spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຫິວຢາ! ຂ້າຫລານຊາຍຕົນເອງ ເອົາລົດຈັກໄປຂາຍ!

ຫິວຢາ! ຂ້າຫລານຊາຍຕົນເອງ ເອົາລົດຈັກໄປຂາຍ!

Published on

jone

 

​ໃນ​ວັນ​ທີ 24 ທັນວາ​ນີ້, ​ເຈົ້າໜ້າ​ທີ່ ປກສ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ​ໄດ້​ນຳ​ຕົວ​ທ້າວ ຈັນ​ສະໝອນ

ອາຍຸ 21 ປີ ຢູ່​ບ້ານ​ຕາດ​ທອງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ ​ໄປ​ເຮັດ​ແຜນ​ປະກອບ​ຄຳ​ສາລະພາບ ຢູ່​ຈຸ​ດ

​ເກີດ​ເຫດ ຂໍ້​ຫາ​ຄາດ​ຕະກຳ​ ທ້າວ ​ເດັ່ນ ອາຍຸ 13 ປີ ຢູ່​ບ້ານ​ຕາດ​ທອງ (ຫລານ​ຊາຍ) ​​ເມື່ອ​ວັນ​ທີ 14 ທັນວາ.

ເຈົ້າໜ້າ​ທີ່ ປກສ ​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 14 ທັນວາ 2014 ທ້າວ ຈັນ​ສະໝອນ ​​ໄດ້​ນັ່ງ​ຢູ່​ໜ້າ​ເຮືອນ ​ແລະ ພົບ​ເຫັນ​ທ້າວ ​ເດັ່ນ

​ເຊິ່ງ​ເປັນ​ຫລານ​ຊາຍ (ລູກ​ຂອງ​ເອື້ອຍ) ຂັບ​ລົດຈັກ​ເວ​ບ 100 ສີ​ໝາກ​ຄໍ້​ກາຍ​ມາ ຈຶ່ງ​ເກີດ​ຄວາມ​ຄິດ​ຢາກ​ໄດ້​ລົດ​ຄັນ​ດັ່ງ

ກ່າວ​ໄປ​ຂາຍ ​ເພື່ອ​ເອົາ​ເງິນ​ໄປ​ຊື້ຢາ​ບ້າ​ມາ​ເສບ. ຈາກ​ນັ້ນ ກໍ​ໄດ້​ວາງ​ແຜນ​ຄາດ​ຕະກຳ​ ​ໂດຍ​ໄດ້​ກະກຽມ​ເອົາ​ສາຍ​ເຊືອກ​

ຍາວ​ປະມານ 80 ຊັງ​ຕີ​ແມັດ ​ເຊື່ອງ​ໄວ້​ໃນ​ຖົງ​ໂສ້ງ. ຈາກ​ນັ້ນ ກໍ​ເອີ້ນ ທ້າວ ​ເດັ່ນ ມາ​ຫາ​ແລ້ວ​ບອກ​ໃຫ້​ໄປ​ສົ່ງ​ຢູ່​ບ້ານ​ໃໝ່

​ເມືອງ​ສີ​ໂຄດ​ຕະບອງ ​ໂດຍ​ຈະ​ໃຫ້​ຄ່າ​ຈ້າງ 10.000 ກີບ, ຈາກ​ນັ້ນ ທ້າວ ​ເດັ່ນ ກໍ​ຕົກລົງ ​ແລ້ວ​ຂັບ​ລົດຈັກ​ໄປ​ສົ່ງ. ພໍ​ໄປ​

ຮອດ​ເຂດ​ວັດ​ໜອງ​ແສງ ບ້ານ​ຕາດ​ທອງ, ທ້າວ ຈັນ​ສະໝອນ ​ໄດ້​ຂໍ​ປ່ຽນ​ມາ​ຂັບ​ລົດ​ເອງ​ຈົນ​ຮອດ​ບ້ານ​ໃໝ່ ​ແລ້ວ​ຍົວະ​

ທ້າວ ​ເດັ່ນ ​ໃຫ້​ເຂົ້າ​ໄປ​ໃນ​ປ່າເພື່ອ​ຈະ​ເສບ​ຢາ​ບ້າ. ​ໃນ​ເວລາ​ຢູ່​ໃນ​ປ່າ ຈຶ່ງ​ຫາ​ໂອກາດ​ເອົາ​ສາຍ​ເຊືອກ​ທີ່​ກຽມ​ມາ​ຂອດ​ເປັນ​

ບ້ວງ ​ແລ້ວ​ເອົາ​ມາ​ຄ້ອງ​ຄໍ​ທ້າວ ​ເດັ່ນ ​ແລະ ດຶງ​ຖົກ​ຢ່າງ​ແຮງ​ຈົນ​ທ້າວ ​ເດັ່ນ ລົ້ມລົງພື້ນ. ຈາກ​ນັ້ນ ທ້າວ ຈັນ​ສະໝອນ ​

ໄດ້​ໃຊ້​ຕີນ​ເບື້ອງຂວາ​ຢຽບ​ກາງ​ຫລັງ​ທ້າວ ​ເດັ່ນ ພ້ອມ​ທັງ​ດຶງ​ເຊືອກ​ຈົນ​ທ້າວ ​ເດັ່ນ ​ເສຍ​ຊີວິດ. ຈາກ​ນັ້ນ ທ້າວ ຈັນ​ສະ

ໝອນ ກໍ​ເອົາ​ລົດຈັກ​ຄັນ​ດັ່ງກ່າວ​ໄປ​ຂາຍ. ຫລັງ​ຈາກ​ນັ້ນ ກໍ​ຖືກ​ເຈົ້າໜ້າ​ທີ່​ນຳ​ຈັບ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດ

ໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...