Homeຂ່າວຕ່າງປະເທດສັ່ງຢຸດສາຍການບິນແອຣ໌ເອເຊຍ ເສັ້ນທາງຈາກສຸລາບາຍາ ໄປ ສິງກະໂປ

ສັ່ງຢຸດສາຍການບິນແອຣ໌ເອເຊຍ ເສັ້ນທາງຈາກສຸລາບາຍາ ໄປ ສິງກະໂປ

Published on

ຫຼັງຈາກເຄື່ອງບີນແອຣ໌ເອເຊຍທ່ຽວບິນ QZ8501 ໄດ້ເກີດອຸບັດເຫດ, ໄດ້ເຮັດໃຫ້ສໍານັກງານການບິນພົນລະເຮືອນແຫ່ງຊາດໄດ້ມີການກວດສອບ ແລະ ສັ່ງລະງັບເສັ້ນທາງການບິນລະຫວ່າງ ເມືອງສຸລາບາຍາ ເຖິງ ປະເທດສິງກະໂປຂອງສາຍການບິນແອຣ໌ເອເຊຍ

ຂ່າວຈາກທາງກະຊວງຄົມມະນາຄົມອິນໂດເນເຊຍ ໄດ້ອອກຄໍາສັ່ງລະງັບໃຫ້ບໍລິການເສັ້ນທາງການບິນລະຫວ່າງເມືອງສຸລາບາຍາ ໄປ ສິງກະໂປ  ຂອງສາຍການບິນແອຣ໌ເອເຊຍ ຢ່າງບໍ່ມີກໍານົດ ເນື່ອງຈາກພົບວ່າ ສາຍການບິນໄດ້ລະເມີດຂໍ້ຕົກລົງກັບສໍານັກງານການບິນພົນລະເຮືອນແຫ່ງຊາດ ທີ່ລະບຸໃຫ້ບິນໄດ້ແຕ່ສະເພາະ ວັນຈັນ ວັນອັງຄານ ວັນພະຫັດ ແລະ ວັນເສົາ  ແຕ່ທ່ຽວບິນ QZ8501 ໄດ້ລະເມີດ ເຊິ່ງທໍາການບິນໃນວັນອາທິດ ທີ 28 ທັນວາ ກ່ອນຈະປະສົບກັບອຸປະຕິເຫດດັ່ງກ່າວເຮັດ ໃຫ້ທາງການຕັດສິນໃຈສັ່ງຢຸດເສັ້ນທາງບິນດັ່ງກ່າວກັບແອຣ໌ເອເຊຍອິນໂດເນເຊຍ ເຊິ່ງມີຜົນຕັ້ງແຕ່ວັນທີ 3 ມັງກອນ ເປັນຕົ້ນໄປ.

AirAsia_0_0_0

>>http://news.sanook.com/1724865/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...