Homeຂ່າວພາຍ​ໃນລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

Published on

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 (AFF) ຢູ່ ສສ ຫວຽດນາມ ໃນຕົ້ນເດືອນມິຖຸນາ 2026 ທີ່ຜ່ານມາ ຢູ່ຫ້ອງວ່າການລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ມີພິທີລົງນາມ ແລະ ແລກປ່ຽນ ຂໍ້ຕົກລົງຮ່ວມມື ວ່າດ້ວຍການຮ່ວມມືສອງຝ່າຍ ດ້ານວຽກງານຊົນເຜົ່າ ແລະ ສາສະໜາ ລະຫວ່າງ ທ່ານ ປອ. ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫງຽນ ດີ້ງ ຄ່າງ ລັດຖະມົນຕີ, ກະຊວງຊົນເຜົ່າ ແລະ ສາສະໜາ ແຫ່ງ ສສ ຫວຽດນາມ ໄລຍະປີ 2026-2035.

ສອງຝ່າຍ ໄດ້ພ້ອມກັນຕີລາຄາຜົນການຈັດຕັ້ງປະຕິບັດການຮ່ວມມືໃນໄລຍະຜ່ານມາ ຢ່າງມີໝາກຜົນ ແລະ ໄດ້ແລກປ່ຽນບົດຮຽນ, ກຳນົດແຜນວຽກຈຸດສຸມ ແລະ ທິດທາງການຮ່ວມມືໃນໄລຍະໃໝ່, ກຳນົດທິດທາງທີ່ເປັນຍຸດທະສາດ ໂດຍສຸມໃສ່ການພັດທະນາເສດຖະກິດ-ສັງຄົມ ຢູ່ເຂດຊົນເຜົ່າສ່ວນນ້ອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ, ພ້ອມທັງ ສົ່ງເສີມຄວາມສາມັກຄີປອງດອງ ລະຫວ່າງ ບັນດາຊົນເຜົ່າ ແລະ ສາສະໜາ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການຮ່ວມມືດັ່ງກ່າວ ມີຫຼາຍເນື້ອໃນສຳຄັນ ເປັນຕົ້ນ:

ການແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ: ແລກປ່ຽນປະສົບການດ້ານການຄຸ້ມຄອງລັດ ກ່ຽວກັບວຽກງານຊົນເຜົ່າ ແລະ ສາສະໜາ, ການຈັດຕັ້ງປະຕິບັດນະໂຍບາຍຊົນເຜົ່າ ແລະ ນິຕິກໍາດ້ານສາສະໜາ.

ການຍົກລະດັບບຸກຄະລາກອນ: ຮ່ວມມືກັນໃນການຝຶກອົບຮົມ, ບຳລຸງ ແລະ ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານ-ລັດຖະກອນ ທີ່ຮັບຜິດຊອບຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາຂອງທັງສອງປະເທດ.

ການພັດທະນາເຂດຊາຍແດນ: ຮ່ວມມືກັນສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນບັນດາຊົນເຜົ່າ ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ໃຫ້ມີຄວາມຢູ່ດີກິນດີ, ພ້ອມທັງ ຮ່ວມກັນຕ້ານການສວຍໃຊ້ປະໂຫຍດ ຈາກບັນຫາຊົນເຜົ່າ ແລະ ສາສະ ໜາ ເພື່ອທຳລາຍຄວາມສາມັກຄີ.

ການສົ່ງເສີມວັດທະນະທຳ ແລະ ການທ່ອງທ່ຽວ: ສົ່ງເສີມການແລກປ່ຽນວັດທະນະທຳອັນດີງາມຂອງບັນດາຊົນເຜົ່າ ເພື່ອເພີ່ມພູນຄູນສ້າງຄວາມເຂົ້າອົກເຂົ້າໃຈ ແລະ ມິດຕະພາບ ລະຫວ່າງປະຊາຊົນສອງຊາດ.

ການລົງນາມຂໍ້ຕົກລົງຮ່ວມມື ໃນຄັ້ງນີ້ ຖືເປັນບາດກ້າວໃໝ່ທີ່ສຳຄັນ ໃນການຜັນຂະຫຍາຍວຽກງານດັ່ງກ່າວໃຫ້ກ້າວສູ່ລວງເລິກ ແລະ ໄດ້ຮັບໝາກຜົນຕົວຈິງ ຕາມແນວທາງນະໂຍບາຍ ຂອງສອງລັດຖະບານ ລາວ- ຫວຽດນາມ ໃນການຮັກສາຄວາມສາມັກຄີ, ພັດທະນາຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າທີ່ຍືນຍົງ ແລະ ປົກປັກຮັກສາຄວາມສະຫງົບ ຢູ່ເຂດຊາຍແດນ ກໍຄືພາຍໃນປະເທດ ໃນໄລຍະໃໝ່.

ຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...