Homeຂ່າວພາຍ​ໃນແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

Published on

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5.022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ. ໂດຍມີ ທ່ານ ປອ. ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ເປັນປະທານ, ມີບັນດາການນຳໃນຄະນະກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການຂັ້ນແຂວງ, ຄະນະປົກຄອງ 3 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງ ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳ ແລະ ກອງເລຂາຊ່ວຍວຽກວາລະແຫ່ງຊາດດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງຄຳມ່ວນ ໄລຍະ 2027-2030, ພ້ອມທັງລາຍງານກ່ຽວກັບວ່າລະແຫ່ງຊາດ ດ້ານມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມແຜນງານແຫ່ງຊາດ. ເຊິ່ງແຜນປະຕິບັດງານແຫ່ງຊາດ ກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການ ເພື່ອຫັນຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄປສູ່ການປະຕິບັດຈິງ ໂດຍມີເປົ້າໝາຍແກ້ໄຂຄວາມທຸກຍາກຢ່າງຍືນຍົງພາຍໃນປີ 2030.

ສຳລັບແຂວງຄຳມ່ວນ ໄດ້ກຳນົດການແກ້ໄຂຄອບຄົວທຸກຍາກມີ 5.022 ຄອບຄົວ ໃນ 3 ເມືອງທຸກຍາກ ຄື: ເມືອງບົວລະພາ, ນາກາຍ ແລະ ໄຊບົວທອງ, ກວມ 14 ຕາແສງ ແລະ 36 ບ້ານເປົ້າໝາຍ ແລະ ສ້າງເມືອງທຸກຍາກໃຫ້ກາຍເປັນເມືອງພົ້ນທຸກ 1 ເມືອງຄື ເມືອງໄຊບົວທອງ. ພ້ອມນັ້ນ ກໍານົດ 4 ບ້ານເປັນບ້ານຕົວແບບ ໄດ້ແກ່ ບ້ານໜອງມ້າ ເມືອງບົວລະພາ, ບ້ານໂພນສະຫວັນ ແລະ ບ້ານນາກະດອມ ເມືອງໄຊບົວທອງ ແລະ ບ້ານນາເມີຍ ເມືອງນາກາຍ.

ແນວທາງຫຼັກໃນການດຳເນີນງານ ແມ່ນສຸມໃສ່ການສ້າງອາຊີບ ແລະ ແຫຼ່ງລາຍຮັບ, ສົ່ງເສີມການຜະລິດກະສິກຳຕິດພັນກັບການປຸງແຕ່ງ ແລະ ຕະຫຼາດ, ສົ່ງເສີມການຜະລິດສະບຽງອາຫານ-ໂພຊະນາການ, ພັດທະນາການຜະລິດເປັນສິນຄ້າ, ເສີມສ້າງກຸ່ມຜະລິດ ແລະ ສະຫະກອນ, ພ້ອມພັດທະນາໂຄງລ່າງ ແລະ ລະບົບບໍລິການຂັ້ນພື້ນຖານ.

ໃນໂອກາດນີ້ ທ່ານ ປອ. ສົມສະອາດ ອຸ່ນສີດາ ໄດ້ເນັ້ນໃຫ້ບັນດາພະແນກການ, ຂະແໜງການ ແລະ 3 ເມືອງທຸກຍາກ ຮ່ວມກັນກໍານົດບ້ານ ແລະ ຄອບຄົວເປົ້າໝາຍ, ເກັບກໍາຂໍ້ມູນໃຫ້ຄົບຖ້ວນ ແລະ ຈັດທຳແຜນງານ-ໂຄງການໃຫ້ລະອຽດ ພ້ອມບົດອອກແບບ ແລະ ຄິດໄລ່ປະເມີນລາຄາ ເພື່ອບັນຈຸເຂົ້າໃນແຜນງົບປະມານວາລະແຫ່ງຊາດ ໄລຍະ 2027-2030. ສະເພາະແຜນງານປີ 2027 ກໍານົດໃຫ້ຮີບຮ້ອນເຮັດບົດສະເໜີໂຄງການ, ອອກແບບ ແລະ ປະເມີນລາຄາ ໃຫ້ສຳເລັດບໍ່ໃຫ້ກາຍວັນທີ 2 ຕຸລາ 2026 ເພື່ອໃຫ້ກອງເລຂາຂັ້ນແຂວງສັງລວມສະເໜີຕໍ່ສູນກາງ ກ່ອນນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດໃນວັນທີ 5 ຕຸລາ 2026 ແລະ ມອບໃຫ້ແຕ່ລະພາກສ່ວນສືບຕໍ່ສຳຫຼວດເກັບກຳຂໍ້ມູນ ແລ້ວສ້າງບົດສະເໜີ ໂຄງການສຳລັບປີ 2028-2030 ໃຫ້ສອດຄ່ອງກັບຈຳນວນ ແລະ ສະພາບຕົວຈິງຂອງແຕ່ລະເປົ້າໝາຍ, ໂດຍສຸມໃສ່ການສ້າງອາຊີບ, ວຽກເຮັດງານທຳ ແລະ ລາຍຮັບທີ່ໝັ້ນຄົງໃຫ້ຄອບຄົວທຸກຍາກ, ໂດຍສະເພາະຊາວໜຸ່ມ ແລະ ຍິງໜຸ່ມ ເພື່ອໃຫ້ການແກ້ໄຂຄວາມທຸກຍາກເກີດຜົນເປັນຮູບປະທຳ ແລະ ຍືນຍົງ.

ອ້າງອີງຈາກ: ສຳນັກງານ ແຂວງຄຳມ່ວນ

 

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...