ກະຊວງປ້ອງກັນຄວາມສະຫງົບ ອົງການໄອຍະການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ທີ່ສະໂມສອນ ກະຊວງປ້ອງກັນຄວາມສະຫງົບ ເປັນປະທານຮ່ວມໂດຍ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທໍາ ພ້ອມດ້ວຍການນໍາຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ພົທ ວັນທອງ ກອງມະນີ ກ່າວວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນທີ່ 4 ພາກສ່ວນໄດ້ພ້ອມກັນກວດກາ ຕີລາຄາ ແລະ ປະເມີນຜົນໃນການເຄື່ອນໄຫວຈັດ ຕັ້ງປະຕິບັດບົດບັນທຶກກອງປະຊຸມຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງທີ VII ໃນໄລຍະ 2 ປີຜ່ານມາ ໂດຍສະເພາະແມ່ນການແກ້ໄຂຄະດີ ແລະ ການປະສານງານຕ່າງໆ ເຈົ້າໜ້າທີ່ຕຳຫຼວດ ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄໍາຕັດສິນຂອງສານກໍໄດ້ສຸມໃສ່ບຸກບືນຜ່ານຜ່າແກ້ໄຂຄະດີໃຫ້ມີຄວາມວ່ອງໄວ ໂປ່ງໃສ ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ ປັບປຸງກົນໄກ ປະສານງານ ແລະ ການຈັດຕັ້ງໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ມີການຫັນປ່ຽນທີ່ຕັ້ງໜ້າ ສາມາດເຮັດສຳເລັດຕາມພາລະບົດບາດໜ້າທີ່ຂອງຕົນເພື່ອເປັນການພັດທະນາວຽກງານການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຍົກສູງການຄຸ້ມຄອງລັດ ຄຸ້ມຄອງສັງຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍຸຕິທໍາ ເທື່ອລະກ້າວຕາມທີ່ໄດ້ກຳນົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ມະຕິກົມການເມືອງສູນກາງພັກເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ມະຕິຄະນະບໍລິຫານງານສູນກາງພັກເລກທີ 037/ຄບສພ ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາ, ຊອກໃຫ້ເຫັນດ້ານດີເພື່ອເປັນບົດຮຽນໃນການສືບຕໍ່ເສີມຂະຫຍາຍ, ຊອກຮູ້ສິ່ງທີ່ເປັນຂໍ້ຫຍຸ້ງ ຍາກ, ຂໍ້ຂາດຕົກບົກຜ່ອງ ເພື່ອພ້ອມກັນຫາວິທີປັບປຸງແກ້ໄຂ, ສ້າງເງື່ອນໄຂເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງພວກເຮົາໃຫ້ເປັນຮູບປະທຳ ແລະ ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.

ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ: ໃນໄລຍະການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຮ່ວມ 4 ພາກ ສ່ວນ ຄັ້ງທີ VII ເປັນເວລາ 2 ປີຜ່ານມາ ສາມາດເຮັດສໍາເລັດໜ້າທີ່ການດໍາເນີນຄະດີຕາມຂະບວນຍຸຕິທໍາ ຄື: ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕໍາຫຼວດ ສາມາດມ້າງຄະດີໄດ້ 12.488 ເລື່ອງ ມີຜູ້ຖືກຫາ 19.401 ຄົນ ຍິງ 2.410 ຄົນ ແລະ ຄົນຕ່າງປະເທດ 869 ຄົນ ຍິງ 165 ຄົນ ໃນນັ້ນ ມີຄະດີຢາເສບຕິດ ຈໍານວນ 7.470 ເລື່ອງ ຈັບຜູ້ຖືກຫາ ຈໍານວນ 11.345 ຄົນ ຍິງ 824 ຄົນ ຄົນຕ່າງປະເທດ 440 ຄົນ ຍິງ 72 ຄົນ ແລະ ດໍາເນີນຄະດີສໍາເລັດ 9.917 ເລື່ອງ ຜູ້ຖືກຫາ 14.879 ຄົນ ຍິງ 1.784 ຄົນ ຕ່າງປະເທດ 634 ຄົນ ຍິງ 77 ຄົນ ອົງການໄອຍະການປະຊາຊົນໄດ້ຄົ້ນຄວ້າ ແລະ ແກ້ໄຂຄະດີອາຍາສຳເລັດ 24.741 ເລື່ອງ ສານປະຊາຊົນ ສາມາດຕັດສິນຄະດີອາຍາໄດ້ທັງໝົດ 12.308 ເລື່ອງ ແລະ ກະຊວງຍຸຕິທໍາ ສາມາດປະຕິບັດຄຳຕັດ ສິນຂອງສານສຳ ເລັດ 4.758 ເລື່ອງ ໃນນັ້ນ ສາມາດເກັບກູ້ຊັບສິນ ວັດຖຸ ເງິນ-ຄຳ ແລະ ເຄື່ອງຂອງອື່ນໆຄືນໃຫ້ຜູ້ຊະນະຄະດີ ແລະ ຮີບເປັນຂອງລັດ ຕາມປະເດັນຄຳຕັດສິນໄດ້ຢ່າງຄົບຖ້ວນ.

ໃນວາລະກອງປະຊຸມ 4 ພາກສ່ວນ ກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາຄັ້ງນີ້ ຍັງໄດ້ເຊັນບົດບັນທຶກຮ່ວມກັນທາງດ້ານວິຊາການກ່ຽວກັບການຈັດຕັ້ງປະຕິ ບັດກົດໝາຍ ແລະ ການດໍາເນີນຄະດີ ເພື່ອເປັນບ່ອນອີງໃນການປະຕິບັດໃຫ້ຖືກ ຕ້ອງ ແລະ ເປັນເອກະພາບໃນການດໍາເນີນຄະດີ ແລະ ການປະຕິບັດກົດໝາຍ.
ແຫຼ່ງທີ່ມາ: ຄວາມສະຫງົບ

