Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

Published on

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາ ລະນະລັດ ປະຊາຊົນຈີນ

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ,ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ລັດຖະບານ ແລະ ປະ ຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສະ ຫາຍ ແລະ ຜ່ານສະຫາຍໄປຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນທຸກຖ້ວນໜ້າ.

ການສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ໃນວັນທີ 01 ຕຸລາ 1949 ຖືເປັນບາດລ້ຽວປະຫວັດສາດສຳ ຄັນ ແຫ່ງການເລີ່ມຕົ້ນສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ.

ຕະຫຼອດໄລຍະ 77 ປີຜ່ານມານັ້ນ, ພັກກອມມູນິດຈີນໄດ້ສືບຕໍ່ເປັນຄັນທຸງນໍາໜ້າທີ່ສະຫງ່າງາມ ໃນການນໍາພາປະຊາຊົນຈີນ ສ້າງສາພັດທະນາປະເທດຈີນ ຕາມທິດສັງ ຄົມນິຍົມ,?ກ້າວເຂົ້າສູ່ໄລຍະໃໝ່, ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ໄດ້ກາຍເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ພາລະກິດສ້າງສັງຄົມນິຍົມ ຢູ່ ສປ ຈີນ, ເຮັດໃຫ້ບົດບາດການນໍາພາຂອງພັກກອມມູນິດຈີນສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ພາ ລະກິດສ້າງສາສັງຄົມນິຍົມຢູ່ປະເທດຈີນໄດ້ມີຜົນສຳເລັດຢ່າງຮອບດ້ານ ແບບກ້າວກະໂດດ, ເສດຖະກິດມີການຂະ ຫຍາຍຕົວຢ່າງວ່ອງໄວຕໍ່ເນື່ອງ ແລະ ນັບມື້ນັບກ້າວເຂົ້າສູ່ຄວາມທັນສະໄໝເຂັ້ມແຂງ, ສັງຄົມມີຄວາມກົມກຽວປອງ ດອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນ ຂອງພັກກອມມູນິດຈີນ ແລະ ລັດຖະບານຈີນ ກໍນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຮອບດ້ານ, ໃຫຍ່ຫຼວງເປັນປະຫວັດການ ທີ່ປະ ຊາຊົນຈີນຍາດມາໄດ້ ແລະ ຖືຜົນສໍາເລັດດັ່ງກ່າວເປັນການປຸກລະດົມກໍາລັງໃຈອັນແຮງກ້າແກ່ພວກຂ້າພະເຈົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນໃນປັດຈຸບັນ.

ພັກ, ລັດ ແລະ ປະຊາຊົນລາວ ຍາມໃດກໍຖືສໍາຄັນ ຕໍ່ການເສີມຂະຫຍາຍສາຍພົວພັນຮ່ວມມືກັບພັກ, ລັດຖະ ບານ ແລະ ປະຊາຊົນຈີນ ແລະ ມີຄວາມຍິນດີຮ່ວມກັບ ພັກ, ລັດ ແລະ ປະຊາຊົນຈີນ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 04 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ໝັ້ນຄົງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ໃຫ້ໄດ້ຮັບການເພີ່ມພູນຄູນສ້າງແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ກໍຄືປະ ກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນໃຫຍ່ຫຼວງແກ່ພາລະກິດປະຕິວັດຂອງປະຊາຊົນລາວ ໃນເມື່ອກ່ອນກໍຄືໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດໃນປັດຈຸບັນ.

ຂໍອວຍພອນໃຫ້ປະຊາຊົນຈີນ ໂດຍພາຍໃຕ້ການນໍາພາອັນຖືກຕ້ອງຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີ ຈິ້ນ ຜິງ ເປັນແກນກາງນັ້ນຈົ່ງສືບຕໍ່ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດການສ້າງປະເທດຈີນສັງ ຄົມນິຍົມທັນສະໄໝ ທີ່ມີສີສັນພິເສດຂອງປະເທດຈີນ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດຈີນ.

ຂໍອວຍພອນໃຫ້ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນມີກຽດສູງສົ່ງຂອງສະຫາຍ; ດ້ວຍຄວາມນັບຖືຖານສະຫາຍ.

ໃນໂອກາດດຽວກັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ສະຫາຍ ທອງສະຫວັນ ພົມວິ ຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ຄູ່ຮ່ວມຕຳແໜ່ງ ແຫ່ງ ສປ ຈີນ ເຊັ່ນດຽວກັນ.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...