spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານ​ແຂວງ​ຄຳ​ມ່ວນ​ ຕັດສິນ​​ໂຈນ​ລັກ​ຊັບ ຈຳ​ຄຸກ 4 ປີ

ສານ​ແຂວງ​ຄຳ​ມ່ວນ​ ຕັດສິນ​​ໂຈນ​ລັກ​ຊັບ ຈຳ​ຄຸກ 4 ປີ

Published on

two man

 

ໃນ​ອາທິດ​ຜ່ານ​ມາ, ສານປະຊາຊົນ​​ແຂວງ​ຄຳ​ມ່ວນ ​ໄດ້​ຕັດສິນ​ລົງ​ໂທດທ້າວ ບຸນ​ເພັງ ອາຍຸ 19 ປີ ​ຢູ່​ບ້ານ​ສຸກ​ສະຫວັນ ​

ເມືອງ​ທ່າ​ແຂກ ຈຳ​ຄຸກ 4 ປີ ພ້ອມ​ປັບ​ໄໝ 4 ລ້ານ​ກີບ ​ໃນ​ຂໍ້​ຫາ​ລັກ​ຊັບ​ພົນລະ​ເມືອງ ​ແລະ ທ້າວ ຊາຕີ ຫລື ​ເລັກ ອາຍຸ

23 ປີ ​ຢູ່​ບ້ານ​ສົມ​ສະ ໝຸ​ກ ເມືອງ​ທ່າ​ແຂກ ຈຳ​ຄຸກ 5 ປີ ​ປັບ​ໄໝ 10 ລ້ານ​ກີບ ​ໃນ​ຂໍ້​ຫາ​ຄ້າ ຂາຍ ​ແລະ ​ເສບ​ຢາ​ເສບ​ຕິດ.

 

ທ້າວ ບຸນ​ເພັງ ຮັບ​ສາລະພາບ​ວ່າ: ຜ່ານ​ມາ​ເຄີຍ​ຖືກ​ດັດ​ສ້າງ​ມາ​ແລ້ວ​ໃນ​ປີ 2013 ພາຍຫລັງ​ປ່ອຍ​ຕົວ​ອອກ​ມາ​​ແມ່ນ​

ໄດ້​ເຄື່ອນ​ໄຫວ​ເສບ​ຢາ​ບ້າ, ພ້ອມ​ທັງ​ລັກ​ຊັບ​ພົນ ລະ​ເມືອງ. ຄັ້ງຫລ້າ​ສຸດ​ໃນ​ວັນ​ທີ 11 ມີນາ 2014 ​ໄດ້​ໄປ​ລັກ​ເງິນ​ຢູ່​ເຮືອນ

​ພັກ​ແຫ່ງ​ໜຶ່ງ ​ໄດ້​ເງິນ 8 ລ້ານ​ກີບ, ບັດ​ເຕີມ​ເງິນ​ລວມມູນ​ຄ່າ 4,3 ລ້ານ​ກີບ, ​ເຄື່ອງ​ຫລິ້ນຊີ​ດີ ​ແລະ ລຳ​​ໂພງ 1 ຊຸດ ​ແລະ

ຕົກມາ​ຮອດ​ວັນ​ທີ 7 ພຶດສະພາ 2014 ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ຈັບ​ຕົວ​ມາ​ດຳ​ເນີນ​ຄະດີ.

 

ສ່ວນ​ທ້າວ ຊາຕີ ຮັບ​ສາ ລະພາບ​ວ່າ: ​ໃນ​ເດືອນ​ມິຖຸນາ 2014 ​ໄດ້​ໄປ​ຊື້ຢາ​ນຳ​ນາງ ຕຸກ ອາຍຸ 27 ປີ ຢູ່​ບ້ານ​ສົມ​ສະໜຸກ

ຈຳນວນ 6 ຄັ້ງ ລວມມູນ​ຄ່າ 60 ພັນບາດ (ສະກຸນ​ເງິນ​ໄທ) ​ແລ້ວ​ນຳ​ມາ​ເສບ​ເອງ ​ແລະ ​ແບ່ງ​ຂາຍ​ໃຫ້​ລູກ​ຄ້າ. ມາ​ຮອດ

​ວັນ​ທີ 4 ມິຖຸນາ 2014 ຈຶ່ງ​ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ ພ້ອມ​ຂອງ​ກາງ​ຢາບ້າ​ຈຳນວນ 67 ​ເມັດ ມາ​ດຳ​ເນີນ​ຄະດີ​ຕາມ​ລະ

ບຽບ​ກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...