Homeຂ່າວພາຍ​ໃນຈີນ ແລະ ຫວຽດ­ນາມ ​ບໍ­ລິ­ໂພກ​ເຂົ້າ­ໜຽວ​ລາວ​ຫຼາຍ

ຈີນ ແລະ ຫວຽດ­ນາມ ​ບໍ­ລິ­ໂພກ​ເຂົ້າ­ໜຽວ​ລາວ​ຫຼາຍ

Published on

a921d601f4115c885230f7ba2566e72d

 

ເຂົ້າ­ໜຽວ​ລາວ​ບໍ່​ພຽງ​ແຕ່​ນິ­ຍົມ​ບໍລິ​ໂພກ​ຢູ່​ພາຍ​ໃນ​ເທົ່າ​ນັ້ນດຽວ­ນີ້​ ຊາວຕ່າງ​ຊາດ​ໂດຍ​ສະ­ເພາະ​ບັນ­ດາ​ປະ­ເທດ ອ້ອມ​ຂ້າງ​

ກໍ​ໃຫ້​ຄວາມ​ນິ­ຍົມ ແລະ ຫັນ​ມາບໍ­ລິ­ໂພກ​ເຂົ້າ­ໜຽວ​ລາວ​ຫຼາຍ​ຂຶ້ນ, ທີ່​ໜ້າພູມ­ໃຈ​ຄື​ຂ່າວ​ພົນ­ລະ­ເມືອງ​ຈີນ​ບໍ­ລິ­ໂພກເຂົ້າ­

ໜຽວ​ລາວ​ເຖິງ 2 ລ້ານ​ກວ່າ​ຄົນ, ໂດຍ​ຍັງ​ບໍ່​ບວກ​ການ​ບໍ­ລິ­ໂພກ​ຂອງຫວຽດ­ນາມ ແລະ ໄທ, ກວມ​ເອົາ 40% ຂອງ​ການ​ບໍ

­ລິ­ໂພກ​ຂອງ​ພາຍ​ໃນ​ເຮັດ​ໃຫ້ຄວາມ​ຕ້ອງ­ການ​ຊື້​ແຕ່​ລະ​ປີ​ຫຼາຍ​ ລ້ານໂຕນ ແຕ່​ການ​ຜະ­ລິດ​ຍັງ​ບໍ່​ສາ­ມາດ​ຕອບສະ­ໜອງ​ໄດ້.

 

ທ່ານ ສຽວ­ສະ­ຫວາດ ສະ­ແຫວງ​ສຶກສາ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ເປີດ­ເຜີຍ​ວ່າ: ປະ­ຊາ­

ຊົນ​ຢູ່​ລຽບ​ຕາມ​ບໍ­ລິ­ເວນ​ຊາຍ​ແດນໄດ້​ມີ​ການ​ພົວ­ພັນ​ຄ້າ­ຂາຍ​ກັບ​ ປະ­ເທດ ອ້ອມ​ຂ້າງ​ຢ່າງ​ຫຼວງ­ຫຼາຍ ໃນ​ນັ້ນ ລວມ​ມີເຂົ້າ

​ກິນ​ນຳ, ແຕ່​ຕົວ​ເລກ​ການ​ສົ່ງ​ອອກເຂົ້າ​ຍັງ​ບໍ່​ສາ­ມາດ​ເກັບ​ກຳ​ໄດ້​ລະ­ອຽດ, ແນວ­ໃດ​ກໍ​ຕາມ ເພື່ອ​ຫັນ​ໄປ​ສູ່​ການ​ຄ້າລະຫວ່າງ

​ປະ­ເທດ ລັດ­ຖະ­ບານ​ໄດ້​ເຊັນ​ສັນຍາ​ຊື້-ຂາຍ​ເຂົ້າ​ກັບ​ຫວຽດ­ນາມ ແລະ ປະເທດ​ໃກ້​ຄຽງ​ເພື່ອ​ຊື້​ເຂົ້າຈາກ​ລາວ, ແຕ່​ຍ້ອນ​ບໍ່​ມີ​

ຜູ້​ຊື້-ຜູ້​ຂາຍ​ໃນຂອບ​ສັນ­ຍາ​ນີ້​ຈິ່ງ​ບໍ່​ສາ­ມາດ​ຈັດ​ ຕັ້ງ​ປະຕິ​ບັດ​ໄດ້.

 

ທ່ານ ດຣ. ພວງ​ປະ​ຣິ​ສັກ ປຣະ​ວົງ ວຽງ​ຄຳ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໃຫ້​ສຳ­ພາດ ຕໍ່​ສື່​ວ່າ: ປະ

­ຈຸ​ບັນ ລາວ​ເຮົາ​ສາ­ມາດ​ຜະລິດ​ເຂົ້າ​ໄດ້​ເຖິງ 4 ລ້ານ​ໂຕນ ຖື​ວ່າ​ກຸ້ມ​ກິນ ແລະ ເຫຼືອ​ຂາຍ​ເປັນ​ສິນ­ຄ້າ, ຜ່ານ​ມາລາວ​ມີ​ການ​ສົ່ງ​

ອອກ​ເຂົ້າ​ໄປ​ຕ່າງ­ປະ­ເທດ ແຕ່​ຍັງ​ເປັນ​ລັກ­ສະ­ນະ​ການ​ຄ້າ​ຊາຍ​ແດນເທົ່າ​ນັ້ນ​ຍ້ອນ​ວ່າ​ປະ­ເທດ​ໃກ້​ຄຽງ ​ມີຄວາມ​ຕ້ອງ­ການ​ບໍ

­ລິ­ໂພກ​ເຂົ້າ­ໜຽວ​ລາວຢ່າງ​ຫຼວງ­ຫຼາຍ​ຈາກ​ການ​ເກັບ​ກຳ​ ສະ­ຖິ­ຕິຮູ້​ວ່າ​ພົນ­ລະ­ເມືອງ ສປ ຈີນ ບໍ­ລິ­ໂພກ​ເຂົ້າໜຽວ​ລາວ​ປະ

­ມານ 2 ລ້ານ​ກວ່າ​ຄົນ, ນອກ­ຈາກ​ນັ້ນ ຍັງ​ມີ​ຫວຽດ­ນາມ ແລະ ໄທ​ນຳ​ອີກ.

 

ນີ້​ເປັນ​ທ່າ­ແຮງ​ທີ່​ເອື້ອ​ອຳ­ນວຍ​ພໍ​ສົມຄວນ​ສຳ­ລັບ​ເຂົ້າ­ຂອງ​ລາວ ຊຶ່ງ​ຄວນ​ເອົາໃຈ​ໃສ່​ໃນ­ຕໍ່­ໜ້າ​ກໍ​ຄື​ການ​ປັບ­ປຸງ​ຄຸນ​ນະພາບ

ແລະ ປະ­ລິ­ມານ​ເພື່ອ​ສົ່ງ​ອອກ​ໄປຕະ­ຫຼາດ​ທີ່​ມີ​ຄວາມ​ຕ້ອງ­ການ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...