Homeຂ່າວພາຍ​ໃນໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

Published on

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ການຕິດ ຕາມກວດກາ ຂອງສະພາແຫ່ງຊາດ, ສະພາປະຊາຊົນນະຄອນຫລວງວຽງຈັນ, ແຂວງ ແລະ ການບໍລິ ຫານ ດ້ວຍຄວາມຕັ້ງໜ້າຂອງລັດຖະບານ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງ ປີຜ່ານມາ ຂະຫຍາຍຕົວໃນລະດັບ 4,6%.
ທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທືຶ່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລາ 2026 ນີ້ວ່າ: ໃນໄລຍະ 9 ເດືອນ ປີ 2026 ນີ້ ເສດຖະກິດ ຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວ ຢູ່ໃນລະດັບ 4,8% ທຽບໃສ່ໄລຍະດຽວຂອງ ປີຜ່ານມາ ຂະຫຍາຍຕົວໃນລະດັບ 4,6%, ຍ້ອນຂະແໜງອຸດສາຫະກຳປຸງແຕ່ງ, ການລົງທຶນຂອງພາກເອກະຊົນ ມີການຂະຫຍາຍຕົວ, ຂະແໜງພະລັງງານໄຟຟ້າ ກໍສືບຂະຫຍາຍຕົວດີ ເນື່ອງຈາກເລີ່ມມີການຜະລິດຈາກພະລັງງານລົມ; ການບໍລິການຂາຍຍົກ-ຂາຍຍ່ອຍ, ບໍລິການພາກລັດ ແລະ ການບໍລິ ການດ້ານທີ່ພັກອາໄສ ແລະ ອາຫານ ຕິດພັນກັບການທ່ອງທ່ຽວ ກໍຂະຫຍາຍຕົວ ຊຶ່ງສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວຂອງປີຜ່ານມາ. ຢ່າງໃດກໍຕາມ, ຂະແໜງກະສິກຳ ຍັງມີຄວາມສ່ຽງທີ່ຈະບໍ່ບັນລຸຄາດໝາຍ ຍ້ອນຄວາມຜັນຜວນຂອງລາຄານໍ້າມັນເຊື້ອໄຟ ເຮັດໃຫ້ຕົ້ນທຶນການຜະລິດ ແລະ ການຂົນສົ່ງເພີ່ມສູງຂຶ້ນ, ບາງກິດຈະການຊະລໍການຜະລິດ, ບວກກັບການ ລະບາດພະຍາດອະຫິວາໝູອາຟຣິກາ ແລະ ໄພພິບັດທຳມະຊາດ ທີ່ສົ່ງຜົນກະທົບຕໍ່ຂະແໜງການດັ່ງ ກ່າວ. ຜ່ານການຄາດຄະເນເບື້ອງຕົ້ນທ່າອ່ຽງ GDP ໝົດປີ 2026 ຈະຂະຫຍາຍຕົວ ໃນລະດັບ 5,1% (ມະຕິສະພາ: 5,5%).
ທ່ານ ສະເຫລີມໄຊ ກົມມະສິດ ຍັງໃຫ້ຮູ້ອີກວ່າ: ລັດຖະບານ ໄດ້ຊຸກຍູ້ ແລະ ສົ່ງເສີມການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ຜະລິດເປັນສິນຄ້າສົ່ງອອກ ຊຶ່ງເຮັດການຜະລິດກະສິກຳ ແລະ ອຸດສາຫະກຳປຸງແຕ່ງຂະຫຍາຍຕົວ ອັນພົ້ນເດັ່ນແມ່ນ ການຜະລິດພືດສະບຽງອາຫານປະຕິບັດໄດ້ 2,33 ລ້ານໂຕນ, ເທົ່າກັບ 90% ຂອງແຜນການ, ການສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ປະຕິບັດໄດ້ 1.389 ລ້ານໂດລາສະຫະລັດ ເທົ່າກັບ 73,17% ຂອງແຜນການ, ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ປະຕິບັດໄດ້ 17.585,89 ຕື້ກີບ, ເທົ່າກັບ 75,21% ຂອງແຜນການ, ການຜະລິດກະແສໄຟຟ້າ ປະຕິບັດໄດ້ 46.779,30 ລ້ານກິໂລວັດ ເທົ່າກັບ 79,6% ຂອງແຜນການ.ເຖິງຢ່ າງໃດກໍຕາມ, ເຫັນວ່າໃນຂະແໜງກະສິກຳ ການຜະລິດເຂົ້າເປືອກ ຄາດຄະເນຈະປະຕິບັດໄດ້ພຽງ 3,75 ລ້ານໂຕນ ເທົ່າກັບ 95,2% ຂອງແຜນການປີ (ມະຕິສະພາ 3,94 ລ້ານໂຕນ), ສາເຫດຍ້ອນໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ນໍ້າຖ້ວມ ແລະ ສັດຕູພືດລະບາດ.
ສຳລັບ ດ້ານການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ສາມາດປະຕິບັດໄດ້ 38.240,19 ຕື້ກີບ, ເທົ່າກັບ 89,70% ຂອງແຜນການ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 5,71% ແລະ ຄາດຄະເນໝົດປີ ຈະປະຕິບັດໄດ້ 48.773,08 ຕື້ກີບ ເທົ່າກັບ 114,41% ຂອງແຜນການ (ມະຕິສະພາ: 42.630,08 ຕື້ກີບ). ພ້ອມນີ້, ລັດຖະບານ ຍັງໄດ້ສຸມໃສ່ສ້ອມແປງ ແລະ ກໍ່ສ້າງເສັ້ນທາງບົກ, ທາງລົດໄຟ, ທາງອາ ກາດ ແລະ ທາງນໍ້າ ໃຫ້ມີຄວາມສະດວກຫລາຍຂຶ້ນ ໂດຍສະເພາະເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ, ພ້ອມທັງໄດ້ເຊັນສັນຍາສໍາປະທານການອອກແບບກໍ່ສ້າງເສັ້ນທາງລົດໄຟ ແຕ່ທ່າແຂກ ແຂວງຄໍາມ່ວນ ຫາຊາຍແດນລາວ-ຫວຽດນາມ; ສືບຕໍ່ພັດທະນາທ່າບົກທ່າແຂກ ແຂວງຄໍາມ່ວນ; ສືບຕໍ່ປັບປຸງໂຄງລ່າງພື້ນຖານ, ສິ່ງອໍານວຍຄວາມສະດວກ ວຽກງານຄົມມະນາຄົມທາງອາກາດ ໃຫ້ມີຄຸນນະພາບ ແລະ ຮັບປະກັນຄວາມປອດໄພ ໂດຍສະເພາະແມ່ນການປັບປຸງ ແລະ ຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ຫລວງພະບາງ ແລະ ສຸມໃສ່ກໍ່ສ້າງປ້ອງກັນຕາຝັ່ງ ເຈື່ອນແຄມນໍ້າຂອງຢູ່ຈຸດຕ່າງໆ.
ຂໍ້ມູນຈາກ: ປະເທດລາວ Pathedlao

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...