Homeຂ່າວພາຍ​ໃນຢຸດການຊະນະ 22 ນັດຕິດຕໍ່ກັນຂອງ ລາຊັນຊຸດຂາວ ໄດ້ສໍາເລັດ

ຢຸດການຊະນະ 22 ນັດຕິດຕໍ່ກັນຂອງ ລາຊັນຊຸດຂາວ ໄດ້ສໍາເລັດ

Published on

zcc

ບາເລນເຊຍ ຢຸດສະຖິຕິຊະນະຕໍ່ເນື່ອງ 22 ເກັມຕິດຂອງ ລາຊັນຊຸດຂາວ ຣີລມາດຣິດ ຫຼັງຍິງແຊງເອົາຊະນະໄປໄດ້ 2-1 ໃນສຶກບານເຕະ ລາລີກາສະເປນ ເມື່ອວັນອາທິດ ທີ 4​ ມັງກອນ ທີ່ຜ່ານມາ
ເມື່ອເລີ່ມເຄິ່ງເວລາແລກມາໄດ້ 14 ນາທີ ຣີລມາດຣິດກໍ່ມາໄດ້ປະຕູຂຶ້ນນໍາ 1-0 ຈາກລູກໂທດ ເຊິ່ງຮັບຫນ້າທີ່ຍິງປະຕູໂດຍ ຄຣິສເຕຍໂນ ໂລນັນໂດ ຍິງເຂົ້າໄປບໍ່ພາດ ຈົບເຄິ່ງເວລາທໍາອິດ້ວຍຄະແນນ 1-0.

ລົງມາຕໍ່ເຄິ່ງທີ່2 ຫຼິ້ນມາຮອດນາທີ 51 ບາເລນເຊຍ ໄລ່ຕາມມາຕີສະເໝີໄດ້ 1-1 ໄດ້ສໍາເລັດ ໂດຍແມ່ນການຍິງປະຕູຂອງ ອັນໂຕນິໂອ ບາຣ໌ຣາກັນ ແລະ ຫຼັງຈາກນັ້ນ ບາເລນເຊຍ ກໍ່ມີເຊີໄພຣສ໌ ມາຍິງປະຕູແຊງພຣິກຂຶ້ນນໍາເປັນ 2-1 ໃນນາທີ 65 ຈາກຈັງຫວະລູກຕະມູມ ແລະ ເປັນທາງ ນິໂຄລັສ ໂອຕາເມນດີ້ ບຽດຂຶ້ນເອົາຫົວຕີບານເຂົ້າປະຕູໄປ ເຮັດໃຫ້ ບາເລນເຊຍ ພິກຂຶ້ນມານໍາ 2-1 , ແລະ ຊ່ວງເວລາທີ່ເຫຼືອທັງ 2 ທີມບຸກກັນໄປມາແຕ່ບໍ່ມີທີມໃດທີ່ສາມາດຍິງປະຕູເພີ່ມໄດ້ ຈົບເກັມ ບາເລຍເຊຍ ເປີດບ້ານເອົາຊະນະ ຣີລມາດຣິດໄປໄດ້ 2-1 ເກັບ 3 ຄະແນນໄດ້ສໍາເລັດເລື່ອນຂຶ້ນໄປຢູ່ທີ 4 ຂອງຕາຕະລາງ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...