Homeຂ່າວພາຍ​ໃນຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

Published on

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ “Savan 2” ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ ລົງທຶນທັງໝົດ)

ໃນການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຸ່ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮ່ວມກັນເຂົ້າຮ່ວມ ເປັນສັກຂີພິຍານໃນພິທີແລກປ່ຽນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການໄຟຟ້າພະລັງງານລົມ Savan 2 ລະຫວ່າງ ກຸ່ມບໍລິສັດ T&T Group ແລະ ບໍລິສັດ Vinacom ຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ.

ໂຄງການ Savan 2 ຖືເປັນການກ້າວເດີນຄັ້ງສໍາຄັນ ແລະ ເປັນ ໂຄງການໃໝ່ລ່າສຸດ ທີ່ຕໍ່ຍອດມາຈາກຄວາມສໍາເລັດຂອງໂຄງການ Savan 1 ທີ່ໄດ້ເປີດດຳເນີນງານໄປກ່ອນໜ້ານີ້ ເພື່ອແນໃສ່ຊຸກຍູ້ການພັດທະນາ ພະລັງງານສະອາດ ແລະ ຫັນປ່ຽນພະລັງງານຂອງທັງສອງປະເທດ ລາວ – ຫວຽດນາມ.

✅ໂຄງການນີ້ຈະຖືກກໍ່ສ້າງ ແລະ ພັດທະນາຂຶ້ນຢູ່ ເມືອງນອງ, ແຂວງສະຫວັນນະເຂດ ສປປ ລາວ.

✅ມີມູນຄ່າການລົງທຶນທັງໝົດສູງເຖິງ 768 ລ້ານໂດລາສະຫະລັດ.

✅ມີກຳລັງການຜະລິດຕິດຕັ້ງທັງໝົດ 495 MW.

✅ ຕາມແຜນການທີ່ວາງໄວ້, ໂຄງການ Savan 2 ຈະເລີ່ມເປີດດຳເນີນງານທາງການຄ້າ (COD) ແລະ ເລີ່ມສົ່ງກະແສໄຟຟ້າຂາຍກັບຄືນໄປໃຫ້ປະເທດຫວຽດນາມ ພາຍໃນທ້າຍປີ 2028.

ເມື່ອໂຄງການ Savan 2 ນີ້ສໍາເລັດສົມບູນ, ເມື່ອລວມເຂົ້າກັບໂຄງການ Savan 1 ຈະເຮັດໃຫ້ມີກຳລັງການຜະລິດພະລັງງານລົມລວມກັນເກືອບ 1,000 MW (1 GW) ເຊິ່ງຈະກາຍເປັນໜຶ່ງໃນແຫຼ່ງພະລັງງານສະອາດທີ່ສໍາຄັນ ທີ່ລາວສົ່ງອອກໄປຫວຽດນາມ.

ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືດ້ານເສດຖະກິດ-ພະລັງງານ ລະຫວ່າງ ສອງຊາດໃຫ້ຍືນຍົງຕະຫຼອດໄປ.

ຂໍ້ມູນຈາກ:Thông tin Chính phủ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...