Homeຂ່າວພາຍ​ໃນໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

Published on

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2026 ໂດຍສຸມໃສ່ບາງວຽກງານ, ມາດຕະການ ຕົ້ນຕໍຈໍານວນໜຶ່ງ ເພື່ອເຮັດໃຫ້ເສດຖະກິດຂອງປະເທດ ສືບຕໍ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ.
ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມສະໄໝສາມັນ ເທືຶ່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ນີ້ວ່າ: ໃນໄລຍະ 3 ເດືອນທ້າຍປີນີ້ ເພື່ອເຮັດໃຫ້ເສດຖະກິດຂອງປະເທດ ເຕີບໂຕຢ່າງຕໍ່ເນື່ອງ ລັດຖະບານຈະສຸມໃສ່ບາງວຽກຈຸດສຸມ ໂດຍສະເພາະຈະຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານ ໃຫ້ໄດ້ຕາມແຜນ ເພື່ອຮັບປະກັນການສະໜອງໃຫ້ຕະຫລາດພາຍໃນຢ່າງພຽງພໍ ໂດຍເລັ່ງໃສ່ປູກພືດລະດູແລ້ງ ເພື່ອທົດແທນຜົນເສຍຫາຍຈາກໄພພິ ບັດນໍ້າຖ້ວມ, ພ້ອມທັງເລັ່ງຟື້ນຟູ, ປັບປຸງ ແລະ ກໍ່ສ້າງຊົນລະປະທານ, ສະໜອງແນວພັນພືດ, ສັດ, ຝຸ່ນປຸ໋ຍໃຫ້ທັນກັບລະດູການຜະລິດ; ເລັ່ງສ້ອມແປງບັນດາເສັ້ນທາງຄົມມະນາຄົມ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ໂດຍສະເພາະ ບັນດາເສັ້ນທາງເຊື່ອມໂຍງ-ເຊື່ອມຈອດກັບແລວທາງເສດຖະກິດຕ່າງໆ, ທາງຫລວງແຫ່ງຊາດ ແລະ ບັນດາເສັ້ນທາງເຂົ້າຫາເຂດການຜະລິດ ແລະ ການທ່ຽວທ່ຽວ ໃຫ້ສາມາດນໍາໃຊ້ໄດ້ຢ່າງປົກກະຕິ; ຊຸກຍູ້, ຕິດຕາມ ແລະ ກວດກາສະພາບການຜະລິດແຮ່ທາດ ເພື່ອສົ່ງອອກ ແລະ ໃຫ້ປະຕິບັດຕາມລະບຽບການທີ່ໄດ້ກຳນົດໄວ້ ເປັນຕົ້ນ ໂຄງການທີ່ໄດ້ອະນຸມັດແລ້ວ ໄປ ຄ່ຽງຄູ່ກັບການສົ່ງເສີມບາງອຸດສາຫະກຳແຮ່ທາດ ທີ່ມີທ່າແຮງດ້ານການປຸງແຕ່ງຢູ່ພາຍໃນປະເທດ ເປັນ ຕົ້ນ ແຮ່ຄໍາ, ທອງແດງ, ເກືອໂປຣຕັດ ແລະ ບົກຊິດ ຕາມນະໂຍບາຍພັດທະນາແຮ່ທາດ ໃນໄລຍະໃໝ່; ຊຸກຍູ້ໂຄງການໂຄງລ່າງພື້ນຖານຂະໜາດໃຫຍ່ ທີ່ໄດ້ອະນຸມັດ ແລະ ເຊັນສັນຍາແລ້ວ ໃຫ້ເລີ່ມປະຕິບັດໂດຍໄວ ເປັນຕົ້ນ ທາງດ່ວນວຽງຈັນ-ບໍ່ເຕັນ, ທາງດ່ວນ ແຕ່ປາກຊັນຫາຊາຍແດນ ລາວ-ຫວຽດນາມ, ທາງລົດໄຟ ແຕ່ທ່າແຂກ ຫາຊາຍແດນ ລາວ-ຫວຽດນາມ ແລະ ອື່ນໆ. ພ້ອມນີ້, ຍັງຈະເພີ່ມທະວີການໂຄສະນາ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເພີ່ມຂຶ້ນ, ພ້ອມທັງສ້າງກິດ ຈະກຳທ່ອງທ່ຽວທີ່ດຶງດູດ ເພື່ອສູ້ຊົນໃຫ້ນັກທ່ອງທ່ຽວຕ່າງປະເທດບັນລຸ 4,46 ລ້ານເທື່ອຄົນ.
ສຳລັບ ການຄຸ້ມຄອງເສດຖະກິດມະຫາພາກ ຈະເພີ່ມທະວີການຂະຫຍາຍຖານລາຍຮັບພາຍໃນ ໄປຄ່ຽງຄູ່ກັບນະໂຍບາຍດ້ານລາຍຈ່າຍງົບປະມານ ທີ່ຮັດກຸມ ແລະ ມີຈຸດສຸມຕາມດຳລັດ ສະບັບເລກທີ 205/ນຍ ໃຫ້ຫລາຍຂຶ້ນ ໂດຍສຸມໃສ່ ເພີ່ມທະວີການຫັນຫົວໜ່ວຍທຸລະກິດເຂົ້າສູ່ລະບົບການເກັບລາຍຮັບທັນສະໄໝ ໂດຍສະເພາະ ການຂະຫຍາຍຖານອາກອນມູນຄ່າເພີ່ມ, ການນໍາໃຊ້ໃບເກັບເງິນເອເລັກໂຕຣນິກ; ກວດກາຄືນພັນທະຈາກລາຍຮັບຊັບສິນ ທີ່ຍັງເຫັນວ່າ ບາງປະເພດລາຍການຈັດເກັບໄດ້ຫລຸດລົງ. ພ້ອມນີ້, ຍັງຈະສືບຕໍ່ປັບປຸງ ແລະ ຂະຫຍາຍການນໍາໃຊ້ລະບົບທັນສະໄໝໃນການຄຸ້ມຄອງການເງິນແຫ່ງລັດ, ເລັ່ງກວດກາຄືນປະສິດທິຜົນຂອງລາຍຈ່າຍໃນບາງປະເພດບາງລາຍການ ແລະ ເພີ່ມທະວີການຮັດກຸມດ້ານລາຍຈ່າຍງົບປະມານບໍລິຫານ; ສືບຕໍ່ຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີຄວາມສະ ຫງົບ ໂດຍການກຳນົດອັດຕາອ້າງອີງໃຫ້ເໝາະສົມ; ເພີ່ມທະວີການຄຸ້ມຄອງເງິນຕາຕ່າງປະເທດ ຈາກການສົ່ງອອກ ແລະ ການລົງທຶນຈາກຕ່າງປະເທດຫລາຍຂຶ້ນກວ່າເກົ່າ, ພ້ອມທັງ ຈະສືບຕໍ່ແກ້ໄຂຜົນກະ ທົບຈາກລາຄານໍ້າມັນເຊື້ອໄຟ ຕາມຄໍາສັ່ງເລກທີ 40/ນຍ ດ້ວຍການຊອກຫາແຫລ່ງນໍ້າມັນເຊື້ອໄຟໃໝ່ ເພື່ອຫລຸດຜ່ອນການເພິ່ງພາຈາກແຫລ່ງດຽວ ແລະ ສືບຕໍ່ສົ່ງເສີມການນໍາໃຊ້ພະລັງງານທາງເລືອກ ແລະ ສົ່ງເສີມການນໍາໃຊ້ລົດໄຟຟ້າ ໃຫ້ເພີ່ມຂຶ້ນ.
ສຳລັບ ແຜນວຽກຈຸດສຸມໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2027 ລັດ ຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5,8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດ ໃຫ້ໄດ້ 104.475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24,97% ເທົ່າກັບ 21,87% ຂອງ GDP, ໃນນີ້ ລາຍຮັບພາຍໃນ 99.275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26,46% ເທົ່າກັບ 20,78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104.475 ຕື້ກີບ ເທົ່າກັບ 21,87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈຳນວນໜຶ່ງ.
ຂໍ້ມູນຈາກ: ປະເທດລາວ 
ຮູບພາບຈາກ: ຂ່າວ ຜູ້ແທນປະຊາຊົນ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...