Homeຂ່າວພາຍ​ໃນໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

Published on

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ຊ່ວງນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ(ກມ 21-ກມ 71). ໃນໂອກາດທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ເຄື່ອນໄຫວຄັ້ງນີ້ ທ່ານ ສຸກສາຄອນ ຊູຕັນນຸວົງ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ 13 ໃຕ້ ແຕ່ ກມ 21- ກມ 71 ລາຍງານວ່າ:

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ (ກມ 21 ຫາ ກມ 71) ເລີ່ມແຕ່ບ້ານໂຄກສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຫາ ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍລິຄໍາໄຊ, ມີຄວາມຍາວທັງໝົດ 50 ກິໂລແມັດ, ເປັນເສັ້ນທາງປູຢາງຂົ້ວ(Asphalt). ໃນຮູບແບບສັນຍາ OPBRC (ກໍ່່ສ້າງ 3 ປີ ແລະ ບຳລຸງຮັກສາ 7 ປີ), ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 15 ກໍລະກົດ 2025 ມາຮອດເດືອນກັນຍາ 2026 (ຜ່ານມາ 14 ເດືອນ) ມີຄວາມຄືບໜ້າຂອງໜ້າວຽກຕົວຈິງສຳເລັດແລ້ວ 42.31%, ປະຕິບັດໄດ້ຕາມແຜນການ ແລະ ໄດ້ສຳເລັດປູຢາງຂົ້ວ(Asphalt)ໂດຍພື້ນຖານແລ້ວ ຂອງໜ້າວຽກ Milestone 1 ແລະ Milestone 3. ເຊິ່ງຄາດວ່າຈະໃຫ້ສໍາເລັດຕາມແຜນການໃນວັນທີ 15 ກໍລະກົດ 2028. ນອກຈາກນັ້ນ ທ່ານ ຫົວໜ້າໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ (ລັດວິສາຫະກິດ ກໍ່ສ້າງຂົວທາງເລກ 8 ຮ່ວມກັບ ບໍລິສັດ ສົມໄຊ ຈະເລີນກໍ່ສ້າງ) ກໍ່ໄດ້ໃຫ້ຄໍາໝັ້ນສັນຍາ ພ້ອມທັງຢືນຍັ້ນວ່າ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ (Asphalt) ຊັ້ນ 1 ເພື່ອເຮັດໃຫ້ການຈາລະຈອນມີຄວາມສະດວກ, ໂລງລ່ຽນ ພ້ອມທັງຮັບປະຄວາມປອດໄພ.

ໃນໂອກາດດັ່ງກ່າວນີ້ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດໂຄງການ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ໂດຍສະເພາະແມ່ນ ການຄຸ້ມຄອງການກໍ່ສ້າງໃຫ້ໄດ້ມາດຕະຖານເຕັກນິກ, ໃຫ້ສຸມໃສ່ນໍາໃຊ້ກົນຈັກທັນສະໄໝ, ການແກ້ໄຂສິ່ງກີດຂວາງ, ການຄຸ້ມຄອງການຈາລະຈອນ ແລະ ຂີ້ຝຸ່ນໃນເຂດຊຸມຊົນໜາແໜ້ນ ຕ້ອງໄດ້ສີດນ້ຳ ແລະ ຕິດປ້າຍເຕືອນຄວາມປອດໄພຢ່າງຕໍ່ເນື່ອງ. ພ້ອທັງສືບຕໍ່ ບັນດາໜ້າວຽກຕ່າງໆເປັນຕົ້ນ: ເລັ່ງດຳເນີນງານວຽກດິນ, ຄັນທາງ, ແລະ ວຽກຊັ້ນທາງ, ສືບຕໍ່ປູຢາງຂົ້ວ (Asphalt), ວຽກລະບົບລະບາຍນ້ຳ, ການຕິດຕັ້ງອຸປະກອນຄວາມປອດໄພເທິງທ້ອງຖະໜົນ ແລະ ວຽກບຳລຸງຮັກສາທາງເກົ່າ ສ້ອມແປງຂຸມ ເພື່ອອຳນວຍຄວາມສະດວກໃນການສັນຈອນຂອງປະຊາຊົນໃນໄລຍະການກໍ່ສ້າງ.

ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...