Homeຂ່າວຕ່າງປະເທດດ່ວນ! ອິນໂດຢືນຢັນພົບຊີ້ນສ່ວນ QZ8501 ແລະ ສົບ

ດ່ວນ! ອິນໂດຢືນຢັນພົບຊີ້ນສ່ວນ QZ8501 ແລະ ສົບ

Published on

ດ່ວນອິນໂດເນເຊຍຢືນຢັນພົບຊີ້ນສ່ວນ QZ8501 ແລະ ສົບລອຍຢູ່ໜ້ານໍ້າທະເລຊາວາ

588988-02

 

ທາງການອິນໂດເນເຊຍ ພົບຊາກຊີ້ນສ່ວນເຄື່ອງບິນແອຣ໌ເອເຊຍ ທ່ຽວບິນ QZ8501  ຢູ່ກາງທະເລຊາວາຂະນະທີ່ມີສົບລອຍຢູ່ຈໍານວນຫຼາຍ.  ເລັ່ງຮີບຫາຜູ້ລອດຊີວິດ

ເອສບີ ສຸປີຍາດີ ຜູ້ອໍານວນການສໍານັກງານຄົ້ນຫາ ແລະ ຊ່ວຍເຫຼືອຊີວິດແຫ່ງຊາດ ໃຫ້ສໍາພາດທີ່ເມືອງກາລັນບູນ ວ່າ ເຈົ້າໜ້າທີ່ອິນໂດເນເຊຍທີ່ເດີນທາງອອກໄປກັບເຮລີຄົບເຕີຄົ້ນຫາ ໄດ້ພົບສົບມະນຸດຈໍານວນຫຼາຍທີ່ລອຍຢູ່ເໜືອໜ້ານໍ້າໃກ້ກັບຈຈຸດທີ່ເຄື່ອງບິນແອຣ໌ເອເຊຍ ທ່ຽວບິນ QZ8501 ຖືກພົບເປັນຄັ້ງສຸດທ້າຍ.ສົບຜູ້ໂດຍສານທີ່ໄດ້ພົບເຫັນແລ້ວ 6 ສົບ ກູ້ຂຶ້ນມາໄດ້ແລ້ວ 3​ ຈາກຈໍານວນລູກເຮືອທັງໝົດ 162 ຄົນ, ສົບທີ່ພົບເຫັນນັ້ນຢູ່ໃນລັກສະນບວມ ແຕ່ສົບຍັງຄົບສົມບຸນ ໄດ້ຖືກນໍາຂຶ້ນເຮືອຂອງກອງທັບອິນໂດເນເຊຍ ແລະ ທຸກສົບແມ່ນບໍ່ມີເສື້ອຊູຊີບຕິດໂຕເລີຍ ແລະ ທັນທີທີ່ໄດ້ເຫັນຄລິບວີດີໂອທີ່ໄດ້ບັນທຶກພາບສົບທີ່ລອຍຢູ່ໃນທະເລຊຶ່ງ ໂຊລີສຕໂຍ ໄດ້ນໍາມາເປີດຖະແຫຼງຂ່າວທີ່ກຸງຈາກາຕາ ເຮັດໃຫ້ຄອບຄົວຂອງຜູ້ໂດຍສານ ແລະ ລູກເຮືອ 162 ຄົນຊຶ່ງລໍຟັງຂ່າວຢູ່ທີ່ເມືອງສຸລາບາຍາ ຕ່າງກໍ່ກອດກັນ ແລະ ຮ້ອງໄຫ້ທັນທີຈົນເຮັດໃ້ຫບັນຍາກາດເຕັມໄປດ້ວຍຄວາມໂສກເສົ້າ. ແລະ ໃນຕ້ອນນີ້ກໍາລັງຢູ່ໃນຂັ້ນຕອນການເລັ່ງຮີບຊອກຫາວ່າຍັງມີຜູ້ລອດຊີວິດຫຼືບໍ່?

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...