Homeຂ່າວພາຍ​ໃນເບລຢຽມ ນໍາສະເໜີກິລາໃໝ່  ບອສຊ່າບອລ (Bossaball)

ເບລຢຽມ ນໍາສະເໜີກິລາໃໝ່  ບອສຊ່າບອລ (Bossaball)

Published on

imahges   imagnes

 images   

 

ບອສຊ່າບອລ (Bossaball) ເມື່ອຟັງຊື່ແລ້ວຈະອອກຄ້າຍໆແນວຂອງພະເພດດົນຕີ ບອສຊາໂນວ່າ ແຕ່ຄວາມຈິງແມ່ນບໍ່ມີຫັຍງກ່ຽວຂ້ອງກັນເລີຍ ພຽງແຕ່ເປັນກິລາທີ່ໄດ້ຮັບອິດທິພົນມາຈາກ ກິລາ ຫາດຊາຍ

ນີ້ເປັນກິລາໃໝ່ທີ່ຖືກຄິດຂຶ້ນໃນປະເທດເບລຢຽມ ເມື່ອບໍ່ພໍ່ເທົ້ໃດປີມານີ້ເອງ ໂດຍນໍາເອົາກິລາຫຼາຍໆຊະນິດມາລວມໄວ້ ບໍ່ວ່າຈະເປັນ ກິລາບານຕີ, ບານເຕະ ລິລາລອດບ້ວງ(ຍິມນາສຕິກ) ສີລະປະການຕໍ່ສູ້ແບບຄາໂອເປລ່າ ຂອງປະເທດບຣາຊິວ ຊຶ່ງການຫຼິ້ນຈະຄ້າຍກັບ ບານຕີ ທີ່ກະໂດດຢູ່ເທິງ ແທຣມໂບລິນ(ກົງຢາງສາມາດເດັ່ງຄົນຂຶ້ນ) ໂດຍມີອຸປະກອນສໍາຄັນຄື ແທຣມໂບລິນ ກົງຍາງທີ່ເປັນຖົງລົມ ເອົາໄວ້ກະໂດດ ມີເສັ້ນຮອບວົງ 3-4​ແມັດ ເພື່ອໃຫ້ຜູ້ຫຼິ້ນແຕ່ລະຝ່າຍກະໂດດຂຶ້ນ ຕີໝາກບານໄປຍັງຝັ່ງກົງກັນຂ້າມທີ່ມີຕາໜ່າງຂັ້ນກາງຖ້າຜູ້ຫຼິ້ນຕົກລົງໄປກໍ່ບໍ່ເຈັບເພາະເປັນຖົງຢ່າງທີ່ໃຫຍ່ທີ່ສູບລົມໄວ້ຮອງຮັບຢູ່ແລ້ວບໍ່ມີສ່ວນແຂງຫຼືຂອບແຂງໃຫ້ສ່ຽງຕໍ່ການບາດເຈັບ

ກະຕິກາຄືແຕ່ລະທີມຈະມີຜູ້ຫຼີ້ນ 3-5 ຄົນ ນັບແຕ້ມຄືກັນກັບບານຕີ ແຕ່ສາມາດໃຊ້ທຸກພາກສ່ວນຂອງຮ່າງກາຍຫຼິ້ນໄດ້ ນັບແຕ່ ຫົວ ມື ເຂົ່າ ສອກ ຕິນ ແລະ ສ່ວນອຶ່ນໆຂອງຮ່າງກາຍສາມາດໃຊ້ໄດ້ໝົດ ຈະເອົາຂາໜີບໝາກບານໄວ້ກໍ່ຍັງໄດ້,  ເຊິ່ງແຕ່ລະທີມສາມາດສໍາພັດບານກ່ອນທີ່ຈະສົ່ງໄປຍັງຝ່າຍກົງກັນຂ້າມບໍ່ໃຫ້ເກີນ 8 ຄັ້ງ ການຕັດສິ້ນຈະວັດຜົນຂອງການຊະນະ 2​ ໃນ 3 ແຊັກ ຝ່າຍໃດໄດ້ແຕ້ມເຖີງ 25 ແຕ້ມກ່ອນ ແມ່ນຈະໄດ້ແຊັກໜຶ່ງ

ສ່ວນນັກກິລາແຕ່ງຊຸດຄ້າຍຊຸດລອຍນໍ້າສີສັນເປັນທີມດຽວກັນມີເພງມັນໆປະກອບ, ສ່ວນການຫຼິ້ນສາມາດຫຼິ້ນໄດ້ທັງຍິງ ແລະ ຊາຍ ແລະເປັນກິລາທີ່ນິຍົມກັນຫຼາຍໃນປະເທດ ເບລຢຽມ

 ຂອບໃຈຂໍ້ມູນຈາກ:​ krobkruakao.com

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...