spot_img
Homeນານາສາລະວິທີບູຊາພະພຸດທະຮູບ ເພື່ອໃຫ້ຊີວິດຈະເລີນຮຸ່ງເຮືອງ

ວິທີບູຊາພະພຸດທະຮູບ ເພື່ອໃຫ້ຊີວິດຈະເລີນຮຸ່ງເຮືອງ

Published on

Buddha

ມີໂຍມແມ່ອອກໄປໄຫວ້ສາຈົບດີວ່າ : ຂະນ້ອຍຕັ້ງເຮືອນເປັນຄອນກຣີດ 2 ຊັ້ນ ມີຫ້ອງນຶ່ງຈະເຮັດເປັນຫ້ອງພຣະປະຈຳເຮືອນ ຂໍກາບຖາມວ່າ :
1. ຈະເອົາພຣະ ປາງໃດຈຶ່ງຈະຄ້ຳຄູນ?
2. ຈະອັນເຊີນນິມົນພະຂຶ້ນຮ້ານມື້ໃດຈຶ່ງດີ?
3. ຈະປິ່ນໜ້າພຣະໄປທາງທິດໃດຈຶ່ງຈະດີ?
4. ຫລັງຈາກນິມົນທ່ານນັ່ງແທ່ນແລ້ວໆ ຄວນ
ເອົາສິ່ງໃດໄປບູຊາເພິ່ນແດ່ ຂະນ້ອຍ?


ກະເລີຍຕອບຕາມຄວາມເປັນຈິງ ທີ່ຄວນຕອບ ຕາມທີ່ຖາມມາດັ່ງນີ້ :
1. ພຣະປາງໃດກໍເປັນພຣະພຸດທະຮູບໆຂອງ ພະພຸດທະເຈົ້າອົງດຽວກັນ ມີຈິຕດວງດຽວ ທີ່ເຕັມໄປດ້ວຍຄວາມບໍລິສຸດສະອາດຢູ່ຕະ ຫລອດເວລາ ມີຄວາມເມຕຕາທັມ ແກ່ທຸກສັພສັຕທັງຫລາຍ ບໍ່ມີຂີດຈຳກັດ ຂໍຈະເຣີນໃນທັມ.
2. ດີທຸກມື້ ເວລາໃດ ຍາມໃດກໍດີ ໄປໝົດ. ເຮັດບຸນກໍດີ ເຮັດບາບກໍຕາມ ເຮັດຍາມໃດ ໄດ້ຍາມນັ້ນ ຄືກັນກັບມືນຕາໃນທີ່ແຈ້ງ ມືນຍາມໃດກໍເຫັນສິ່ງຕ່າງໆໃນຕໍ່ໜ້າ, ຫລັບຕາລົງຍາມໃດ
ກໍມືດມິດ ບໍ່ເຫັນຫຍັງຈັກອັນ ຈັ່ງຊັ້ນຫລະ.
3. ປິ່ນໜ້າພະ ມາຫາເຫລົ່າຊົນທີ່ໄປກາບທ່ານນັ້ນຫລະ ຈຶ່ງຈະເຫັນທົ່ວໜ້າກັນ. ຫ້າມປິ່ນຫລັງພະມາຫາໂຍມແມ່ອອກເນີ້.
4. ເອົາດອກໄມ້ ຂອງຫອມ ທູບທຽນໄປວາງໄວ້ບູຊາ ຫລື ມີຮອດນ້ຳທ່າສະອາດ ໝາກໄມ້ແຕ່ຖ້າຈະໃຫ້ດີໄປກວ່າສິ່ງທີ່ກ່າວມາ ຄື : ຄວນຈະເອົາກາຍ ວາຈາ ແລະ ຈິຕໃຈໄປບູຊາ ດ້ວຍກາຣຄິດດີ ກ່າວຈາດີ ແລະ ປະພຶດຕົນຢູ່ໃນທັມຕະຫລອດເວລາ… ເອົາສິ່ງທີ່ກ່າວມານີ້ໄປບູຊາທ່ານ ຈະດີເລີດປະເສີດງາມທີ່ສຸດໂຍມ.


ຖ້າພະພຸດທະຮູບເຕັມຮ້ານ ຂາງເຮືອນຈົນກ່ອງເພາະມີພະຫລາຍປາງ ໃຫຍ່ນ້ອຍມີຄົບໝົດ ແຕ່ຄົນໃນບ້ານ ໄຮ້ສີລະທັມ ຊ້ອງສຸມອະບາຍະທຸກບໍ່ມີສິລຫ້າ ແຂ່ງຂັນກັນເສບນ້ຳເມົາ ຫລິ້ນກາຣ
ພະນັນ ນອກໃຈກັນ ແລ້ວກໍຜິດຖຽງກັນຢັນກັນຂຶ້ນສານ, ແລ້ວບ້ານທ່ານມີຮ້ານພະໃຫຍ່ໂຕ ພະພຸດທະຮູບມີທຸກແບບເຕັມໄປໝົດຈົນຂາງ ເຮືອນກ່ອງ ມັນຈະມີປະໂຫຍດແນວໃດ?
ຖ້າມີສີລ ມີທັມປະຈຳໃຈ ຢູ່ຄູາກັບຕົວເຮົາ ນັ້ນແຫລະພະທ່ານຈະຢູ່ໃກ້ຊິດກັບທ່ານ ຕະຫລອດເວລາ ທ່ານຈະປອດໄພໄກຈາກເວຣຕ່າງໆ ຈະຢູ່ເປັນສຸຂ ຕະຫລອດເວລາ. ຖ້າທ່ານມີສີລ ມີທັມຢູ່ໃນຕົວ ຄອບຄົວອົບອຸ່ນ ສົມບູນ້ເວລານັ້ນ ທ່ານກໍເປັນຜູ້ປະເສີດ ຫລື ຊົງຕົວແບບພະ ເປັນຢູ່ຢ່າງພະ ເອົາຕົວເຮົາເປັນອົງພະ ດີກວ່າ ເອົາພະໄວ້ເຮືອນ ແຕ່ຢູ່ໄກສິລທັມຈະມີປະໂຫຍດອິຫຍັງລ່ະ ແມ່ອອກ?

ຖ້າທ່ານຜູ້ອ່ານເຫັນວ່າບົດຄວາມມີປະໂຫຍດ ຢ່າລືມເຮັດບຸນດ້ວຍການບອກຕໍ່ແດ່ເດີ !! ສາທຸ !!

 

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...