Homeຂ່າວພາຍ​ໃນທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

Published on

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 ພາຍໃຕ້ຫົວຂໍ້ບູລິມະສິດ: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” (Advancing High Quality Development • Embarking on a New Journey) ໂດຍໃຫ້ກຽດເປັນປະທານກ່າວເປີດຂອງ ທ່ານ John LEE Ka-Chiu, ຫົວໜ້າຄະນະຜູ້ບໍລິຫານປະຈໍາເຂດປົກຄອງພິເສດຮົງກົງ, ສປ ຈີນ, ແລະ ມີການນຳຂັ້ນສູງຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ຫຼາຍກວ່າ 80 ປະເທດ ແລະ ຜູ້ເຂົ້າຮ່ວມ ຫຼາຍກວ່າ 6000 ຄົນ.

ໃນກອງປະຊຸມຄັ້ງນີ້, ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ໄດ້ຂຶ້ນກ່າວປາໄສໃນພາກພິທີເປີດ ໂດຍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດຢ່າງຕໍ່ເນື່ອງຂອງກອງປະຊຸມຄັ້ງຜ່ານໆມາ ກໍຄື ການຈັດຕັ້ງປະຕິບັດແຜນງານຕ່າງໆ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ກໍຄື ບົດບາດ ແລະ ການປະກອບສ່ວນ ທີ່ສຳຄັນຂອງ ຮົງກົງ ໃນຖານະເປັນ “ຜູ້ເຊື່ອມຕໍ່ພິເສດ” (Super-connector) ແລະ “ຜູ້ເພີ່ມມູນຄ່າພິເສດ” (Super value-adder) ແນໃສ່ຊຸກຍູ້ສົ່ງເສີມການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດພາກພື້ນ, ສ້າງເຄືອຂ່າຍຄູ່ຮ່ວມທາງທຸລະກິດແບບເປີດກວ້າງກັບພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດອັນພົ້ນເດັ່ນຂອງໂຄງການລົດໄຟລາວ-ຈີນ ນັບຕັ້ງແຕ່ມີການເປີດນໍາໃຊ້ຢ່າງເປັນທາງການ ໃນປີ 2021, ເຊິ່ງໄດ້ຍົກສູງສະຖານະພາບຂອງ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ ແລະ ເຊື່ອມຈອດພາກພື້ນ, ຊ່ວຍຫລຸດເວລາ ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າໄປສູ່ຕະຫລາດສາກົນ, ລວມທັງ ສົ່ງເສີມການໄປມາຫາສູ່ຂອງປະຊາຊົນ ແລະ ໄດ້ປະກອບສ່ວນສຳຄັນຕໍ່ການລຶບລ້າງຄວາມທຸກຍາກຂອງປະຊາຊົນ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ຍັງໄດ້ກ່າວສະໜັບສະໜູນຕໍ່ກັບຫົວຂໍ້ບູລິມະສິດ ຂອງປີນີ້, ເຊິ່ງເຫັນວ່າ ເປັນຫົວຂໍ້ທີ່ມີຄວາມສຳຄັນຕໍ່ການຫັນປ່ຽນການເປັນຄູ່ຮ່ວມມືໃນພາກພື້ນຈາກຮູບແບບດັ້ງເດີມໄປສູ່ນະວັດຕະກໍາສີຂຽວ ແລະ ຊຸກຍູ້ການຈະເລີນເຕີບໂຕທາງດ້ານເສດຖະກິດ ໄປຄຽງຄູ່ກັບການພັດທະນາທີ່ມີຄຸນນະພາບສູງ, ເຊິ່ງສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 (2026–2030) ຂອງ ສປປ ລາວ ແນໃສ່ບັນລຸການຈັດຕັ້ງປະຕິບັດ 3 ຄາດໝາຍສູ້ຊົນ ຄື:

1) ການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໄປສູ່ການເປັນປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ເປັນສູນກາງເຊື່ອມຈອດດ້ານໂລຈິສຕິກ ລວມທັງເຊື່ອມໂຍງ ສປປ ລາວ ເຂົ້າໃນລະບົບຕ່ອງໂສ້ການສະໜອງໃນພາກພື້ນ.

2) ຊຸກຍູ້ການຫັນເປັນດິຈິຕອນ.

3) ຊຸກຍູ້ຄວາມພະຍາຍາມລວມຂອງ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຢ່າງໂລ່ງລ່ຽນ ແລະ ຍືນຍົງ.

ພ້ອມກັນນີ້, ຍັງໄດ້ຊຸກຍູ້ການຮ່ວມມືຈາກບັນດາປະເທດຄູ່ຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ແລະ ພາກທຸລະກິດ ທີ່ມີຄວາມສົນໃຈເຂົ້າມາລົງທຶນໃນ ຂົງເຂດຈຸດສຸມຂອງ ສປປ ລາວ ໂດຍສະເພາະດ້ານການຄ້າ-ການລົງທຶນ, ທ່ອງທ່ຽວ, ການຫັນເປັນອຸດສາຫະກຳທີ່ທັນສະໄໝ, ການເຊື່ອມໂຍງດ້ານດິຈິຕອລ, ພະລັງງານສະອາດ, ພະລັງງານທົດແທນ, ການພັດທະນາຊັບພະຍາກອນມະນຸດ ແລະ ກະສິກຳແບບຍືນຍົງ.

ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ຍັງໄດ້ພົບປະສອງຝ່າຍກັບ ທ່ານ John LEE Ka-Chiu, ຫົວໜ້າຄະນະຜູ້ບໍລິຫານປະຈຳເຂດປົກຄອງພິເສດຮົງກົງ, ສປ ຈີນ ເພື່ອປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ ເພື່ອຊອກຫາກາລະໂອກາດໃນການສົ່ງເສີມການຄ້າ ແລະ ການລົງທຶນ ໃນຂົງເຂດທີ່ເປັນທ່າແຮງ ແລະ ບັນຫາທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ລວມທັງ ທິດທາງການຮ່ວມມືໃນຕໍ່ໜ້າ.

ນອກຈາກນີ້, ຍັງໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງນັກທຸລະກິດຮົງກົງຈຳນວນໜຶ່ງ ແລະ ໄດ້ເຂົ້າຮ່ວມກິດຈະກໍາປິ່ນອ້ອມ ເປັນຕົ້ນ ກອງປະຊຸມປຶກສາຫາລືພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ຮົງກົງ ປີ 2026 ເພື່ອສົ່ງເສີມການຮ່ວມມືດ້ານ ການລົງທຶນ, ພະລັງງານສະອາດ ແລະ ການຮ່ວມມືໃນຂົງເຂດການເງິນຂອງພາກທຸລະກິດທັງສອງຝ່າຍ, ແລະ ໄດ້ເຂົ້າຮ່ວມເປັນສັກຂີພິຍານການລົງນາມເອກະສານຮ່ວມມື ລາວ-ຮົງກົງ ຫຼາຍສະບັບ.

ຂໍ້ມູນຈາກ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

 

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...