Homeຂ່າວຕ່າງປະເທດພັດຕະຄານ ທີ່ໃຊ້ຫຸ່ນຍົນບໍລິການແທນຄົນ ໃຫຍ່ທີ່ສຸດໃນຈີນ ເປີດບໍລິການແລ້ວ

ພັດຕະຄານ ທີ່ໃຊ້ຫຸ່ນຍົນບໍລິການແທນຄົນ ໃຫຍ່ທີ່ສຸດໃນຈີນ ເປີດບໍລິການແລ້ວ

Published on

A man puts dishes on robots for delivery at a restaurant in Hefei

 

ພັດຕະຄານຫຸ່ນຍົນ ໃນເມືອງເຫີເຝີຍ ແຂວງອັນຮຸຍ ໄດ້ເປີດບໍລິການແລ້ວ ໃນວັນທີ 26 ທັນວາຜ່ານມາ ໂດຍແຫລ່ງ

ຂ່າວໄດ້ລະບຸວ່າ ເປັນພັດຕະຄານຫຸ່ນຍົນທີ່ໃຫຍ່ທີ່ສຸດໃນປະເທດຈີນ.

 

ທັງນີ້ ພາຍໃນພັດຕະຄານດັ່ງກ່າວ ແມ່ນມີພື້ນທີ່ 1,300 ຕາແມັດ ສາມາດຮອງຮັບລູກຄ້າເຂົ້າມາໃຊ້ບໍລິການໄດ້ປະ

ມານ 200 ຄົນ ໂດຍມີຫຸ່ນຍົນປະມານ 30 ໂຕ ເຮັດໜ້າທີ່ໃຫ້ບໍລິການຮັບແຂກ ແລະ ເສີບອາຫານແທນຄົນ ພ້ອມນັ້ນ

ຍັງມີຫຸ່ນຄອຍຕ້ອນຮັບລູກຄ້າຢູ່ຕໍ່ໜ້າປະຕູຂອງຮ້ານອີກດ້ວຍ ໂດຍຫຸ່ນທັງໝົດ ຈະເວົ້າພາສາຈີນເປັນສຳນຽງທ້ອງ

ຖິ່ນຂອງຄົນເມືອງເຫີເຝີຍ ເຊິ່ງສາມາດດຶງດູດໃຫ້ຊາວເມືອງ ແລະ ແຂກຕ່າງຖິ່ນ ເຂົ້າມາສຳຜັດກັບບັນຍາກາດທີ່

ແປກໃໝ່ນີ້ໄດ້.

 

A cook stands behind a robot as it process food at the kitchen of a restaurant in Hefei 

A robot delivers dishes at a restaurant in Hefei

A man gestures to a robot at a restaurant in Hefei

A man checks on a robot at a restaurant in Hefei

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...