spot_img
Homeມູມໄອທີລາວເຮັດຮູບເຄື່ອນໄຫວໄດ້ແບບງ່າຍໆ

ເຮັດຮູບເຄື່ອນໄຫວໄດ້ແບບງ່າຍໆ

Published on

 

ປັດຈຸບັນມີໂປຣແກຣມເຮັດຮູບເຄື່ອນໄຫວ ຫຼື animation ອອກມາຫຼວງຫຼາຍ ແຕ່ໃນໂປຣແກຣມ Photoshop ກໍສາມາດເຮັດຮູບເຄື່ອນໄຫວໄດ້ເຊັ່ນກັນ ແລະບໍ່ຫຍຸ້ງຍາກຄືທີ່ຄິດ ມາເບິ່ງນຳກັນເລີຍວ່າມີວິທີຈັ່ງໃດ?

1.ເມື່ອເປີດໂປຣແກຣມ Adobe Photoshop ແລ້ວເປີດ ຟາຍລ໌ຮູບທີ່ຕ້ອງການຂຶ້ນມາ ດ້ວຍຄຳສັ່ງ File > Open ໂດຍຄັ້ງນີ້ຈະເປີດມາ 2 ຮູບ ທີ່ສາມາດເຊື່ອມຕໍ່ກັນໄດ້ ເພື່ອເຮັດໃຫ້ເປັນການເຄື່ອນໄຫວ ແລະຄວນເປັນຮູບພາບຂະໜາດເທົ່າກັນ ຄືຮູບຕົວຢ່າງນີ້

animate1

2.ຈາກນັ້ນໃຫ້ copy ຮູບໜຶ່ງໄປໄວ້ລວມຟາຍລ໌ດຽວກັນກັບອີກຮູບໜຶ່ງ ໃນທີ່ນີ້ຈະ copy ຮູບ kitty0 ໄປໄວ້ລວມກັບ kitty1 ກໍໃຫ້ໄປທີ່ຮູບ kitty0 ແລ້ວກົດ Ctrl+A ແລ້ວຕາມດ້ວຍ Ctrl+C ແລ້ວຈາກນັ້ນໄປທີ່ຮູບ kitty1 ແລ້ວກົດ Ctrl+V  ແລ້ວກໍປິດຮູບ kitty0 ໄປໄດ້ເລີຍ ແລ້ວຮູບ kitty1 ຈະມີ 2 layer ຄືໃນຮູບ

animate2

3.ຈາກນັ້ນໄປດຶງ dialog animation ອອກມາ ໂດຍໄປຄລິກເລືອກທີ່ເມນູ Window > Animation ຄືໃນຮູບ

animate3

4.ເມື່ອ dialog Animation ຂຶ້ນມາແລ້ວ ກໍໄປຄລິກເພື່ອເພິ່ມອີກຮູບໜຶ່ງ ຂຶ້ນມາຢູ່ icon ທີ່ລູກສອນຊີ້ ຄືໃນຮູບ

animate4

5.ຈາກນັ້ນໃຫ້ໄປທີ່ Layer ແລ້ວເອົາຮູບດວງຕາອອກຢູ່ Layer ທີ 1 ຫຼືຈະເອົາອອກອີກ Layer ໜຶ່ງກໍໄດ້ ຕາມຄວາມຕ້ອງການ ເຮັດຄືດັ່ງໃນຮູບໄດ້ເລີຍ

animate5

6.ແລ້ວໄປກຳໜົດເວລາໃນການປ່ຽນຮູບ ຢູ່ທີ່ເປັນ dropdown ທາງລຸ່ມຂອງຮູບ ຄືໃນຮູບ

animate6

7.ແລ້ວກໍທົດລອງເບິ່ງໂດຍກົດປຸ່ມ play ດັ່ງໃນຮູບ

animate7

8.ເມື່ອໄດ້ຕາມຕ້ອງການແລ້ວກໍໄປທີ່ save ໄດ້ເລີຍ ໂດຍໃຫ້ໄປທີ່ເມນູ File > Save for Web & Devices…

animate8

9.ແລ້ວຈະມີ dialog ຂຶ້ນມາແລ້ວໄປຄລິກທີ່ save ແລ້ວໃຫ້ save ເປັນ .gif

animate9

 

ຕອນ save ໃຫ້ເລືອກ Type ເປັນ .gif ແລ້ວຈາກນັ້ນກໍຈະໄດ້ຮູບທີ່ເຄື່ອນໄຫວໄດ້ ແບບໜ້າຮັກໆ

kitty12

 

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...