ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ປະກອບຄຳຄິດຄຳເຫັນ ໃສ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຮງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ທີ່ສະເໜີໂດຍ ທ່ານ ສະເຫລີີມໄຊ ກົມມະສິດ ນາຍົກລັດຖະມົນຕີ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນເອກະພາບ ແລະ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ລັດຖະບານ ສ້າງໄດ້ໃນໄລຍະ 9 ເດືອນຜ່ານມາ, ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂຫຼາຍບັນຫາສຳຄັນ ທີ່ເຫັນວ່າ ຍັງບໍ່ທັນບັນລຸຕາມເປົ້າໝາຍ ໂດຍສະເພາະການພັດທະນາບໍ່ແຮ່ ຄວນເນັ້ນທາງດ້ານປະສິດທິພາບທາງເສດຖະກິດ, ຜົນປະໂຫຍດຂອງລັດ ແລະ ປະຊາຊົນ ຄຽງຄູ່ກັບການຮັກສາສິ່ງແວດລ້ອມ ເປັນຕົ້ນ ຄວນມີຍຸດທະສາດດ້ານແຮ່ທາດທີ່ຊັດເຈນ ໂດຍກຳນົດວ່າ ແຮ່ທາດໃດ ຄວນສົ່ງເສີມ, ແຮ່ທາດໃດ ຄວນຄວບຄຸມ ແລະ ແຮ່ທາດໃດ ຄວນຮັກສາໄວ້ເປັນຄັງສະສົມຍຸດທະສາດຂອງຊາດ ເນື່ອງຈາກວ່າ ໂຄງການລົງທຶນດ້ານແຮ່ທາດ ທີ່ລັດຖະບານອະນຸມັດ ຍັງມີຜົນກະທົບຕໍ່ຊັບພະຍາກອນທຳມະຊາດ ຫຼາຍກວ່າຜົນປະໂຫຍດທີ່ລັດຈະໄດ້ຮັບ, ຍັງມີການລະເມີດຕໍ່ກົດໝາຍ ແລະ ລະບຽບການ, ກົນໄກການຄຸ້ມຄອງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ເປັນອັນສັບຊ້ອນ ແລະ ບໍ່ທັນເປັນເອກະພາບ, ປະຊາຊົນຢູ່ໃນເຂດໂຄງການ ຍັງບໍ່ທັນໄດ້ຮັບການພັດທະນາ ແລະ ຄວາມເປັນຢູ່ ທີ່ດີຂຶ້ນເທົ່າທີ່ຄວນ.
ທ່ານ ອາຄົມ ປຣະເສີດ ສສຊ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໜີໃຫ້ລັດຖະບານ ຄວນມີຍຸດທະສາດດ້ານແຮ່ທາດທີ່ຊັດເຈນ, ກວດກາຄືນການອະນຸຍາດ ແລະ ສັນຍາສຳປະທານບໍ່ແຮ່ ໂດຍໃຫ້ເນັ້ນໃສ່ເຄື່ອງມືທັນສະໄໝ ເຂົ້າໃນການຄຸ້ມຄອງໃຫ້ຫຼາຍຂຶ້ນ ເພື່ອຕິດຕາມໃຫ້ຂໍ້ມູນຕ່າງໆ ມີຄວາມໂປ່ງໃສ, ຊັດເຈນ ແລະ ຮັດກຸມ ພ້ອມທັງ, ກວດກາ ປະລິມານແຮ່ ທີ່ຂຸດຄົ້ນຕົວຈິງ, ການຈ່າຍພາສີ-ອາກອນ, ພັນທະອື່ນໆ ໃຫ້ຄົບຖ້ວນ, ຄວນຫັນຈາກການເນັ້ນສົ່ງອອກວັດຖຸດິບແຮ່ທາດ ໄປສູ່ການປຸງແຕ່ງ ແລະ ແປຮູບ ພາຍໃນປະເທດໃຫ້ຫຼາຍຂຶ້ນ ຕາມຄວາມເໝາະສົມ ເພື່ອເພີ່ມມູນຄ່າ, ສ້າງວຽກເຮັດງານທຳ ແລະ ເພີ່ມລາຍຮັບໃຫ້ປະເທດຊາດ. ພ້ອມນີ້, ໂຄງການບໍ່ແຮ່ ຄວນມີມາດຕະການຈັດການຫາງແຮ່, ນ້ຳເສຍ, ການປົນເປື້ອນ, ການຟື້ນຟູດິນ ແລະ ປ່າໄມ້ ຢ່າງຈິງຈັງ ໂດຍບໍ່ຄວນປ່ອຍໃຫ້ພາລະການຟື້ນຟູ ຫຼັງປິດໂຄງການ ຕົກເປັນພາລະຂອງລັດ; ຄວນໃຫ້ປະຊາຊົນໃນເຂດໂຄງການ ໄດ້ຮັບຜົນປະໂຫຍດຢ່າງເໝາະສົມ ຜ່ານການຈ້າງງານ, ການເຝິກອາຊີບ, ການພັດທະນາໂຄງຮ່າງພື້ນຖານ ແລະ ການແກ້ໄຂຜົນກະທົບຕໍ່ຊຸມຊົນ ພ້ອມທັງ ຄວນມີກົນໄກ ຮັບຟັງ ແລະ ແກ້ໄຂຄຳຮ້ອງທຸກ ຂອງປະຊາຊົນ ຢ່າງວ່ອງໄວ; ໃຫ້ເພີ່ມທະວີການຕິດຕາມກວດກາໂຄງການ ທີ່ມີບັນຫາຂ້າມຂອບເຂດ, ດ້ານນ້ຳ, ສິ່ງແວດ ລ້ອມ ແລະ ຜົນກະທົບຕໍ່ປະຊາຊົນ. ພ້ອມນີ້, ການພັດທະນາບໍ່ແຮ່ ບໍ່ຄວນວັດແທກ ຫຼື ປະເມີນແຕ່ຈາກຈຳນວນແຮ່ທີ່ຂຸດໄດ້ ແຕ່ຄວນປະເມີນຈາກມູນຄ່າ ທີ່ປະເທດຊາດໄດ້ຮັບ, ລາຍຮັບເຂົ້າລັດ, ຜົນປະໂຫຍດ ທີ່ປະຊາຊົນໄດ້ຮັບ ແລະ ການຮັກສາ ສັບພະຍາກອນ ໃຫ້ຄົນຮຸ່ນຕໍ່ໆ ໄປ, ພ້ອມທັງ ມຸ່ງໄປສູ່ການຂຸດຄົ້ນດ້ວຍຄວາມຮັບຜິດຊອບ, ໃຊ້ຊັບພະຍາກອນຢ່າງຄຸ້ມຄ່າ, ເພີ່ມມູນຄ່າ, ຮັກສາສິ່ງແວດລ້ອມ ແລະ ໃຫ້ປະຊາຊົນ ໄດ້ຮັບຜົນປະໂຫຍດຢ່າງສູງສຸດ.

ທ່ານ ນາງ ສອຍເພັດ ທອງສົມບັດ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ສະເໜີໃຫ້ລັດຖະບານ ພິຈາລະນາ ແລະ ຢຸດຕິການອະນຸມັດໃໝ່ ໂຄງການກວດຄົ້ນ-ສຳຫຼວດແຮ່ຫາຍາກ ເນື່ອງຈາກວ່າ ໃນໄລຍະຜ່ານມາ ມີຫຼາຍໂຄງການປະຕິບັດຢ່າງເຂັ້ມງວດຕາມກົດໝາຍ ແລະ ລະບຽບການ ແຕ່ກໍຍັງມີບາງໂຄງການ ທີ່ຍັງເຮັດໃຫ້ມີຜົນກະທົບຕໍ່ການດຳລົງຊີວິດ ຂອງປະຊາຊົນ ແລະ ທຳມະຊາດ ພ້ອມທັງ, ສະເໜີໃຫ້ລັດຖະບານ ພິຈາລະນາການນຳເຂົ້ານ້ຳມັນເຊື້ອໄຟ ຈະນຳຈາກຫຼາຍທາງ ໂດຍສະເພາະແມ່ນນຳເຂົ້າຈາກປະເທດຫວຽດນາມ ເຊິ່ງຈະເຮັດໃຫ້ບັນດາແຂວງທີ່ຢູ່ໃກ້ຄຽງ ອາດຈະມີລາຄານ້ຳມັນເຊື້ອໄຟທີ່ຖືກລົງ ໃນນັ້ນ, ແຂວງຫົວພັນ ແມ່ນແຂວງໜຶ່ງທີ່ມີຄວາມໃກ້ຄຽງ ເນື່ອງຈາກວ່າ ປັດຈຸບັນ ລາຄານ້ຳມັນເຊື້ອໄຟຍັງມີການເໜັງຕີງ ປັບຂຶ້ນ-ລົງເກືອບທຸກອາທິດ, ແຂວງທີ່ໄກຈາກນະຄອນຫຼວງວຽງຈັນ ເທົ່າໃດ ລາຄານ້ຳມັນເຊື້ອໄຟ ກໍຍິ່ງແພງຂຶ້ນ ອາດຈະແມ່ນຍ້ອນຄ່າຂົນສົ່ງ ແລະ ອື່ນໆ. ພ້ອມນີ້, ການເຮັດໜັງສືຜ່ານແດນ ສະເໜີໃຫ້ລັດຖະບານ ກໍຄືກະຊວງທີ່ກ່ຽວຂ້ອງ ຄົ້ນຄວ້າພິຈາລະນາ ແກ້ໄຂໃຫ້ແຂວງຫົວພັນ ໄດ້ເຮັດໜັງສືຜ່ານແດນຢູ່ແຂວງຂອງຕົນເອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ເນື່ອງຈາກໃນໄລຍະຜ່ານມາ ຮອດປັດຈຸບັນ ແຂວງຫົວພັນ ໄດ້ມາເຮັດໜັງສືຜ່ານແດນ ຢູ່ແຂວງຊຽງຂວາງ ເຊິ່ງສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ໂດຍສະເພາະແມ່ນນັກຮຽນ ທີ່ຮຽນຈົບ ທີ່ຈະຕ້ອງໄດ້ໄປຮຽນຕໍ່ຢູ່ຕ່າງປະເທດ.

ພ້ອມນີ້, ທ່ານ ນາງ ເກສອນ ແສງຍະວົງ ສສຊ ເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ສະເໜີໃຫ້ລັດຖະບານ ກວດຄືນປະສິດທິຜົນ ຂອງບັນດາສັນຍາເຊົ່າ-ສຳປະທານທີ່ດິນໃນຂອບເຂດທົ່ວປະເທດ ເພື່ອຫຼີກລ່ຽງສະພາບການຈັບຈອງທີ່ດິນ ຫຼື ນຳໃຊ້ທີ່ດິນບໍ່ຖືກຕາມວັດຖຸປະສົງ; ຂັ້ນທ້ອງຖິ່ນ ໃຫ້ກວດຄືນການເຊົ່າ-ສຳປະທານທີ່ດິນຂອງບັນດາບໍລິສັດກະສິກຳ ທີ່ມາໜູນໃຊ້ວ່າ ເປັນການສົ່ງເສີມ; ໃຫ້ພາກສ່ວນກ່ຽວຂ້ອງ ກວດກາຄືນບັນດາໂຄງການທີ່ໄດ້ເຊົ່າ-ຈັບຈອງໄປແລ້ວ ແຕ່ບໍ່ມີຄວາມຄືບໜ້າ ຫຼື ບໍ່ເປັນໄປຕາມບົດວິພາກ ຂອງໂຄງການທີ່ໄດ້ເຊັນໄວ້ ວ່າ ດຳເນີນຖືກຕ້ອງ ຫຼື ບໍ ຫຼືວ່າຍັງບໍ່ທັນໄດ້ດຳເນີນ. ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ລັດຖະບານ ເພີ່ມທະວີຄຸ້ມຄອງລະບົບສາທາລະນະສຸກຕື່ມ ໂດຍສະເພາະ ໃຫ້ວາງມາດຕະການຄຸ້ມຄອງບັນດາຮ້ານຂາຍຢາ ໃຫ້ຮັດກຸມຂຶ້ນກວ່າເກົ່າ ແນໃສ່ຮັບປະກັນສຸຂະພາບ ຂອງປະຊາຊົນ ເນື່ອງຈາກວ່າ ບັນດາຮ້ານຂາຍຢາ ຜ່ານມາເຫັນວ່າ ມີໃບອະນຸຍາດ, ມີນິຕິກຳຄຸ້ມຄອງແລ້ວກໍຕາມ ແຕ່ສະພາບການປະຕິບັດຕົວຈິງ ແມ່ນບໍ່ທັນໄດ້ດີ.
ພ້ອມດຽວກັນນີ້, ສສຊ ຫຼາຍທ່ານ ຍັງສະເໜີໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂ ສ້ອມແປງເສັ້ນທາງທີ່ເປ່ເພເສຍຫາຍ ໂດຍສະເພາະທາງຫຼວງແຫ່ງຊາດ, ເສັ້ນທາງຮ່ອມ, ທາງຊອຍ, ທາງເຂົ້າຫາບ້ານເຂດຫ່າງໄກສອກຫຼີກ ພ້ອມທັງ, ໃຫ້ແກ້ໄຂບັນຫາດ້ານການສຶກສາ ເປັນຕົ້ນ ການປະລະການຮຽນ ຢູ່ເຂດຊົນນະບົດ, ຄູເຫຼືອບໍ່ພໍ, ປັບປຸງພື້ນຖານໂຄງຮ່າງດ້ານການສຶກສາ ໂດຍສະເພາະ ສະພາບແວດລ້ອມພາຍໃນໂຮງຮຽນ, ເສັ້ນທາງເຂົ້າຫາໂຮງຮຽນ ແລະ ອື່ນໆ.
ຂໍ້ມູນຈາກ: ຄວາມສະຫງົບ Lao Security News

