Homeຂ່າວພາຍ​ໃນອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

Published on

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີ ສະຫາຍ ຊົມຊື່ນ ໄຊເກີຢາຈົງຕົວ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ມີບັນດາສະຫາຍ ກຳມະການປະຈຳພັກແຂວງ, ອາດີດການນໍາ, ກຳມະການພັກແຂວງ, ເລຂາ, ຮອງເລຂາພັກເມືອງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ປະທານຄະນະກວດກາເມືອງ ແລະ ຜູ້ທີ່ເຮັດວຽກງານກວດກາອ້ອມຂ້າງແຂວງເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມ ສະຫາຍ ບຸນຄົງ ຫລ້າຈຽມພອນ ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາປະຊາຊົນແຂວງອຸດົມໄຊ ກ່າວວ່າ: ກອງປະຊຸມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນຢ່າງຍິ່ງ ເຊິ່ງຕະຫລອດໄລຍະດຳເນີນກອງປະຊຸມຈະໄດ້ສະຫຼຸບ-ຕີລາ ແລະ ປະກອບຄຳຄິດເຫັນຕໍ່ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະ 05 ປີ (2021-2025) ແລະ ແຜນພັດທະນາວຽກງານກວດກາໄລຍະ 05 ປີ 2026-2030.

ເພື່ອພ້ອມກັນຕີລາຄາດ້ານດີ, ຜົນສໍາເລັດ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາພັກ, ການຄຸ້ມຄອງລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການແກ້ໄຂຜົນການກວດກາ-ກວດສອບ ແລະ ການແກ້ໄຂຄໍາຮ້ອງ-ຄໍາສະເໜີຂອງປະຊາຊົນ ບັນລຸຕາມຈຸດປະສົງຄາດໝາຍ ຮຽກຮ້ອງມາຍັງບັນດາຜູ້ແທນກອງປະຊຸມຈົ່ງຍົກສູງຄວາມຮັບຜິດຊອບໃນການ ຄົ້ນຄວ້າປະກອບຄຳຄິດເຫັນຕໍ່ເນື້ອໃນກອງປະຊຸມວຽກງານກວດກາຄັ້ງນີ້ໃຫ້ເລິກເຊິ່ງແລະມີຜົນສໍາເລັດ.

ສະຫາຍ ວາລີ ຈືນໍເຢັງ ກຳມະການປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ໄດ້ຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນຫລາຍດ້ານໃນການເຄື່ອນໄຫວປະຕິບັດວຽກງານກວດກາໃນໄລຍະ 05 ປີ (2021-2025) ຄື: ວຽກງານຕິດຕາມ-ກວດກາພັກ: ທົ່ວແຂວງມີອົງຄະນະພັກແຂວງ 1 ແຫ່ງ, ອົງຄະນະພັກເມືອງ 7 ແຫ່ງ, ຄະນະພັກກອງບັນຊາການ ປກຊ-ປກສ 2 ແຫ່ງ; ມີສະມາຊິກພັກທັງໝົດ 18,880 ສະຫາຍ(ຍິງ 4,535 ສະຫາຍ), ເພີ່ມຂຶ້ນ 1,814 ສະຫາຍ ທຽບໃສ່ປີ 2020; ສາມາດອອກບັດ ແລະ ມອບບັດສະມາຊິກພັກສົມບູນໄດ້ 14,338 ສະຫາຍ; ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 725 ໜ່ວຍພັກ (ເພີ່ມຂຶ້ນ 84 ໜ່ວຍພັກ); ຜ່ານການຕີລາຄາແບ່ງປະເພດສະມາຊິກພັກມີປະເພດແຂງກວມເອົາ 15,541 ສະຫາຍ;ວຽກງານຕິດຕາມ-ກວດກາລັດ ແລະ ການລົງທຶນ:

ໄດ້ດຳເນີນການກວດກາສະເພາະກິດ 11 ຄັ້ງ (ຂັ້ນແຂວງ 5 ຄັ້ງ, ສົມທົບສູນກາງ 6 ຄັ້ງ); ກວດກາແກ້ໄຂລົດນໍາເຂົ້າບໍ່ຖືກຕ້ອງ 590 ຄັນ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ກວ່າ 19.01 ຕື້ກີບ; ກວດກາພາຫະນະ ແລະ ພາສີນໍາເຂົ້າ ສາມາດເກັບລາຍຮັບໄດ້ 111.59 ຕື້ກີບ; ກວດກາການລັກລອບຂຸດຄົ້ນແຮ່ຄໍາຕົກຂ້ອນຢູ່ເມືອງປາກແບ່ງ ສາມາດປັບໃໝໄດ້ 2.68 ຕື້ກີບ ພ້ອມທັງກວດກາການຄຸ້ມຄອງກອງທຶນທາງພົບເຫັນມູນຄ່າເສຍຫາຍ/ສ້ອມແປງບໍ່ຖືກເຕັກນິກ 63.19 ຕື້ກີບ (56 ສັນຍາ).

ຕິດຕາມການແກ້ໄຂຜົນກະທົບຈາກໂຄງການທາງລົດໄຟ ລາວ-ຈີນ ໄດ້ 66 ລາຍການ;ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ: ໄດ້ຄຸ້ມຄອງ ແລະຈັດຕັ້ງການແຈ້ງຊັບສິນ-ລາຍຮັບ ຂອງພະນັກງານ-ລັດຖະກອນ ທົ່ວແຂວງໄດ້ 2 ຮອບ ຈຳນວນ 15,796 ຄົນ (ຍິງ 6,039 ຄົນ);ໄດ້ດຳເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ ໃນສະຖາບັນການເງິນທີ່ເປັນລັດວິສາຫະກິດ 15 ຄົນ (ຍິງ 6 ຄົນ) ເຊິ່ງສ້າງຜົນເສຍຫາຍ 9 ຕື້ກວ່າກີບ ແລະ 89,000 ບາດ, ໄດ້ສົ່ງສຳນວນໃຫ້ໄອຍະການສັ່ງຟ້ອງ 2 ຄົນ ແລະ ປະຕິບັດວິໄນບໍລິຫານ 13 ຄົນ; ພ້ອມທັງຕິດຕາມການປະຕິບັດຄຳຕັດສິນຂອງສານໃນຄະດີສໍ້ລາດບັງຫຼວງ 6 ຄະດີສາມາດເກັບກູ້ເງິນຄືນໄດ້ 24.12 ຕື້ກີບ (ຈາກມູນຄ່າທັງໝົດ 33.59 ຕື້ກີບ).

ວຽກງານຄົ້ນຄວ້າແກ້ໄຂຄຳຮ້ອງ-ຄຳສະເໜີ: ໄດ້ຮັບຄຳຮ້ອງທັງໝົດ 208 ສະບັບ (ຂັ້ນແຂວງ 103 ສະບັບ, ເມືອງ 105 ສະບັບ) ແລະ ໄດ້ຄົ້ນຄວ້າແກ້ໄຂສຳເລັດແລ້ວ 205 ສະບັບ, ເຊິ່ງສ່ວນໃຫຍ່ຕິດພັນກັບບັນຫາທີ່ດິນ, ຜົນກະທົບຈາກໂຄງການພັດທະນາ ແລ ພຶດຕິກຳຂອງເຈົ້າໜ້າທີ່. ກອງປະຊຸມຍັງໄດ້ຮັບຟັງແຜນພັດທະນາວຽກງານກວດກາໄລຍະ 05 ປີ 2026-2030 ພ້ອມທັງການປະກອບຄໍາເຫັນຈາກຂະແໜງການແລະບັນດາຕົວເມືອງ ເພື່ອຖອດຖອນບົດຮຽນໃນການແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃນໄລຍະຜ່ານມາ.

ພ້ອມກັນແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາພັກ, ການຄຸ້ມຄອງການບໍລິຫານລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ ແລະ ບັນຫາອື່ນໆ. ເພື່ອເສີມຂະຫຍາຍດ້ານດີ-ຜົນສໍາເລັດ-ແກ້ໄຂດ້ານອອ່ນທີ່ຍັງຄົງຄ້າງ ແລະ ກໍານົດທິດທາງແຜນວຽກຈຸດສຸມທີ່ຈະສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ຕິດພັນກັບການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ໃຫ້ເກີດຜົນເປັນຈິງຕາມທີ່ກຳນົດໄວ້.

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...