Homeຂ່າວພາຍ​ໃນເຊລ໌ຊີ ຈະຄວ້າແຊ່ມພຣີເມຍລີກ (ແທ້ບໍ່)?

ເຊລ໌ຊີ ຈະຄວ້າແຊ່ມພຣີເມຍລີກ (ແທ້ບໍ່)?

Published on

images  chelsea-football-club_9

ໄປເບິ່ງສະຖິຕິການຄອງຈ່າຝຸງໃນຊ່ວງຄຣິສມາສ ໃນແຕ່ລະປີ ແລະ ອັນດັບຂອງການຈົບລະດູການ.

ເຖິງແມ່ນວ່າການຄອງຕໍາແໜ່ງຈ່າຝຸງໃນວັນຄຣິສມາສ ຈະບໍ່ໄດ້ກະລັງຕີເຖິງຕໍາແໜ່ງແຊ່ມ ພຣີເມຍລີກ 100% ແຕ່ຢ່າງໜ້ອຍມັນກໍ່ຊ່ວຍໄດ້ໃນແງ່ຂອງຄວາມ ນ່າຈະເປັນໄປໄດ້!

ເຖິງຂະນະນີ້ເຊລຊີແຊ່ມພຣີເມຍລີກ 3​ ສະໄໝຍັງຄອງຢູ່ໃນຕໍາແໜ່ງຈ່າຝຸງ ໂດຍເກັບໄດ້ 42​ ແຕ້ມຈາກ 17 ນັດ ນໍາໜ້າແມນຊີຕີ ແຊ່ມເກົ່າຢູ່ 3​ແຕ້ມ

ນອກຈາກເຮືອໃບສີຟ້າ ແລ້ວ ແມນຢູໄນເຕັດ ທີມໃຫຍ່ອີກທີມຈາກເມືອງ ແມນເຊັດເຕີ ກໍ່ໄລ່ຕາມຢູ່ຫ່າງໆ ໃນອັນດັບ3​ໂດຍມີຄະແນນ 32​ແຕ້ມ

ແຕ່ຢ່າງໄດກໍ່ຕາມດ້ວຍເຫດທີ່ການຟາດແຂ່ງຍັງເຫຼືອອີກເຄິ່ງທາງຈຶ່ງໜ້າສົນໃຈວ່າທີມດັງແຫ່ງກຸງລອນດອນຈະອ່ອນຕອນປາຍໃນເຄິ່ງ ລະດູການທີ່ຍັງເຫຼືອຫຼືບໍ່?

ແຕ່ຢ່າງໄດກໍ່ຕາມທີມໃດທີ່ຈະຄວ້າແຊ່ມໃນທີ່ສຸດ ຈະແມ່ນສິງໂຕນໍ້າເງິນຄາມ (ເຊລຊີ) ຫຼືບໍ່ ເອົາເປັນວ່າເຮົາມາຢ້ອນເບິ່ງປະຫວັດສາດຂອງພຣີເມຍລີກກັນເບິ່ງວ່າທີ່ຜ່ານມາທີມຈ່າຝຸງໃນວັນຄຣີສມາສ ຈົບລະດູການແລ້ວຈະຢູ່ໃນອັນດັບເທົ້າໃດ.

  1992/93:​ ນໍຣີຊ

ຫຼາຍຄົນຄົງອາດຈະຈືບໍ່ໄດ້ແລ້ວວ່າ ນໍຣິຊ  ພາຍໃຕ້ການຄູມທີມຂອງໂຄດ ໄມຄ໌ ວອລ໌ຄເກີຣ໌ ເຄີຍນໍາໜ້າເປັນຈ່າຝຸງຂອງພຣີເມຍລີກໃນຊ່ວງຄຣິສມາສ ໂດຍເກັບໄດ້ 40​ແຕ້ມ

ແຕ່ສຸດທ້າຍ ນົກຂະມິນເຫຼືອງອ່ອນ (ນໍລິຊ)ກໍ່ຈົບ ລະດູການໃນອັນດັບ 3​ ກະທັງປັດຈຸບັນຕົກລົງໄປຫຼິ້ນໃນແຊ່ມປ່ຽນຊີຟ ເນື່ອງຈາກລະດູການກ່ອນຕົກລົງໄປຢູ່ໃນອັນດັບທີ່ 18 ແລະ ເປັນແມນຢູໄນເຕັດ ໄດ້ແຊ່ມໄປຄອງ

     1993/94: ແມນຢູໄນເຕັດ

ຍັງປະສົບຄວາມສໍາເລັດເຊັ່ນເຄີຍ ສໍາລັບຜີແດງ ຊຶ່ງຄອງຕໍາແໜ່ງຈ່າຝຸງໃນຊ່ວງຄຣິສມາສ ໂດຍເກັບໄດ້ເຖິງ 53 ແຕ້ມ ແລະ ໃນທີ່ສຸດແມນຢູ ກໍ່ຄອງຕໍາແຫນ່ງແຊ່ມໂດຍແຕ້ມ 92​ ໂດຍມີ ແບັຣກເບີຣ໌ນ      ຄວ້າຕໍາແໜ່ງຮອງແຊ່ມມີ 84​ແຕ້ມ

  1994/95:  ແບັຣກເບີຣ໌ນ

ການເກັບໄດ້ 46 ແຕ້ມເຮັດໃຫ້ ກຸຫຼາບໄຟ ໃນຖານະຮອງແຊ່ມໃນລະດູກ່ອນ ກັບຂຶ້ມາເປັນຜູ້ນໍາຈ່າຝຸງກ່ອນຂຶ້ນປີໃໝ່ ແລະ ສຸດທ້າຍທີມຂອງຜູ້ນໍາໂຄດໂດຍ ເຄນນີ ດັລກຣິຊ ເອົາແຊ່ມໄປຄອງໃນນັດປິດລະດູການໂດຍມີແຕ້ມຫ່າງ ແມນຢູ່ ພຽງແຕ້ມດຽວ

ຢ່າງໃດກໍ່ຕາມເຫຼືອເຊື່ອວ່າອີກ 3​ປີຕໍ່ມາແບັຣກເບີຣ໌ນ ກັບຕົກຊັ້ນກ່ອນຈະກັບມາໄດ້ອີກຄັ້ງໃນລະດູການ 2000/01

  1995/96 : ນິວດາສເຊີລ

ສາລິກາດົງ ສ້າງເຊື້ອໄຟກະໂດດຂຶ້ນມາເປັນຈ່າຝຸງນໍາໜ້າທີມຍັກໃຫຍ່ທັງຫຼາຍໂດຍເກັບໄດ້ 45 ແຕ້ມ ຢ່າງໃດກໍ່ຕາມສຸດທ້າຍແລ້ວທີ່ມ ຂອງເຄວິນ ຄີແກນ ກໍ່ບໍ່ສາມາດຕ້ານທານແຮງກົດດັນໃດ້ ແລະ ປ່ອຍໃຫ້ແມນຢູໄນເຕັດທີ່ໄລ່ຕາມຫຼັງມາຄວ້າແຊ່ມໄປຄອງໂດຍແຕ້ມເໜືອກວ່າ 4​ແຕ້ມ

  1996/97 : ລີເວີຣ໌ພູລ

ຫົງແດງຈົບເຄິ່ງລະດູການແລກໃນຕໍາແໜ່ງຈ່າຝຸງກັບການມີ  39 ແຕ້ມ ແຕ່ຫຼັງຈາກຜ່ານເຂົ້າສູ່ປີໃໝ່ ແມນຢູກໍ່ແຊງໜ້າລີເວີຣ໌ພູລໄດ້ ກະທັງໄດ້ແຊ່ມສະໄໝທີ່ 3 ໄປຄອງໂດຍແຕ້ມ 75 ແຕ້ມ ຕໍ່ຄວາມຫຼົມເຫຼວຂອງຫົງແດງຍັງສົ່ງຜົນໃຫ້ທີມຊຸດດັ່ງກ່າວຊຶ່ງມີນັກເຕະຫຼາຍຄົນໄດ້ຮັບສາຍາວ່າ ສະໄປຊ໌ ບາຍສ໌ ໂທດຖານມີການສໍາແດງເກີນກວ່າທີ່ຈະເປັນພໍ່ຄ້າແຂ່ງອັນດັບ ເປັນສາຍາທີ່ໄດ້ມາຈາກວົງດົນຕີເກີຣ໌ລກຣຸບ ສະໄປຊ໌ ເກີຣ໌ລ ທີ່ກໍາລັງດັງໃນອັງກິດໃນຍຸກນັ້ນພໍດີ

   1997/98 : ແມນຢູໄນເຕັດ

ຜີສາດແດງ ໄດ້ຄວ້າແຊ່ມ ຫຼັງຈາກໂຊຟອມເກັບ 43 ແຕ້ມ ນໍາໜ້າເປັນຈ່າຝຸງທາມກາງສຽງດົນຕີຈິງເກີນເບລ ແຕ່ເລື່ອງຊັອກກໍ່ເກີດຂຶ້ນ ເມື່ອ ອາຣ໌ເຊນອລໂຊຄວາມແຮງແຊງຄວ້າແຊ່ມໄປຄອງໂດຍແຕ້ມທີ່ເໜືອກວ່າ 1 ແຕ້ມ ແລະ ມັນກໍ່ເປັນແຊ່ມຄັ້ງທໍາອິດຂອງ ອາຣ໌ແຊນ ເວນເກີຣ໌ ຊຶ່ງສະແດງຝີມືນໍາພາ ຄວ້າຖ້ວຍເອຟເອຄັບ ຊຶ່ງເປັນດັບເບີນແຊ່ມ ໃນລະດູການດ່ຽວ

1998/99 : ແອສຕັນວິນລ່າ

ກະໂດດຂຶ້ນເປັນຜູ້ນໍາຈ່າຝູງ ໃນຊ່ວງຄຣິສມາສ ໃນແຕ້ມ 36 ແຕ້ມແຕ່ສຸດທ້າຍ ແມນຢູກໍ່ກະໂດດແຊງເອົາແຊມໄປຄອງ ສູດທ້າຍວີນລ່າ ຈົບທີ່ອັນດັບ 6

  1999/2000 : ​ລິດສ໌

ລິດສ໌ ຂຶ້ນມານໍາຈ່າຝຸງໂດຍເກັບໄດ້ 44ແຕ້ມ ໃນຊ່ວງຄຣິສມາສ ແຕ່ສຸດທ້າຍພວກເຂົາກໍ່ຈົບລະດູການດ້ວຍອັນດັບທີ 3 ມີ 69ແຈ້ມ ແລະ ກໍ່ເປັນແມນຢູທີ່ຄວ້າແຊ່ມໄປຄອງ ມີ91 ແຕ້ມ.

     2000/01 : ແມນຢູໄນເຕັດ

ບໍ່ໜ້າແປກໃຈເພາະວ່າໃນຊ່ວງຄຣີສມາສແມນຢູໄດ້ຄອງຈ່າຝຸງໂດຍມີ 43 ແຕ້ມ ແລະ ສຸດທ້າຍກໍ່ໄດ້ແຊ່ມໄປຄອງໂດຍມີ 80 ແຕ້ມຫ່າງຈາກ ອັນດັບ 2 ອາຣ໌ເຊນອລ ເຖິງ 10 ແຕ້ມ

     2001/02 : ນີວຕາສເຊີ່ລ

ກັບມາຄອງຈ່າຝຸ/ໃນຊ່ວງຄຣິສມາສໄດ້ອີກຄັ້ງຫຼັງຈາກເຄີຍເຮັດໄດ້ໃນ 6 ປີກອ່ນ ເຊິ່ງມີ 36ແຕ້ມ ແຕ່ສຸດທ້າຍຈົບລະດູການທີ່ອັນດັບ4 ມີ 71 ແຕ້ມ ສ່ວນແຊ່ມເປັນຂອງອາຣ໌ເຊນອລ.

     2002/03 : ອາຣ໌ເຊນອລ

ແຊ່ມເກົ່າອາຣ໌ເຊນອລ ຍັງນໍາຈ່າຝຸງໃນຊ່ວງຄຣິສມາສ ມີ 39 ແຕ້ມ ແຕ່ສຸດທ້າຍກໍ່ຕ້ອງເສຍແຊ່ມໃຫ້ແມນຢູ ໂດຍແຕ້ມຫ່າງ 5 ແຕ້ມ

ຫຼັງຈາກນັ້ນກໍ່ເກີດທີມ ບິກໂຟ ຂຶ້ນມາເຊິ່ງລວມມີ ແມນຢູ, ເຊລຊີ, ອາຣ໌ເຊນອລ ແລະ ລີເວີຣ໌ພູລ

     2003/04 : ແມນຢູໄນເຕັດ

ແມນຢູ ຍັງຄອງຈ່າຝຸງໃນຊ່ວງທ້າຍປີ ມີ 40 ແຕ້ມ ເຖິງຢ່າງໃດກໍ່ຕາມສຸດທ້າຍຕ້ອງເສຍແຊ່ມຄືນໃຫ້ກັບ ອາຣ໌ເຊນອລ ໂດຍແຕ້ມຫ່າງເຖິງ 15 ແຕ້ມ ໂດຍມີເຊລຊີຄວ້າຕໍາແໜ່ງຮອງແຊ້ມ

   2004/05 : ເຊລຊີ

ເຊລຊີໄດ້ກະໂດດຂຶ້ນມານໍາເປັນຈ້າຝຸງຫຼັງຈາກຈົບທີ່ 2 ໃນລະດູການຜ່ານມາ ແລະ ໃນທີ່ສຸດກໍ່ສາມາດຄອງຈ່າຝຸງໄວ້ໄດ້ ແລະ ຄ້ວາແຊ່ມມາຄອງໄດ້ສໍາເລັດໂດຍມີຄະແນນເຖິງ 95 ແຕ້ມ

     2005/06 : ເຊລຊີ

ແຊ່ມເກົ່າຍັງຄົງຄອງຕໍາແໜ່ງຈ່າຝຸງໃນຊ່ວງຄຣິສມາສ ໂດຍແຕ້ມມີເຖິງ 49 ແຕ້ມ ແລະ ສາມາດຄອງຈ່າຝຸງໄວ້ໄດ້ສຸດທ້າຍກໍ່ຄ້ວາແຊ່ມໄປຄອງ ອີກລະດູການມີ 91 ແຕ້ມ ສ່ວນແມ່ນຢູ ໄດ້ຮອງແຊ່ມ.

     2006/07 : ແມນຢູ ໄນເຕັດ

ປາຍເດືອນທັນວາ ຜີແດງກັບມານໍາຈ່າຝຸງອີກຄັ້ງໂດຍສະສົມແຕ້ມໄດ້ 47 ແຕ້ມເໜືອກວ່າເຊລຊີແຊ່ມເກົ່າ ເຊິ່ງເກັບໄດ້ 45 ແຕ້ມ ແລະ ສຸດທ້າຍແມນຢູກໍ່ສາມາດປາບສິງໄດ້ສໍາເລັດດ້ວຍຄະແນນ 89 ຕໍ່ 83 ແຕ້ມ.

  2007/08 :​ ອາຣ໌ເຊນອລ

ທີມປຶນໃຫຍ່ອາຣ໌ເຊນອລ ກັບມາຄອງຈ່າຝຸງໃນຊ່ວງຄຣິສມາສໄດ້ອີກຄັ້ງ ໂດຍມີ 43 ແຕ້ມ ແຕ່ແລ້ວກໍ່ຈົບລະດູການດ້ວຍອັນດັບທີ 3​ ສ່ວນຜີສາດແດງ ແມນຢູ ໄນເຕັດ ໄດ້ແຊ່ມໄປຄອງ.

2008/09 : ລີເວີຣ໌ພູລ

ຕໍາແໜ່ງຈ່າຝຸງໃນຊ່ວງຄຣິສມາສ ໄດ້ຕົກມາເປັນຂອງ ຫົງແດງອີກຄັ້ງ ເຊີ່ງສະສົມແຕ້ມໄດ້ 39 ແຕ້ມ ແຕ່ສຸດທ້າຍກໍ່ຈົບລະດູການລົງໄດ້ພຽງແຕ່ອັນດັບ 2 ສ່ວນວ່າແຊ່ມ ຖືກແມ່ນຢູໄນເຕັດ ແຊງໂຄ້ງເອົາໄປຄອງດ້ວຍຄະແນນ 90 ແຕ້ມ ແລະ ປ່ອຍໃຫ້ ລີເວີຣ໌ພູລ ຈົບອັນດັບ 2 ​ທີ່ຄະແນນ 86 ແຕ້ມ.

2009/10 : ເຊລຊີ

ສິງໂຕນໍ້າເງິນຄາມ ກັບມານັ້ງເກົ້າອີ້ທວງຈ້າຝຸງໄດ້ອີກຄັ້ງໃນຊ່ວງເທດສະການຄຣິສມາສ ໂດຍຄະແນນ 42 ແຕ້ມ ແລະ ເປັນຜົນງານທີ່ສຸດຍອດຂອງໂຄດ ຄາຣ໌ໂລ ອັນເຊລອຕຕີ ສ່ວນລີເວີຣ໌ພູລຍັງໄປບໍ່ເຖິງເສັ້ນໄຊ ແລະ ຈົບລະດູການດ້ວຍການຕົກລົງຢູ່ອັນດັບ 7 ຂອງຕາລາງຊຶ່ງເປັນຜົນງານທີ່ຕົກຕໍ່າທີ່ສຸດຂອງ ເຮັດແມນຊີນ ໃນຮອບ 11​ປີ ສ່ວນແຊ່ມກໍ່ຕົກເປັນຂອງຈ່າຝຸງ ເຊລຊີ.

2010/11 :​ ແມນຢູໄນເຕັດ

ຜີສາດແດງກະໂດດຂຶ້ນມາຄອງຈ່າຝຸງອີກຕາມເຄີຍ ດ້ວຍຄະແນນ 34 ແຕ້ມ ແລະ ສຸດທ້າຍກໍ່ສາມາດຄວ້າແຊ່ມໄປຄອງ ດ້ວຍຄະແນນ 80 ແຕ້ມ ເໜືອກວ່າ ເຊລຊີ ທີມຮອງແຊ່ມທີ່ມີຄະແນນ 71 ແຕ້ມ.

2011/12 :​ ແມນເຊັດເຕີຊີຕີ

ເຮືອໃບສີຟ້າຈອງຕໍາແໜ່ງຈ່າຝຸງໄດ້ຄັ້ງທໍາອິດ ນັບແຕ່ກໍ່ຕັ້ງ ພຣີເມຍຣ໌ລີກ ໂດຍມີ 44 ແຕ້ມ ແລະ ສຸດທ້າຍທີມເຮືອໃບສີຟ້າກໍ່ສາມາດຄວ້າແຊ່ມມາຄອງໄດ້ສໍາເລັດ.

  2012/13 : ແມນຢູໄນເຕັດ

ລະດູການນີ້ຜີສາດແດງ ແມນຢູ ໄດ້ຄອງຈ່າຝຸງຢູ່ໃນຊ່ວງຄຣິສມາສ ເຊິ່ງມີ 43 ແຕ້ມ ແລະ ຈົບລະດູການດ້ວຍການເອົາແຊ່ມໄປຄອງ.

     2013/14 :​ ລີເວີຣ໌ພູລ

ລະດູການນີ້ຫົງແດງເປັນຜູ້ນໍາຈ່າຝຸງໃນຊ່ວງເທດສະການຄຣິສມາສ ເຊິ່ງມີ 36 ແຕ້ມ ແຕ່ສຸດທ້າຍເບຣນແດນ ຣັອດເຈີຣ໌ສ ກໍ່ບໍ່ສາມາດສ້າງປະຫວັດສາດພາຫົງແດງຄວ້າແຊ່ມໄດ້ ສຸດທ້າຍຈົບລະດູການໄດ້ພຽງແຕ່ຮອງແຊ່ມ, ສ່ວນທີມເຮືອໃບສີຟ້າ ແມນຊີຕີ ໄດ້ແຊ່ມໄປຄອງ.

ບົດຄວາມຫຼ້າສຸດ

ລາວ-ໄທ ຍົກລະດັບການແກ້ໄຂບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ ແລະ ສະແກັມເມີ.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ, ຫົວໜ້າຄະນະໜ່ວຍປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ແຂວງສະຫວັນນະເຂດ ສປປ ລາວ ແລະ ສະຫາຍ ພົນຕີ...

ສືບຕໍ່ຊຸກຍູ້ ລາວ-ຫວຽດນາມ ສືບຕໍ່ຮ່ວມມືດ້ານພະລັງງານໄຟຟ້າ ດ້ານບໍ່ແຮ່ ແລະ ດ້ານການຄ້າ.

ເພື່ອຜັນຂະຫຍາຍຜົນການພົບປະຂອງການນຳຂັ້ນສູງ ຂອງສອງພັກ, ສອງລັດຖະບານ ລາວ-ຫວຽດນາມ, ໃນວັນທີ 31 ກໍລະກົດ 2026, ທ່ານ ມະໄລທອງ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ...

ຊີ້ແຈງເພີ່ມຕື່ມ ເລື່ອງຄໍາຕັດສິນຂອງສານ ຄະດີການສໍ້ລາດບັງຫຼວງ ແລະ ຄະດີທີ່ຕິດພັນກັບຈຳນວນເງິນທີ່ຖືກເສຍ ຫາຍຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື.

ໂດຍອີງຕາມການໃຫ້ຂໍ້ມູນ​ ຂອງ ສານປະຊາຊົນແຂວງອັດຕະປື ໃນຄັ້ງວັນທີ 3 ສິງຫາ 2026 ນີ້ວ່າ: ເພຶ່ອເປັນການຊີ້ແຈ້ງກ່ຽວກັບຄະດີ 2 ເລື່ອງ ທີ່ສານປະຊາຊົນແຂວງອັດຕະປື ໄດ້ຕັດສິນແລ້ວນັ້ນ ປັດຈຸ...

ເຈົ້າໜ້າທີ່ກວາດລ້າງແກ້ງສະແກມເມີ ພ້ອມກັນ 6 ຈຸດ ໃນ ນວ

ເຈົ້າໜ້າທີ່ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ໄດ້ເປີດປະຕິບັດການຄັ້ງໃຫຍ່ເຂົ້າກວດຄົ້ນ ແລະ ກວາດລ້າງກຸ່ມແກ້ງເປົ້າໝາຍສໍ້ໂກງທາງໂທລະຄົມ ຫຼື ສະແກມເມີ ພ້ອມກັນເຖິງ 6 ຈຸດ ໃນເຂດນະຄອນຫຼວງວຽງຈັນ. ໃນວັນທີ 1 ສິງຫາ...