spot_img
Homeຂ່າວເຫດການ ອຸຕຸນິຍົມ ແຈ້ງເຕືອນສະພາບອາກາດ ຈະໜາວລົງອີກ 2-4 ອົງສາ

ອຸຕຸນິຍົມ ແຈ້ງເຕືອນສະພາບອາກາດ ຈະໜາວລົງອີກ 2-4 ອົງສາ

Published on

1391804_691336777630262_1862129958220467279_n

 

ກົມອຸຕຸນິຍົມ ແລະ ອຸທົກກະສາດໃຫ້ຮູ້ວ່າ: ສະພາບອາກາດນັບແຕ່ວັນທີ 24-26 ທັນວານີ້, ບໍລິເວນຄວາມກົດດັນອາ

ກາດສູງຂອງອາກາດເຢັນຈາກປະເທດຈີນ ຍັງຈະມີກຳລັງປານກາງຫາແຮງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ,

ສົມທົບກັບ ລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ເຮັດໃຫ້ອຸນຫະພູມອາກາດຈະໜາວລົງຕື່ມອີກ,

ໂດຍສະເພາະແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ, ຫລັກ 20, ປາກຊ່ອງ, ນິຄົມ 34, ທ່າແຕງ

ແລະ ເມືອງດາກຈືງ, ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ. ຈາກນັ້ນວັນທີ 27-30 ທັນວາ ບໍລິເວນຄວາມກົດດັນ

ສູງຂອງອາກາດຍັງຈະສືບຕໍ່ແຜ່ລົງມາປົກຄຸມ ດ້ວຍກຳລັງແຮງເພີ້ມຂຶ້ນ, ເຮັດໃຫ້ອາກາດໜາວລົງຕື່ມອີກ 2-4 ອົງ

ສາ ແລະ ຈະມີຝົນຕົກກະຈາຍ ພ້ອມຈະມີລົມພັດແຮງເປັນບາງໂອກາດ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ສະພາບອຸນຫະພູມໃນໄລຍະນີ້ ອາກາດຍັງຈະສືບຕໍ່ໜາວ ເຢັນຕື່ມອີກຢູ່ຫລາຍແຂວງພາກເໜືອຫາພາກກາງດ້ານ

ຕາເວັນອອກ, ເຂດພູດອຍ, ແຂວງໄຊສົມບູນ, ຫລັກ 20, ປາກຊ່ອງ, ທ່າແຕງ ແລະ ເມືອງດາກຈືງ ພ້ອມມີໝອກ

ປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີໝອກໜາປົກຫຸ້ມຫລາຍຂຶ້ນ. ສະພາບຝົນໃນໄລຍະຕົ້ນອາທິດໜ້າຈະມີຝົນ

ຕົກກະຈາຍຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງແຕ່ລະພາກ ພ້ອມມີລົມພັດແຮງເປັນບາງໂອກາດ. ສະນັ້ນ

ຈຶ່ງ​​ເຕືອນໃຫ້ພໍ່ແມ່ປະຊາຊົນ ໃຫ້ມີສະຕິໃນການສັນຈອນເພາະມີໝອກປົກຫຸ້ມເປັນສ່ວນຫລາຍ ແລະ ຮັກສາສຸຂະ

ພາບໃຫ້ອົບອຸ່ນຮ່າງກາຍຢູ່ສະເໝີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...