Homeຂ່າວພາຍ​ໃນລົດນັກຊ່ຽວຊານ 18 ຄົນຕົກເຫວ ເຂດເມືອງກາສີ

ລົດນັກຊ່ຽວຊານ 18 ຄົນຕົກເຫວ ເຂດເມືອງກາສີ

Published on

ພາບເຫດການອຸບັດຕິເຫດ: ລົດຜູ້ຊຽວຊານທີມາແຕ່ເຂື່ອນໄຊຍະບູລີ 18 ຄົນ ຕົກເຫວ ຕອນ 06:00 ໂມງ ວັນທີ 31 ທັນວາ 2014, ເວລາປະມານ 11:00 ຫາກະຊວ່ຍຂື້ນມາໄດ້ 4 ຄົນ (ເສຍຊິວິດ 3) ຍັງອີກ 14 ຄົນທີຍັງຢູ່ເຫວ ທີ່ເລິກປະມານ 500 ແມັດ, ມີນ້ຳຂຽວ.

10389419_901483903216616_577800302676608573_n 10885379_901483833216623_6568992514440293440_n 10891469_901483889883284_4684868838702236410_n 10891877_901483869883286_6780656370272870007_n 10896836_901483813216625_3814767738073354429_n

ການລາຍງານບໍ່ເປັນທາງການ ລົດດັ່ງກ່າວ ແມ່ນຂັບໂດຍຄົນລາວ ມີຜູ້ໂດຍສານ ຄົນຕ່າງປະເທດຊາວ ຟີລິບປີ້ນ 16 ຄົນ, ແລະ ຄົນລາວອີກ 1 ຄົນ. ລວມ 18 ຄົນ.

ຈຸດເີກດເຫດຈາກການລາຍງານ ແມ່ນ ແມ່ນ້ຳປອງ ເຂດກາສີຕໍ່ເມືອງນານ, ເປັນເສັ້ນທາງຕັດໃໝ່ ຈາກກາສີ ສູ່ ຫຼວງພະບາງ.

ການຊ່ວຍຄົນຕ້ອງໃຊ້ເຊືອກ ຢ່ອນຄົນລົງໄປບວກກັບນ້ຳໝອກຫຼາຍບໍ່ເຫັນຫຍັງ, ເຮັດໃຫ້ການກູ້ໄພ ຍາກລຳບາກສົມຄວນ.

 

ຂ່າວຈາກ: ໂທລະໂຄ່ງ

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...