Homeຂ່າວພາຍ​ໃນເຊລຊີ ຖະຫຼົ່ມ ວັຕຟອຣ໌ດ 3-0 ໃນສຶກ FA ຄັຟ

ເຊລຊີ ຖະຫຼົ່ມ ວັຕຟອຣ໌ດ 3-0 ໃນສຶກ FA ຄັຟ

Published on

ເປີດສາກເຄີ່ງເວລາທີ່ໜຶ່ງ ເຊລຊີ ຄອງບານໄດ້ເໜືອກວ່າ ວັສຟອຣຸດ  ແຕ່ບໍ່ມີໂອກາດ ຈົບສະກໍຣ໌ໄດ້  ໝົດເວລາເຄີ່ງທີ່ 1 ສະເໝີກັນ 0-0

ລົງມາຕໍ່ໃນເຄິ່ງເວລາຫຼັງ ນາທີ 58 ເຊລຊີ ກໍ່ມາໄດ້ປະຕູຂຶ້ນນໍາ ໄປກ່ອນ 1-0 ຈົນໄດ້,​ ຈາກຈັງຫວະທີ່ ເຣມີ ສະກັດບານ ແລ້ວມາເຂົ້າທາງວິລລຽນ ໄດ້ຕັ້ງປ້ອມຍິງນອກກອບສັດເຂົ້າປະຕູໄປ

ນາທີ 70 ແຟນບານ ຂອງທີມ ສິງໂຕ ກໍ່ໄດ້ເຮອີກເມື່ອທີມມາໄດ້ປະຕູຂຶ້ນມານໍາເປັນ 2-0 ຈາກຈັງຫວະ ດຣ໊ອກບາ ຕອກສົ້ໜໃຫ້ກັບ ດີເອໂກ ຄອສກາ ຍິງບານໄປຕິດບຣ໊ອກ ຂອງແຄທ໌ຄາຣ໌ທ  ແຕ່ບານຍັງມາເຂົ້າທາງຂອງ ໂລອິກ ເຣມີ ບອນເລ່ຊໍ້າເຂົ້າໄປບໍ່ເຫຼືອ

ຫຼັງຈາກນັ້ນກໍ່ມາເພີ່ມເປັນ 3 -0 ເມື່ອ ເຊຊາຣ໌ອັຊປິລິກວຍຕ້າ ວາງບານຍາວຈາກໜ້າຢອດເຂົ້າໃນຂອບເຂດໂທດ ຄູຣ໌ມ ຊູມ່າ ກະໂດດຂຶ້ນສະບັດເອົາຫົວຕີບານໄປທາງເສົາສອງເຂົ້າປະຕູໄປ

ຊ່ວງເວລາທີ່ເຫຼືອ ວັຕຟອຣ໌ດ ບໍ່ສາມາດທວງປະຕູກັບຄືນມາໄດ້ໝົດເວລາ 90 ນາທີ ເຊລຊີເປີດບ້ານຖະຫຼົ່ມເອົາຊະນະ   ວັຕຟອຣ໌ດ ທີມມາຈາກລີກເດິ ແຊ່ມປ່ຽນຊີຟ 3-0​ຜ່ານເຂົ້າສູ່ຮອບ 4 ທີມຕໍ່ໄປໄດ້ສໍາລັດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...