເປີດເຜີຍວ່າ ຕັ້ງແຕ່ວັນທີ 5 ມັງກອນ ເປັນຕົ້ນໄປ ອິນໂດເນເຊຍ ໜ້າຈະກວດສອບຕາລາງການບິນທັງໝົດຂອງ ແອຣ໌ອເຊຍ ຫຼັງຈາກພົບຂໍ້ສົງໃສວ່າແອຣ໌ເອເຊຍ ອິນໂດເນເຊຍອາດຈະລະເມີດສັນຍາການບິນລະຫວ່າງ ສຸລາບາຍາ ກັບ ປະເທດສິງກະໂປ ຂຶ້ນ ໂດຍສັນຍາດັ່ງກ່າວອະນຸຍາດໃຫ້ບິນໄດ້ສະເພາະວັນຈັນ,​ອັງຄານ,​ ພະຫັດ ແລະ ວັນເສົາເທົ້ານັ້ນ  ແຕ່ເຫດການທ່ຽວບິນ QZ 5801 ກັບຫາຍໄປໃນວັນອາທິດ
         ຮັກສານການອະທິການບໍດີກົມການບິນ ອິນໂດເນເຊຍ  ກ່າວອີກວ່າທັງນີ້ ອາດຈະມີຄວາມເປັນໄປໄດ້ທີ່ອິນໂດເນເຊຍ ຈະຖອນໃບອະນຸຍາດຂອງ ແອຣ໌ເອເຊຍ ໃນການດໍາເນີນທຸລະກິດ ກັບອິນໂດເນເຊຍ ຂະນະດຽວກັນ ນາຍຊູນຸ ວິດຍັດໂມໂກ ຫົວໜ້າເຈົ້າໜ້າທີ່ບໍລິຫານແອຣ໌ເອເຊຍ ເປີດເຜີຍວ່າ ບໍລິສັດພ້ອມທີ່ຈະໃຫ້ຄວາມຮ່ວມມືໃນການສອບສວນຂອງລັດຖະບານຢ່າງເຕັມທີ່ ແຕ່ຂໍບໍ່ໃຫ້ລາຍລະອຽດຫຼາຍໄປກວ່ານີ້.

>>http://hilight.kapook.com/view/113617

ບົດຄວາມຫຼ້າສຸດ

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...