Homeຂ່າວພາຍ​ໃນແຂວງຈຳປາສັກ ຈະແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຄອບຄົວທຸກຍາກຫຼຸດໜ້ອຍຖອຍລົງ

ແຂວງຈຳປາສັກ ຈະແກ້ໄຂຄວາມທຸກຍາກຂອງປະຊາຊົນ ເຮັດໃຫ້ຄອບຄົວທຸກຍາກຫຼຸດໜ້ອຍຖອຍລົງ

Published on

ວັນທີ 30 ກັນຍາ 2026,ທີ່ຫ້ອງວ່າການ ແຂວງຈໍາປາສັກໄດ້ຈັດກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.ໂດຍເປັນປະທານຂອງ ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ,ຮອງປະທານຄະນະກຳມະການປົກຄອງແຂວງ,ມີປະທານຄະນະກຳມະການປົກຄອງນະຄອນປາກເຊ,ປະທານ,ຮອງປະທານຄະນະກຳມະການປົກຄອງເມືອງ,ຫົວໜ້າ ແລະ ຮອງພະແນການອ້ອມຂ້າງແຂວງ,ຂະແໜງກໍ່ສ້າງຮາກຖານການເມືອງ,ຫ້ອງວ່າການແຂວງ,ຂະແໜງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ,ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງເຂົ້າຮ່ວມ.

ທ່ານ ພິມພອນ ພັນດານຸວົງ ຄະນະປະຈຳພັກແຂວງ,ຮອງປະທານຄະນະກຳມະການປົກຄອງແຂວງ ກ່າວວ່າ:

ກອງປະຊຸມວິຊາການ ກຳນົດຫົວຂໍ້ສຳຄັນດ້ານການຈັດຕັ້ງປະຕິບັດແຜນພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນຄັ້ງນີ້,ມີຄວາມສຳຄັນຫຼາຍ ຊຶ່ງຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ ແລະ ຮ່ວມກັນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ທີ່ລັດຖະບານໄດ້ວາງອອກ.ເປັນການຄົ້ນຄ້ວາ,ປະກອບຄໍາເຫັນ ແລະ ຢັ້ງຢືນນ,ຮັບຮອງເອົາຕົວເລກຈຳນວນຄອບຄົວທຸກຍາກ ແລະ ກຳນົດແຜນລະອຽດໃນການຈັດຕັ້ງປະຕິບັດໃຫ້ບັນລຸດຕາມຈຸດປະສົງເປົ້າໝາຍທີ່ວາງໄວ້.

ໃນກອງປະຊຸມ ທ່ານ ປອ.ບຸນຍົງ ສູນທອນ ຮອງຫົວໜ້າຫ້ອງວ່າການແຂວງ (ຜູ້ຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ )ໄດ້ເຜີຍແຜ່ ຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນ ປະຕິບັດງານແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະ 2027-2030.

ທ່ານ ປອ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ຜ່ານ ແຜນການການກໍານົດເປົ້າໝາຍ ຄອບຄົວ, ບ້ານ, ເມືອງເປົ້າໝາຍ ການປະຕິບັດວາລະແຫ່ງຊາດ ແລະ ການສ້າງແຜນການ, ໂຄງການ/ກິດຈະກຳ ແລະ ການປະເມີນຜົນໂຄງການ ກ່ອນການສ້າງແຜນ;ທ່ານ ສະໜັ່ນສີດາວົງ ຫົວໜ້າພະແນກການເງິນແຂວງ ໄດ້ຜ່ານແຜນການຂຶ້ນແຜນງົບປະມານຮັບໃຊ້ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

ຈາກນີ້ຜູ້ເຂົ້າຮ່ວມໄດ້ປະດກອບຄໍາຄິດຄໍາເຫັນໃສ່ບັນດາໂຄງການ/ກິດຈະກຳ ທີ່ກຳນົດເຂົ້າໃນແຜນພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ໃຫ້ມີຄວາມລະອຽດເພື່ອເອກະພາບຈັດຕັ້ງປະຕິບັດໃນແຕ່ລະໜ້າວຽກ . ທັງນີ້,ເພື່ອແນໃສ່ເຮັດໃຫ້ທິດທາງແຜນການດັ່ງກ່າວ ມີຄວາມເປັນເອກະພາບກັນທາງດ້ານຈໍານວນ,ງົບປະມານ ແລະ ວິທີຈັດຕັ່ງປະຕິບັດ ປົ້າໝາຍເພື່ອ ຫຼຸດຜ່ອນ,ແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ມີຢູ່ແຂວງຈຳປາສັກໃຫ້ໄດ້ຢ່າງມີປະສິດທິພາບ ເຮັດໃຫ້ຄອບຄົວທຸກຍາກຫຼຸດໜ້ອຍຖອຍລົງເທື່ອລະກ້າວ ແລະ ໝົດໄປໃນອະນາຄົດ.

ຂໍ້ມູນຈາກ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...