Homeຂ່າວພາຍ​ໃນເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

ເຈົ້າໜ້າທີ່ ໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ

Published on

ໃນວັນທີ 3 ກັນຍາ 2026 ເຈົ້າໜ້າທີ່ສະເພາະກິດພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ສົມທົບກັບອໍານາດການປົກຄອງເມືອງຫາດຊາຍຟອງ, ພະແນກການອ້ອມຂ້າງ ນວ, ເຈົ້າໜ້າທີ່ ປກສ, ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດນໍ້າປະປາ ແລະ ອໍານາດການປົກຄອງບ້ານ ຖິ່ນເພຍ ລົງດໍາເນີນມາດຕະການຂັ້ນ 2 ໂດຍການຕັດລະບົບໄຟຟ້າ ແລະ ນໍ້າປະປາ ອາຄານ 2 ຊັ້ນ ທີ່ກໍ່ສ້າງກວມເຂດສະຫງວນແມ່ນໍ້າຂອງ ຢູ່ໃນເຂດ ບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ທ່ານ ປອ. ສົມໃຈຫວັງ ເດດອຸດົມ ຮອງຫົວໜ້າພະແນກ ຍທຂ.ນວ ໄດ້ກ່າວວ່າ: ການລົງປະຕິບັດຄັ້ງນີ້ ໂດຍປະຕິບັດຕາມໜັງສືຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ສະບັບເລກທີ 2151/ຫວນວ ແຈ້ງໃຫ້ພວກເຮົາຄົ້ນຄວ່າ ຮ່ວມກັບອໍານາດການປົກຄອງເມືອງ ແລະ ພາກສ່ວນກ່ຽວຂ້ອງ ມາກວດກາຄວາມຖືກຕ້ອງ ພວກເຮົາໄດ້ດໍາເນີນການກວດກາກ່ຽວກັບທີ່ດິນ ແລະ ສິ່ງປຸກສ້າງໃນເປົ້າໝາຍກໍເຫັນວ່າ ການປຸກສ້າງອາຄານບໍ່ມີໃບອະນຸຍາດຖືກຕ້ອງຕາມລະບຽບ.

ນອກຈາກນັ້ນການປຸກສ້າງ ກວມເອົາເຂດສະຫງວນ ແຄມແມ່ນໍ້າຂອງ (ສະຫງວນ 35 ແມັດ) ພ້ອມນັ້ນຍັງມີລັກສະນະກວມເອົາເຂດດິນບຸກຄົນອື່ນ ສະນັ້ນ ພວກເຮົາຈຶ່ງຄົ້ນຄວ້າ ແລະ ເອກະພາບກັນ ໄດ້ໃຊ້ມາດຕະການ ແຈ້ງໃຫ້ເຈົ້າຂອງທີ່ດິນຜູ້ລະເມີດຮື້ຖອນເອງ. ມາເຖິງປັດຈຸບັນ ພວກເຮົາສືບຕໍ່ໃຊ້ມາດຕະການທີ 2 ໂດຍການຕັດນໍ້າ ຕັດໄຟ ຖ້າຫາກວ່າຍັງບໍ່ມີການທຸບມ້າງ ຫຼື ເຄື່ອນຍ້າຍສິ່ງປຸກສ້າງ ກໍຈະໄດ້ໃຊ້ມາດຕະການທີ 3 ໂດຍຈະຮ່ວມກັນ ກັບພາກສ່ວນກ່ຽວຂ້ອງລົງທຸບມ້າງກໍາແພງ ແລະ ສິ່ງປຸກສ້າງທີ່ລະເມີດໃນຄັ້ງນີ້.

ຂໍ້ມູນຈາກ: ລາຍການຂັບຂີ່ປອດໄພ

 

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...