spot_img
Homeຂ່າວຕ່າງປະເທດຟິລິບປິນ ຕາຍຫລາຍສິບຄົນ ພິດພາຍຸເຂດຮ້ອນ "ຊັງມີ"

ຟິລິບປິນ ຕາຍຫລາຍສິບຄົນ ພິດພາຍຸເຂດຮ້ອນ “ຊັງມີ”

Published on

557000015511001

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ທັນວາຜ່ານມາວ່າ ພາຍຸເຂດຮ້ອນຊັງມີ ໄດ້ພັດຖະຫລົ່ມເກາະຟິລິບປິນ

ຢ່າງໜັກ ພາກຊີວິດປະຊາຊົນຫລາຍສິບຄົນ.

 

ຢູ່ໃນແຂວງຊາມາ ແມ່ນພົບຜູ້ເສຍຊີວິດແລ້ວ 12 ຄົນ ຫລັງຈາກເກີດເຫດດິນຖະຫລົ່ມຝັງລົດຕູ້ 2 ຄັນ ແລະ ຖົມເຮືອນ

ອີກ 6 ຫລັງໃນເຂດພື້ນທີ່ທາງພາກຕາເວັນອອກຂອງແຂວງ, ຂະນະທີ່ຢູ່ໃນແຂວງເຊບູ ກໍພົບສະມາຊິກໃນຄອບຄົນໜຶ່ງ

ຈຳນວນ 11 ຄົນ ເສຍຊີວິດ ຫລັງຈາກເຮືອນຖືກກະແສນ້ຳພັດພາໄປ ພ້ອມທັງຍັງມີຜູ້ສູນຫາຍອີກ 6 ຄົນ ຢູ່ໃນແຂວງດັ່ງ

ກ່າວ.

 

ອີກດ້ານໜຶ່ງໃນເມືອງຕາເນົາອັນ ແຂວງເມເຕ ທາງພາກຕາເວັນອອກຂອງປະເທດ ເຊິ່ງເປັນເຂດທີ່ໄດ້ຮັບຄວາມເສຍ

ຫາຍໜັກໃນເຫດໄພພິບັດຊຸບເປີ້ໄຕ້ຝຸ່ນໄຫ່ຢ້ຽນເມື່ອປີກ່ອນ ເຈົ້າໜ້າທີ່ກໍໄດ້ພົບຜູ້ເສຍຊີວິດ 5 ຄົນ ຢູ່ໃນເຮືອນຫລັງໜຶ່ງ

ທີ່ຖືກດິນຖະຫລົ່ມລົງມາຝັງໄວ້, ນອກຈາກນີ້ ຍັງພົບຊາຍຊະລາ ອາຍຸ 65 ປີ ຈົມນ້ຳເສຍຊີວິດຢູ່ໃນແຂວງກອມໂປສະເຕ

ລາ ວັນເລ ທາງຕອນໃຕ້ ແລະ ມີຜູ້ສູນຫາຍໃນແຂວງດັ່ງກ່າວອີກ 1 ຄົນ.

 

ສ່ວນໃນແຂວງໂບຮອນ ທາງພາກກາງຂອງປະເທດ ກໍພົບຊາຍຊະລາອາຍຸ 80 ປີ ຈົມນ້ຳເສຍຊີວິດອີກເຊັ່ນກັນ ແລະ ຢູ່ໃນ

ເມືອງບູຕວນ ກໍໄດ້ພົບສົບເດັກນ້ອຍອາຍຸ 10 ປີ ເສຍຊີວິດຈາກເຫດດິນຖະຫລົ່ມອີກດ້ວຍ.

 

557000015511002

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...