ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ.

ທ່ານ ໄດ້ປະກອບຄຳເຫັນໃສ່ ໃນມາດຕາ 7 ເຊິ່ງມາດຕາດັ່ງກ່າວໄດ້ລະບຸຈະແຈ້ງ ກ່ຽວກັບການປົກປ້ອງພະນັກງານ, ເຈົ້າໜ້າທີ່ ຄອບຄົວຂອງຜູ້ໃຫ້ຂໍ້ມູນ ຫຼືຜູ້ທີ່ມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນອາສະຍາກໍາທາງໄຊເບີ ນອກຈາກມາດຕານີ້ ແລ້ວກໍຍັງເຫັນວ່າມີມາດຕາ 2 ທີ່ເວົ້າເຖິງການປົກປ້ອງແມ່ຍິງ-ເດັກນ້ອຍ ສະເໜີເພີ່ມຕື່ມບາງເນື້ອໃນ ເພື່ອເປັນການປົກປ້ອງປະຊາຊົນ ທຸກຄົນໃນສັງຄົມ ເພາະວ່າກຸ່ມຄົນເຫຼົ່ານີ້ ມີຄວາມສ່ຽງຫຼາຍໃນ.

ການຖືກຕົວະຍົວະ ຫຼອກລວງໃຫ້ເສຍຊັບສິນ ຄຸກຄາມທຳຮ້າຍຈິດໃຈ ແລະ ກຽດສັກສີຢ່າງຫຼວງຫຼາຍ. ປັດຈຸບັນການຕົວະຍົວະຫຼອກລວງເກີດຂຶ້ນຫຼາຍທີ່ສຸດໂດຍສະເພາະແມ່ນຜູ້ສູງອາຍຸ ເຊິ່ງເຫັນວ່າ ຍັງຕົກເປັນເຫຍື່ອສູນເສຍເງິນຄຳຊັບສິນຢ່າງມະຫາສານໃຫ້ກຸ່ມສະແກມເມີ; ຍ້ອນວ່າ ພວກເຂົາເຈົ້າເຫຼົ່ານີ້ມີປະສົບການໃນການນຳໃຊ້ດີຈີຕອນຍັງຈຳກັດ ເຮັດໃຫ້ນຳບໍ່ທັນເລ້ຫຼ່ຽມຂອງກຸ່ມຄົນບໍ່ດີ.
ຂໍ້ມູນຈາກ:ສະພາປະຊາຊົນແຂວງ ອຸດົມໄຊ

