Homeຂ່າວພາຍ​ໃນສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

Published on

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ 1994 ເປັນຕົ້ນມາ, ລັດຖະບານ ສປປ ລາວ ໄດ້ຮ່ວມກັບອົງການສາກົນ ແລະ ພາກສ່ວນຕ່າງໆ ດຳເນີນວຽກງານສຳຫຼວດ, ກວດກູ້, ທຳລາຍລະເບີດ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຫ້ອງການຄະນະກຳມະການແຫ່ງຊາດ ເພື່ອແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໃຫ້ສຳພາດຕໍ່ສື່ມວນຊົນ ໃນວາລາດຳເນີນກອງປະຊຸມທົບທວນສົນ ທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໃນວັນທີ 15 ກັນຍາ 2026 ນີ້ວ່າ:

ປັດຈຸບັນ, ການຈັດຕັ້ງປະຕິບັດວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ໄດ້ດຳເນີນຢູ່ 13 ແຂວງຄື: ແຂວງຫຼວງພະບາງ, ຫົວພັນ, ຊຽງຂວາງ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ສາລະວັນ ແລະ ແຂວງອັດຕະປື ໂດຍໄດ້ສຸມໃສ່ 4 ວຽກງານຫຼັກ ເປັນຕົ້ນ ວຽກງານໂຄສະນາສຶກສາຄວາມສ່ຽງໄພ ໂດຍເນັ້ນເຕືອນປະຊາຊົນ ແລະ ເດັກນ້ອຍ ໃຫ້ຮູ້ເຖິງອັນຕະລາຍຈາກລະເບີດບໍ່ທັນແຕກ ແລະ ວິທີປ້ອງກັນອຸບັດເຫດ; ວຽກງານສຳຫຼວດ, ກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ; ວຽກງານຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ວຽກງານຄຸ້ມຄອງຂໍ້ມູນຂ່າວສານ. ພ້ອມນີ້, ສປປ ລາວ ຍັງຈະສູ້ຊົນເຮັດໃຫ້ຈຳນວນອຸບັດເຫດ ທີ່ເກີດຈາກລະເບີດບໍ່ທັນແຕກ ຫຼຸດລົງຕາມແຜນຍຸດທະສາດ 38 ຄົນຕໍ່ປີ.

ປັດຈຸບັນ ສາມາດກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ໃນເນື້ອທີ່ທັງໝົດ 105.909,91 ເຮັກຕາ. ໃນນັ້ນ, ພື້ນທີ່ກະສິກໍາ 86.222,98 ເຮັກຕາ ແລະ ພື້ນທີ່ການພັດທະນາ 19.686,92 ເຮັກຕາ, ທຳລາຍລະເບີດທັງໝົດ 2.133.952 ໜ່ວຍ, ໃນນັ້ນ ໂບມໃຫຍ່ 5.239 ໜ່ວຍ, ລະເບີດລູກຫວ່ານ 1.286.042 ໜ່ວຍ, ລະເບີດຝັງດິນ 2.954 ໜ່ວຍ, ສໍາພາວຸດ 841.717 ຊິ້ນສ່ວນ. ພ້ອມນີ້, ຍັງໄດ້ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ຈໍານວນ 1.928 ຄົນ ໂດຍໄດ້ດໍາເນີນການໃຫ້ການຊ່ວຍຜູ້ເຄາະຮ້າຍ ດ້ານການປິ່ນປົວ, ການຟື້ນຟູໜ້າທີ່ການ, ການຝຶກອົບຮົມວິຊາຊີບ, ການສ້າງວຽກເຮັດງານທຳ, ການໃຫ້ຄໍາປຶກສາດ້ານປະກົດການຫຍໍ້ທໍ້ທາງດ້ານຈິດໃຈ ຂອງຜູ້ລອດຊີວິດ ແລະ ຄອບຄົວ ຂອງ ຜູ້ເຄາະຮ້າຍຈາກລະເບີດບໍ່ທັນແຕກ ໄດ້ຈໍານວນໜຶ່ງ. ສປປ ລາວ ເຂົ້າເປັນພາຄີສົນທິສັນຍາ CCM ໃນປີ 2009, ສົນທິສັນຍາ CCM ຍັງກຳນົດໃຫ້ລັດພາຄີຮ່ວມມື ແລະ ໃຫ້ການຊ່ວຍເຫືອແກ່ປະເທດທີ່ປະສົບຜົນກະທົບ ລວມທັງການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ຜູ້ລອດຊີວິດ ແລະ ຜູ້ພິການ.

ດັ່ງນັ້ນ, ການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂອງ ສປປ ລາວ ຍັງຈຳເປັນຕ້ອງອາໄສການຮ່ວມມືຈາກຫຼາຍພາກສ່ວນ, ທັງພາຍໃນປະເທດ ແລະ ສາກົນ ເພື່ອເລັ່ງການກວດກູ້ພື້ນທີ່, ຫຼຸດຜ່ອນອຸບັດເຫດ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ ແລະ ສ້າງເງື່ອນໄຂປອດໄພ ໃຫ້ແກ່ການດຳລົງຊີວິດ ແລະ ການພັດທະນາ.

 

ຂໍ້ມູນຈາກ: ປະເທດລາວ Pathedlao

ຮູບພາບຈາກ: Lao National Unexploded Ordnance Programme

 

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...