Homeຂ່າວພາຍ​ໃນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ເລັ່ງແກ້ໄຂຫຼາຍບັນຫາ.

Published on

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ຕາງໜ້າ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2026.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາ ເຜົ່າ ກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ,​ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ຄວາມທຸກຍາກ, ຄຽງຄູ່ກັນນັ້ນ ກໍຢູ່ໃນທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນ ບັນຫາຂໍ້ຂັດແຍ່ງຢູ່ເຂດຕາເວັນອອກກາງ, ບັນຫາ ສ. ຣັດເຊຍ ແລະ ອູແກຣນ, ບັນຫາທະລຈີນໃຕ້, ບັນຫາແຫຼມເກົາຫຼີ, ບັນຫາຄວາມເຄັ່ງຮ້ອນຢູ່ປະເທດໃກ້ຄຽງ ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງ.

ສໍາລັບປະເທດລາວເຮົາ ກໍໄດ້ຮັບຜົນກະທົບຈາກສະພາບການດັ່ງກ່າວ ໂດຍສະເພາະ ດ້ານລາຄານໍ້າມັນເຊື້ອໄຟ, ການຜັນຜວນຂອງອັດຕາແລກປ່ຽນເງິນຕາ, ການຂົນສົ່ງ, ລາຄາສິນຄ້າ, ຄ່າຄອງຊີບເພີ່ມສູງຂຶ້ນ, ລວມທັງ ຜົນກະທົບຈາກໄພພິບັດທາງທໍາມະຊາດ, ໄພນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ 8 ແຂວງ ເຮັດໃຫ້ສົ່ງຜົນກະທົບຕໍ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳການຜະລິດ, ຊີວິດ ແລະ ຊັບສິນຂອງປະຊາຊົນ, ທັງກະທົບໃສ່ພື້ນຖານໂຄງລ່າງຢ່າງໜັກໜ່ວງ.

ຕໍ່ໜ້າສະພາບການດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ, ບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຈຳນວນໜຶ່ງ ກໍໄດ້ລົງຕິດຕາມແກ້ໄຂບັນຫາຕົວຈິງ ພ້ອມທັງ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຢູ່ທ້ອງຖິ່ນຕ່າງໆ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ນຳຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງ ເອົາໃຈໃສ່ຊີ້ນຳ ແລະ ຊ່ວຍເຫຼືອເບື້ອງຕົ້ນ, ລວມທັງ ການກຽມຮັບມືໄພພິບັດ ທີ່ອາດຈະເກີດຂຶ້ນ.

ອ້າງອີງຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...