Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

Published on

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ.

ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​ ໄດ້ເຊັນເອກະສານແລກປ່ຽນ ຮ່ວມກັບ ຜູ້ຕາງໜ້າຈາກຂະແໜງການທີ່ຮັບເອົາການຊ່ວຍເຫຼືອຈາກທ້ອງຖິ່ນໂດຍມີ ພະນະທ່ານ ພູວົງ ອຸ່ນຄໍາແສນ, ເລຂາພັກແຂວງຊຽງຂວາງ ໃຫ້ກຽດເປັນສັກຂີພະຍານ.

ໃນພິທີດັ່ງກ່າວ, ທ່ານທູດ ໂຄອິຊຶມິ ໄດ້ກ່າວໄວ້ວ່າ: “ໃນປະເທດລາວ, ອັດຕາສ່ວນຄົວເຮືອນທີ່ສາມາດເຂົ້າເຖິງນໍ້າສະອາດ ແລະ ປອດໄພ ແມ່ນເພີ່ມຂຶ້ນເລື່ອຍໆໃນທຸກໆປີ ແລະ ປະຈຸບັນກໍ່ບັນລຸໄດ້ເຖິງ 90% ແລ້ວ. ແຕ່ເຖິງຢ່າງໃດກໍ່ຕາມ, ກໍ່ຍັງມີບາງພື້ນທີ່ໃນເຂດຫ່າງໄກຊອກຫຼີກທີ່ຍັງມີຄວາມຕ້ອງການ ການປັບປຸງ ເຊັ່ນບ້ານນາປັນແຫ່ງນີ້. ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ, ການກໍ່ສ້າງໂຄງການຈະສໍາເລັດຈົບງາມໂດຍໄວດ້ວຍການຮ່ວມແຮງຮ່ວມໃຈກັນຈາກປະຊາຊົນເຂດດັ່ງກ່າວ ແລະ ນໍາໄປສູ່ການປັບປຸງຄຸນນະພາບການດໍາລົງຊີວິດ ແລະ ສຸຂະອະນາໄມຂອງຊຸມຊົນດ້ວຍ.”

ໂຄງການ​ຊ່ວຍເຫຼືອລ້າຂັ້ນ​ຮາກ​ຖານ (GGP) ແມ່ນ ການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນທ້ອງຖິ່ນ ໂດຍມີເປົ້າໝາຍແນໃສ່ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດທີ່ກໍາລັງພັດທະນາ, ເຊິ່ງລວມມີປະເທດລາວຢູ່ນໍາ.

ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນແຂວງຊຽງຂວາງ ລວມເປັນມູນຄ່າຫຼາຍກວ່າ 2,900,000 ໂດລາສະຫະລັດ ໃນຂະແໜງການສຶກສາ, ລະບົບນໍ້າລິນ ແລະ ສາທາລະນະສຸກ. ປະເທດຍີ່​ປຸ່​ນໃນນາມເປັນສ່ວນໜຶ່ງຂອງຄວາມໝຸ່ງໝັ້ນໃນການແກ້ໄຂຄວາມແຕກໂຕນທາງດ້ານເສດຖະກິດ ແລະ ສັງຄົມໃນພາກພື້ນ, ຈະສືບຕໍ່ໃຫ້ການສະໜັບສະໜຸນປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຂອງປະຊາຊົນເພື່ອຮັບ​ປະ​ກັນວ່າຈະ “​ບໍ່​ໃຫ້​ມີ​ໃຜ​ຖື​ກ​ຖິ້ມ​ໄວ້​ທາງຫ

 

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...