Homeຂ່າວພາຍ​ໃນໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

Published on

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ.

ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທັງເປັນຮອງປະທານ-ຜູ້ປະຈຳການ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ນຳພາຄະນະຜູ້ແທນກອງປະຊຸມ ແລະ ອົງການປົກຄອງທ້ອງຖິ່ນແຂວງ ຫຼວງພະບາງ ທັງໝົດເກືອບ 300 ທ່ານ ມາຢ້ຽມຢາມ ແລະ ຕິດຕາມຮັບຊົມການຈັດຕັ້ງປະຕິບັດວຽກງານພາກສະໜາມໃນການແກ້ໄຂບັນຫາລະເບີດບໍ່ທັນແຕກຕົວຈິງ ເພື່ອຮ່ວມກັນເປັນສັກຂີພິຍານຕໍ່ກັບບັນຫາ ລບຕ ທີ່ຕົກຄ້າງຢູ່ ສປປ ລາວ ເຊິ່ງຍັງສືບຕໍ່ເປັນໄພຂົ່ມຂູ່ໃຫ້ແກ່ການດຳລົງຊີວິດ, ການທຳມາຫາກິນ ຂອງ ປະຊາຊົນລາວບັນດາເຜົ່າ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.

ທ່ານ ອານຸສັກ ພົງສາ, ຜູ້ອຳນວຍການ ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເປັນກຽດກ່າວລາຍງານຄະນະຜູ້ແທນທຸກທ່ານທີ່ມາຢ້ຽມຢາມສະໜາມ ເພື່ອຮັບຊາບກ່ຽວກັບສະພາບການປະຕິບັດງານຂອງ ຄກລ, ບັນດາຜົນສຳເລັດ ແລະ ການຊ່ວຍເຫຼືອຂອງບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນຕ່າງໆ ນັບແຕ່ໄລຍະເລີ່ມຕົ້ນຈົນເຖິງປະຈຸບັນ. ພ້ອມດຽວກັນນັ້ນ, ຫົວໜ້າທີມງານເກັບກູ້ ຍັງໄດ້ສືບຕໍ່ລາຍງານສະເພາະ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານພາກສະໜາມ ຢູ່ທີ່ ບ້ານພິກໃຫຍ່ ໃຫ້ແກ່ຄະນະຜູ້ແທນໄດ້ຮັບຊາບອີກດ້ວຍ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງສູງມາຍັງບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນທຸກພາກສ່ວນທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ຄກລ ຕະຫຼອດມາ ແລະ ພວກເຮົາຫວັງຢ່າງຍິ່ງວ່າທຸກພາກສ່ວນຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ເສີມສ້າງການຮ່ວມມືຢ່າງເຂັ້ມແຂງໃນຊຸມປີຕໍ່ໜ້າ ເພື່ອຮ່ວມກັນສ້າງອະນາຄົດທີ່ປອດໄພຍິ່ງຂຶ້ນໃຫ້ແກ່ ສປປ ລາວ.

ຂໍ້ມູນຈາກ: Lao National Unexploded Ordnance Programme

 

 

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...