ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ແລະ ຄະນະ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍັງສືບຕໍ່ແຕກດອກອອກຜົນ ແລະ ພວມນໍາຜົນປະໂຫຍດຕົວຈິງແກ່ສອງປະເທດ ສະແດງອອກໃນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນເສດຖະກິດ-ການຄ້າ, ການລົງທຶນ ໄດ້ຮັບການເອົາໃຈໃສ່ ແລະ ມີຄວາມຄືບໜ້າກວ່າເກົ່າ ເຊິ່ງໃນ 9 ເດືອນຕົ້ນປີນີ້, ມູນຄ່າການຄ້າສອງຝ່າຍ ບັນລຸໄດ້ຫຼາຍກວ່າ 1,832 ລ້ານໂດລາ ໃນນີ້, ມູນຄ່າການສົ່ງອອກສິນຄ້າຂອງລາວໄປຫວຽດນາມ 1,425 ລ້ານໂດລາ ແລະ ມູນຄ່າການລົງທຶນຂອງຫວຽດນາມ ບັນລຸໄດ້ 4,7 ຕື້ໂດລາ ແລະ ຍັງສືບຕໍ່ຈັດຢູ່ໃນອັນດັບຕົ້ນໆຂອງການລົງທຶນຕ່າງປະເທດຢູ່ລາວ.

ສະຫາຍປະທານສະພາແຫ່ງຊາດລາວ ສະແດງຄວາມຂອບໃຈສະຫາຍນາຍົກລັດຖະມົນຕີຫວຽດນາມ ທີ່ໄດ້ເອົາ ໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕໍ່ການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງສອງລັດຖະບານ ເຊິ່ງຫຼາຍໂຄງການມີຄວາມຄືບໜ້າ ແລະ ມີປະສິດທິຜົນສູງ; ພ້ອມນີ້, ກໍສະເໜີໃຫ້ສືບຕໍ່ຊ່ວຍຕິດຕາມ ແລະ ຊີ້ນໍາຢ່າງໃກ້ຊິດ ເພື່ອເຮັດໃຫ້ບັນດາໂຄງການທີ່ໄດ້ລົງນາມຮ່ວມກັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ທັນຕາມກຳນົດເວລາ ໂດຍສະເພາະໂຄງການທີ່ຫາກໍລົງນາມຮ່ວມມືກັນ, ໂຄງການທີ່ສືບຕໍ່ ແລະ ໂຄງການທີ່ພວມລິເລິ່ມຮ່ວມມື ເປັນຕົ້ນແມ່ນໂຄງການທ່າເຮືອຫວຸງອາງ (ໄລຍະ 1, 2, 3), ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ແລະ ທໍ່ສົ່ງນໍ້າມັນ, ໂຄງການລົດໄຟ ລາວ-ຫວຽດນາມ ແລະ ໂຄງການອື່ນໆ ທີ່ຈະຊ່ວຍໃຫ້ ສປປລາວ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດຢ່າງເປັນຮູບປະທໍາ.

ການນຳຂັ້ນສູງທັງສອງຝ່າຍ ຈະຊຸກຍູ້ການສ້າງກິດຈະກໍາຕ່າງໆ ຮ່ວມກັນສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ປີ 2027 ເພື່ອໂຄສະນາສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມ ໄດ້ຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ສາຍພົວພັນມິດຕະພາບແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຫາຍາກ ແລະ ມີໜຶ່ງດຽວໃນໂລກ.
ອ້າງອີງຈາກ: ຂ່າວຜູ້ແທນປະຊາຊົນ

