Homeຂ່າວພາຍ​ໃນຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

Published on

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງ ຊາດ, ມີຜູ້ຕາງຫນ້າຈາກອົງການພຸດທະສາສະຫນາ ສໍາພັນ ແຫ່ງ ສປປ ລາວ, ກົມສາສະຫນາ ສູນກາງແນວລາວສ້າງຊາດ, ກົມຊົນເຜົ່າ ແລະ ສາສະຫນາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມ 201 ກະຊວງປ້ອງກັນຄວາມສະຫງົບ, ປກສ ນະຄອນຫຼວງ, ແນວລາວສ້າງຊາດນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມທັງຫມົດ 21 ອົງ/ທ່ານ (ພຣະສົງ 4 ອົງ, ຍິງ 04 ທ່ານ).

ຈຸດປະສົງຂອງກອງປະຊຸມ. ເພື່ອປຶກສາຫາລືຄົ້ນຄວ້າມາດຕະການແກ້ໄຂ ບັນຫາຮ້ອນທີ່ພົ້ນເດັ່ນຢູ່ໃນສັງຄົມ-ສື່ອອນ ລາຍ ມີຜູ້ແອບອ້າງຕົນເປັນພະສີອາຣິຍະເມຕໄຕ ຢູ່ສູນປະຕິບັດທໍາ ຫຼັກ 38 ຢູ່ ບ້ານສໍາໃສ ເມືອງປາກງື່ມ ນະຄອນຫຼວງ ວຽງຈັນ. ກອງປະຊຸມໄດ້ຮັບຟັງລາຍງານກ່ຽວກັບປະຫວັດການເຄື່ອນໄຫວຂອງ ນາງ ທອງແກ້ວ ຊຸມພົນພັກດີ (ຄໍາວົງສາ) ຈາກກົມສາສະຫນາ ແລະ ພາກສ່ວນທີ່ເຂົ້າຮ່ວມກອງປະຊຸມ ພ້ອມທັງຕັ້ງບັນຫາແລກປ່ຽນຕໍ່ມາດຕະການແກ້ໄຂ ດັ່ງນີ້:

➢ ຄວາມເປັນມາຂອງສູນປະຕິບັດທໍາຫຼັກ 38 ສາຂາ ວັດປ່ານາຄຸນນ້ອຍ:

ສູນປະຕິບັດທໍາຫຼັກ 38 ສາຂາວັດປ່ານາຄູນນ້ອຍ ບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ສ້າງຕັ້ງຂື້ນ ໃນຊຸມປີ 2009 ໂດຍໄດ້ຮັບອະນຸຍາດຢ່າງເປັນທາງການ ຕາມຂໍ້ຕົກລົງສະບັບ 310/ຈນວ, ລົງວັນທີ 07 ຕຸລາ 2010. ກ່ຽວກັບເຈົ້າສໍານັກ ຄື: ນາງ ທອງແກ້ວ ຊຸມພົນພັກດີ (ຄໍາວົງສາ) ອາຊີບເປັນນັກທຸລະກິດ ຈາກແຂວງເຊກອງ, ໃນຊຸມປີ 2000 ນາງ ທອງແກ້ວ ໄດ້ໄປສຶກສາກ່ຽວກັບພຸດທະສາສະຫນາທີ່ ແຂວງອຸບົນ ປະເທດໄທ. ໃນວັນທີ 2001 ຫາປີ 2009 ໄດ້ມີການເຄື່ອນໄຫວຢູ່ພູສໍາລີ ທີ່ເມືອງໂພນທອງ ແຂວງຈໍາປາສັກ ແລະ ຕໍ່ມາຜູ້ກ່ຽວມີບັນຫາ ຫຼື ຄວາມບໍ່ເຄົານັບຖືພຣະ ອາຈານໃຫຍ່ມະຫາຜ່ອງ ສະມະເລິກ (ຮອງປະທານສູນກາງ ອພສ) ໃນເວລານັ້ນ ເພີ່ນໄດ້ຂັບໄລ່ຜູ້ກ່ຽວອອກຈາກວັດພູສໍາລີ ແລະ ຜູ້ກ່ຽວໄດ້ຂື້ນມາຢູ່ນະຄອນຫຼວງວຽງຈັນ ແລະ ເຄື່ອນໄຫວເຜີຍແຜ່ສິນທໍາ-ວິປັດສະນາກໍາມະຖານ ຊ່ວຍພຣະອາຈານ ໃຫຍ່ຊາລີ ກັນຕະສີໂລ ຫົວຫນ້າກໍາມາທິການເຜີຍແຜ່-ປະຕິບັດກໍາມະຖານ (ຮອງປະທານສູນກາງ ອພສ)

ໃນປີຊຸມປີ 2010 ຜູ້ກ່ຽວໄດ້ມີການເຄື່ອນໄຫວ ຢູ່ວັດປ່ານາຄູນນ້ອຍ ແລະ ໄດ້ຊື້ດິນຢູ່ ຫຼັກ 38 ບ້ານສ້າງໃສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ແລະ ຜູ້ກ່ຽວໄດ້ຖວາຍດິນຕອນດັ່ງກ່າວ ຈໍານວນ 05 ເຮັກຕາໃຫ້ແກ່ພຣະອາຈານ ໃຫຍຊາລີ ກັນຕະສີໂລ ເພື່ອສ້າງເປັນສູນປະຕິບັດທໍາ ສາຂາວັດປ່ານາຄຸນນ້ອຍ ຈົນມາຮອດປັດຈຸບັນນີ້.

ກ່ອນຈະເກີດມີບັນຫາດັ່ງກ່າວ, ໃນວັນທີ 4 ກັນຍາ 2026 ສູນປະຕິບັດທໍາຫຼັກ 38 ໄດ້ຈັດກິດຈະກໍາສະຫຼອງ ຜົນງານ ໃນການຝຶກກາຍປະຕິບັດທໍາໃຫ້ຄວາມເມດ ໃນນັ້ນ ນາງ ທອງແກ້ວ ຊຸມພົນພັກດີ (ນາງທອງແກ້ວ ຄໍາວົງສາ) ໄດ້

ປະກາດຕົນເປັນ ພຣະສີອະລິຍະເມດໄຕ ໃນງານດັ່ງກ່າວ ຊຶ່ງມີຜູ້ເຂົ້າຮ່ວມປະມານ 500 ກວ່າຄົນ, ຄົນຕ່າງປະເທດ 10 ຄົນ , ຍິງ 7 ຄົນ (ເປັນຄົນໄທ), ມີພະສົງເຂົ້າຮ່ວມ 7 ອົງ ແລະ ສາມະເນນ 5 ອົງ. ໃນໄລຍະຜ່ານມາການເຄື່ອນໄຫວ ຂອງ ນາງ ທອງແກ້ວ ຊຸມພົນພັກດີ ເຫັນວ່າບໍ່ຖືກຕ້ອງ ແລະ ບໍ່ສອດຄ່ອງຕາມຫຼັກທໍາຄໍາສອນ ຂອງພຸດສາສະຫນາ (ມີລັກສະນະ ປະຍຸກ-ປະສົມປະສານກັນຕົນເອງມະໂນພາບຂື້ນເອງ) ແລະ ລະບຽບກົດຫມາຍບ້ານເມືອງ ໃນບາງມາດຕາຂອງດໍາລັດ 315 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະຫນາ ຢູ່ ສປປ ລາວ).

ຕໍ່ກັບບັນຫາການເຄື່ອນໄຫວຂອງຜູ້ກ່ຽວ ການຈັດຕັ້ງຂັ້ນຕ່າງໆກ່ຽວຂ້ອງ ໄດ້ມີການຕັກເຕືອນຫຼາຍຄັ້ງ ແລະ ໄດ້ ເຮັດບົດບັນທຶກຕໍ່ການເຄື່ອນໄຫວຜູ້ກ່ຽວ ຈໍານວນ 09 ຄັ້ງຜ່ານມາແລ້ວ ແຕ່ຜູ້ກ່ຽວກໍກັບາເຮັດອີກ.

ກອງປະຊຸມໄດ້ຄົ້ນຄ້ວາ ປະກອບຄໍາເຫັນ ກ້ວາງຂວາງ ຢ່າງເລິກຊຶ່ງ ແລະ ວິທີແກ້ໄຂ … ໂດຍອີງໃສ່ພຶດຕິກໍາຂອງ ຜູ້ກ່ຽວ ທີ່ມີລັກສະນະລົບລູ່ ປິດເປື້ອນຫຼັກທໍາ ຄໍາສອນ ທາງພຸດທະສາສະຫນາ ເຄື່ອນໄຫວບໍ່ສອດຄ່ອງກັບແນວທາງ ນະໂຍບາຍ, ກົດຫມາຍ, ລະບຽບການ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ມີລັກສະນະທ້າທາຍຈັດຕັ້ງ ແລະ ສັງຄົມ ເປັນຕົ້ນ.

ສະນັ້ນ ກອງປະຊຸມໄດ້ເຫັນດີ ແລະ ເອກະພາບກັນສູງ ເຫັນສົມຄວນແກ້ໄຂບັນຫາສູນດັ່ງກ່າວ ຢ່າງເດັດຂາດຂາດ ຕົວ ໂດຍສະເຫນີ ແນວທາງແກ້ໄຂ 02 ວິທີການ ເພື່ອລາຍງານຂໍຄໍາເຫັນຈາກທ່ານປະທານສູນກາງແນວລາວສ້າງຊາດ ແລະ ທ່ານລັດຖະມົນຕີ-ຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພິຈາລະນາຕົກລົງຊີ້ນໍາ ບັນຫາດັ່ງກ່າວ. ຫຼັງຈາກນັ້ນ ມອບໃຫ້ພາກສ່ວນກ່ຽວຂ້ອງ ສົມທົບກັບອົງການປົກຄອງນະຄອນຫຼວງ ເປັນຜູ້ຈັດຕັ້ງປະຕິບັດ ແກ້ໄຂບັນຫາດັ່ງກ່າວນີ້.

➢ ມາດຕະການແກ້ໄຂ:

  1. ວິທີທີ່ຫນຶ່ງ: ແກ້ໄຂດ້ວຍສັນຕິວິທີ: ໂດຍແຕ່ງຕັ້ງຄະນະຮັບຜິດຊອບຈາກພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ນະຄອນວຽງຈັນ ລົງໄປສຶກສາອົບຮົມຜູ້ກ່ຽວ ແລະ ໃຫ້ຜູ້ກ່ຽວອອກມາແກ້ຂ່າວ ກ່ຽວກັບຄວາມຫຼົງຜິດທີ່ ໄດ້ປະກາດຕົນເປັນພຣະສີອາຣິຍະເມດໄຕ….ລົງສື່ອອນລາຍໃຫ້ສັງຄົມເຂົ້າໃຈ.
  2. ວິທີທີສອງ: ແກ້ໄຂໂດຍການໃຊ້ມາດຕະການເດັດຂາດ: ຫ້າມບໍ່ໃຫ້ຜູ້ກ່ຽວເຄື່ອນໄຫວກິດຈະກໍາ ເຜີຍແຜ່ທໍາ ຢູ່ໃນສູນປະຕິບັດທໍາດັ່ງກ່າວ ແລະ ໃນຂອບເຂດທົ່ວປະເທດ, ມອບໃຫ້ອໍານາດປົກຄອງນະຄອນຫຼວງ ອອກຄໍາ ສັ່ງໂຈະກິດຈະກິດຂອງສູນທັງຫມົດ ແລະ ກໍານົດເວລາໃຫ້ຜູ້ກ່ຽວຍ້າຍອອກຈາກສູນພາຍໃນ 07 ວັນ ໂດຍອີງໃສ່ດໍາລັດ 315/ລບ ລົງວັນທີ 16 ສິງຫາ 2016 ຫມວດ 5, ມາດຕາ 25 ວ່າດ້ວຍຂໍ້ຫ້າມ ສໍາລັບນັກບວດ, ນັກສອນສາສະຫນາ, ສາ ສະນິກະຊົນ ແລະ ການຈັດຕັ້ງສາສະຫນາ ໂຄສະນາ ແລະ ເຜີຍແຜ່ ເນື້ອໃນບິດເບືອນຫຼັກທໍາ ຄໍາສັ່ງສອນ ຂອງສາສະຫນາ, ເຄື່ອນໄຫວບໍ່ສອດຄ່ອງກັບແນວທາງນະໂຍບາຍ, ກົດຫມາຍ, ລະບຽບການ, ຮີດຄອງປະເພນີອັນດີງາມຂອງຊາດ (ລາຍ ລະອຽດມີຢູ່ໃນ ມາດຕາ 25 ແລະ ມາດຕາ 26 ຂອງດໍາລັດສະບັບນີ້.

(ໃນກໍລະນີໃຊ້ ສອງ ມາດຕະການນີ້ແລ້ວ, ແຕ່ຜູ້ກ່ຽວບໍ່ປະຕິບັດຕາມ ພາຍໃນ 07 ວັນ (ນັບແຕ່ມື້ແຈ້ງການ ໃຫ້ຜູ້ກ່ຽວ) ແມ່ນມອບໃຫ້ເຈົ້າຫນ້າທີ່ ປກສ ປະຕິບັດຕາມລະບຽບກົດຫມາຍ ຢ່າງເດັດຂາດ)

ດັ່ງນັ້ນ, ຈິ່ງໄດ້ເຮັດບົດບັນທຶກສະບັບນີ້ ເພື່ອເປັນບ່ອນອີງ ແລະ ເພື່ອລາຍງານຕໍ່ຂັ້ນເທິງ ເພື່ອຊາບ ແລະ

ພິຈາລະນາ ມີທິດຊີ້ນໍາ ໃນການຈັດຕັ້ງປະຕິບັດ ດ້ວຍ.

 

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...

ຈັດກອງປະຊຸມ ຮ່ວມ 4 ພາກສ່ວນຂະບວນຍຸຕິທຳ ສະຫຼຸບຜົນງານ 2 ປີທີ່ຜ່ານມາ

ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ...

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນຕອນບ່າຍຂອງວັນທີ 21 ກັນຍາ 2026 ທີ່ ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ...

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...