Homeຂ່າວພາຍ​ໃນຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

Published on

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ໃນໂອກາດດັ່ງກ່າວ, ສະຫາຍ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນ ວັນ ເລືອງ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ, ໂດຍສະເພາະມາຖ່າຍທອດບາງບົດຮຽນດ້ານວິຊາການ ກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ພະນັກງານອົງການກວດກາແຫ່ງລັດ ສປປ ລາວ ແລະ ການມາຢ້ຽມຢາມ ແລະ ພົບປະແລກປ່ຽນດ້ານວິຊາການ ຂອງພວກສະຫາຍ ໃນຄັ້ງນີ້ມີຄວາມໝາຍສໍາຄັນ ຫຼາຍ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ທີ່ໄດ້ເຊັນຮ່ວມກັນ ໃນປີ 2022 ແລະ ຍັງຈະສືບຕໍ່ເຊັນບົດບັນທຶກການຮ່ວມມືກັນ ສະບັບໃໝ່ຕື່ມອີກ ໃນປີ 2027.
ພ້ອມກັນນີ້ ຍັງເປັນການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍຄືການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ລະຫວ່າງ ສອງອົງການກວດກາລັດພວກເຮົາໃຫ້ງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ, ໃນໂອກາດນີ້, ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ໂຮງຮຽນພະນັກງານກວດກາ ກໍຄືອົງການກວດກາລັດຖະບານ ສສ ຫວຽດນາມ ຍາມໃດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານບົດຮຽນ, ການ ກໍ່ສ້າງພະນັກງານກວດກາ ປີລະ 20 ທຶນ ແລະ ການຊ່ວຍເຫຼືອດ້ານອື່ນໆ ແກ່ອົງການກວດກາແຫ່ງລັດ ສປປ ລາວ ຕະຫຼອດມາ.
ສະຫາຍ ຫງວຽນ ວັນ ເລືອງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ວັນໄຊ ພອງສະຫວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມນີ້ຍັງໄດ້ລາຍງານຈຸດປະສົງໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃຫ້ທ່ານໄດ້ຮັບຊາບ, ໂດຍສະເພາະຈະໄດ້ແລກປ່ຽນບົດຮຽນຂັ້ນວິຊາການ, ຢູ່ອົງການກວດກາແຫ່ງລັດ ແລະ ອົງການກວດກາລັດ ແຂວງຫຼວງພະບາງ ກ່ຽວກັບບົດຮຽນວຽກງານກວດກາລັດ ແລະ ດ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ, ເປັນຕົ້ນແມ່ນບົດຮຽນໃນການດໍາເນີນກວດກາ ວຽກງານກວດກາລັດ ແລະ ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງໃຫ້ໄດ້ດີ, ມີຄຸນນະພາບ, ບົດຮຽນກ່ຽວກັບການກໍ່ສ້າງພະນັກງານກວດກາໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ, ບົດຮຽນກ່ຽວກັບການຫັນເປັນດີຈີຕອນ ໃນຂົງເຂດວຽກງານກວດກາ ແລະ ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ,ບົດຮຽນກ່ຽວກັບການສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດ ການຫຍໍ້ທໍ້, ການຟຸ່ມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ຢູ່ ສສ ຫວຽດນາມ, ບົດຮຽນ ການສ້າງນິຕິກຳ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວກວດກາໃນແຕ່ລະໄລຍະຢູ່ ສສ ຫວຽດນາມ ແລະ ບົດຮຽນການຈັດລະດັບພະນັກງານກວດກາລັດ ແລະ ການປະຕິບັດນະໂຍບາຍເງິນອຸດໜູນ ຕາມລໍາດັບ.
ທີ່ມາ: ປະຊາຊົນ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...