spot_img
Homeຂ່າວຕ່າງປະເທດກອງທັບອິນໂດເນເຊຍພົບວັດຖຸຸບາງຢ່າງ ໃນທະເລຊາວາຈຸດຄົ້ນຫາQZ8501

ກອງທັບອິນໂດເນເຊຍພົບວັດຖຸຸບາງຢ່າງ ໃນທະເລຊາວາຈຸດຄົ້ນຫາQZ8501

Published on

news04-1

ສໍານັກຂ່າວຕ່າງປະເທດລາຍງານວ່າປະຕິບັດການຄົ້ນຫາເຄື່ອງບີນສາຍການບີນແອຣ໌ເອເຊຍ  ທ່ຽວບີນທີ່      QZ8501 ທີ່ຂາດການຕິດຕໍ່ ແລະ ຫາຍສາຍສູນໄປໃນບໍລິເວັນທະເລຊາວາ ປະເທດອິນໂດເນເຊຍເມື່ອຊ່ວງເຊົ້າວັນທີ 28 ທັນວາ ນີ້ ເຈົ້າໜ້າທີ່ກອງທັບເຮືອ ແລະ ກອງທັບອາກາດປະເທດອິນໂດເນເຊຍ ມາເລເຊຍ ສິງກາໂປ ແລະ ອອສເຕຣເລຍ ໄດ້ຮ່ວມກັນຄົ້ນຫາຮ່ອງຮອຍຂອງທ່ຽວບີນ QZ8501 ຢ່າງຕໍ່ເນື່ອງ

ທາງດ້ານສໍານັກຂ່າວ Channel NewsAsia ປະເທດສິງກະໂປໄດ້ລາຍງານຄວາມຄືບໜ້າເມື່ອເວລາປະມານ 14:15 ນາທີ ຕາມເວລາໃນບ້ານເຮົາ ລະບຸວ່າທາງກອງທັບອິນໂດເນເຊຍ ໄດ້ສໍາຫຼວດຄົ້ນຫາ ວັດຖຸບາງຢ່າງ ຢູ່ບໍລິເວັນທະເລຊາວາ  ພື້ນທີ່ຈຸດຄົ້ນຫາເຄື່ອງບິນ QZ8501 ແຕ່ຍັງບໍ່ໄດ້ຮັບການຢືນຢັນ

ພົນອາກາດເອກ ຄະວີພູຕຣັງໂຕ ໂຄສົກກອງທັບອາກາດອິນໂດເນເຊຍເປີດເຜີຍວ່າ  ພົບວັດຖຸບາງຢ່າງໃນທະເລພື້ນທີ່ຄົ້ນຫາເຄື່ອງບີນທ່ຽວບີນ QZ8501 ຊຶ່ງຊີ້ນສ່ວນນັ້ນຖືກກວດພົບຫ່າງອອກໄປປະມານ 700 ໄມລ໌ (1,120 ກິໂລແມັດ) ຈາກຈຸດທີ່ເຄື່ອງບີນສົ່ງສັນຍານສູດທ້າຍ ແລະ ໄດ້ຫາຍສາບສູນໄປທັງນີ້ຍັງບໍ່ໄດ້ມີການຢືນຢັນວ່າເປັນຊີ້ນສ່ວນຂອງເຄື່ອງບິນຫຼືບໍ່ ວັດຖຸດັ່ງກ່າວຖືກຄົ້ນຫາໂດຍເຄື່ອງບີນສໍາລວດຂອງອອສເຕຣເລຍ ແລະ ກໍາລັງມີການກວດສອບຕໍ່ໄປ

>>http://news.sanook.com/1722801/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...